2 ກະຊວງຫຼັກ ຮ່ວມກັບພາກທຸລະກິດ ຫາລືການປັບປຸງບາງອົງປະກອບລາຄານໍ້າມັນເຊື້ອໄຟ

189

ປະຈຸບັນ ປະຊາຊົນລາວ ແມ່ນໄດ້ຮັບຜົນກະທົບໜັກຈາກການເໜັງຕີງລາຄານໍ້າມັນເຊື້ອໄຟ, ສົມທົບກັບໄພເງິນເຟີ້ ແລະ ການສະໜອງເງິນຕາຕ່າງປະເທດບໍ່ພຽງພໍ ເຊິ່ງຜົນພວງດັ່ງກ່າວໄດ້ເຮັດໃຫ້ກະທົບຕໍ່ລາຄາຂອງສິນຄ້າອຸປະໂພກ. ສະເພາະລາຄານໍ້າມັນມີການເໜັງຕີງຕະຫຼອດ. ລັດຖະບານ ຈິ່ງມອບໃຫ້ກະຊວງ ອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ກະຊວງການເງິນ ແລະ ບັນດາຫົວໜ່ວຍທຸລະກິດຜູ້ປະກອບການນໍ້າມັນເຊື້ອໄຟ ປຶກສາຫາລື ປັບປຸງບາງອົງປະກອບ ໂຄງສ້າງລາຄານໍ້າມັນຄືນໃໝ່.

ໃນວັນທີ 6 ເມສາ 2022 ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ກະຊວງການເງິນ ແລະ ພາກທຸລະກິດນໍ້າມັນເຊື້ອໄຟ ຈັດກອງປະຊຸມ ປຶກສາຫາລື ເພື່ອຜັນຂະຫຍາຍແຈ້ງການ 395/ຫສນຍ, ລົງວັນທີ 25 ມີນາ 2022 ກ່ຽວກັບການປັບປຸງບາງອົງປະກອບ ຂອງໂຄງສ້າງລາຄານໍ້າມັນ ໃນປະຈຸບັນ, ໂດຍການເປັນປະທານຂອງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ບັນດາຫົວໜ້າກົມ-ຮອງກົມ ຈາກ 2 ກະຊວງ, ບັນດາຫົວໜ່ວຍທຸລະກິດນໍ້າມັນເຊື້ອໄຟ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວບາງຕອນວ່າ: ຕັ້ງແຕ່ທ້າຍປີ 2021 ເປັນຕົ້ນມາ, ຍ້ອນສະພາບການໃນທົ່ວໂລກ ຍັງສືບຕໍ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19, ການແກ່ງແຍ້ງແຂ່ງຂັນທາງດ້ານເສດຖະກິດ ຂອງປະເທດມະຫາອຳນາດ ໄດ້ສົ່ງຜົນເຮັດໃຫ້ລາຄານໍ້າມັນເຊື້ອໄຟ ໃນຕະຫຼາດໂລກເໜັງຕີງຂຶ້ນສູງ (ສູງທີ່ສຸດໃນຮອບ 10 ປີຜ່ານມາ, ໃນວັນທີ 9 ມີນາ 2022, ນໍ້າມັນແອັດຊັງ 150 ໂດລາ ຕໍ່ ບາເຣວ, ນໍ້າມັນກາຊວນ 180 ໂດລາ ຕໍ່ ບາເຣວ).

ໂດຍສາເຫດດັ່ງກ່າວ ລາຄາຂາຍຍ່ອຍພາຍໃນປະເທດເຮົາ ກໍຈໍາເປັນມີການປັບຂຶ້ນ ໂດຍນັບແຕ່ຕົ້ນປີ 2022 ໄດ້ປັບລາຄານໍ້າມັນເຊື້ອໄຟທັງໝົດ 9 ຄັ້ງ, ປັບຂຶ້ນ 08 ຄັ້ງ ແລະ ປັບລົງ ພຽງ 01 ຄັ້ງ (ລາຄາຫຼຸດລົງບໍ່ຫຼາຍໃນໄລຍະເວລາສັ້ນ). ແນ່ນອນວ່າໃນສະພາບການຄືແນວນີ້ ຈະສົ່ງຜົນກະທົບຕໍ່ກັບຕົ້ນທຶນຂອງຂະບວນການຜະລິດ ແລະ ຂົນສົ່ງສິນຄ້າ ໂດຍສະເພາະ ລາຄາສິນຄ້າອຸປະໂພກ-ບໍລິໂພກ ມີທ່າອ່ຽງຈະຕ້ອງປັບຂຶ້ນເປັນເງົາຕາມໂຕ, ອັດຕາຄ່າເງິນເຟີສູງຂື້ນ ແລະ ການເໜັງຕີງຂອງອັດຕາແລກປ່ຽນເງິນຕາກໍ່ລ້ວນມີຜົນກະທົບຕໍ່ບັນຫາລາຄານ້ຳມັນ.