ພ້ອມເຊຍກັນ ຫຼື ຍັງ ໃຫ້ກັບຕົວແທນຊາຍໜຸ່ມລາວ ໄປເສີດສາຍໃນເວທີສາກົນ ແລະ ຕອນນີ້ໜຸ່ມຄົນນີ້ແມ່ນກຽມພ້ອມແລ້ວ! ກັບການໄປປະກວດໃນເວທີສາກົນ ແສງອາພອນ ສຸລິຍະມາດ ຫຼື ເປ້ ໜຸ່ມຫຼໍ່ ເຈົ້າຂອງຕໍາແໜ່ງ Mister Global Laos 2021 ທີ່ຫຼັງຈາກໄດ້ຮັບຕໍາແໜ່ງກໍລາສີຈັບ ສົມໃຈດັ່ງທີ່ແຟນໆຄອຍຖ້າ ແລະ ໃນຕອນນີ້ພ້ອມແລ້ວກັບການຟິດຫຸ່ນ ແລະ ພັດທະນາຄວາມສາມາດຂອງຕົນເອງ ເພື່ອໄປປະກວດຊາຍງາມທີ່ປະເທດໄທ ທີ່ຈະຈັດຂຶ້ນໃນວັນທີ 7 ມີນານີ້.
ໃນການຈັດປະກວດ Mister Global 2021-2022ຄັ້ງນີ້ ແມ່ນຈັດຢູ່ທີ່ປະເທດໄທ ແລະ ໜຸ່ມເປ້ ແມ່ນກຽມຈະອອກເດີນທາງໃນວັນທີ 4 ມີນາ 2022 ນີ້ ແລ້ວຫຼັງຈາກນັ້ນກໍຈະເຂົ້າເກັບໂຕເພື່ອເຂົ້າຮ່ວມປະກວດໃນວັນທີ 7 ມີນາ ແລະ ໃນວັນທີ 15 ມີນາ 2022 ຄືມື້ປະກວດ ແລະ ຮອບຕັດສິນ.
ເປ້ ປັດຈຸບັນອາຍຸ 24 ປີ ເປັນຄົນນະຄອນຫຼວງວຽງຈັນ, ຈົບການສຶກສາມາຈາກ ສປ ຈີນ ແລະ ມີຄະຕິປະຈຳໃຈຄື “ ປະສົບການ ແມ່ນອາຈານທີ່ດີທີ່ສຸດ ເອົາຄວາມຜິດພາດໃນອະດີດມາເປັນບົດຮຽນ ເພື່ອເຕືອນສະຕິໃນການໃຊ້ຊີວິດໃນປັດຈຸບັນ ແລະ ອະນາຄົດ ເພາະເຊື່ອວ່າ ຖ້າເຮົາເບິ່ງອະດີດທີ່ຜິດພາດເປັນສິ່ງບໍ່ດີ ມັນກໍຈະເປັນສິ່ງທີ່ຜິດພາດໃນໃຈເຮົາຢູ່ຕະຫຼອດ ແຕ່ຖ້າເຮົາເບິ່ງໃນທາງທີ່ດີມັນກໍຈະເປັນບົດຮຽນອັນລໍ້າຄ່າໃຫ້ກັບຕົວເຮົາ ”.
ສ່ວນຄວາມສາມາດພິເສດຂອງໜຸ່ມເປ້ ແມ່ນສາມາດຫຼິ້ນກີຕ້າໄດ້ເລັກໜ້ອຍ ແລະ ກໍສາມາດເວົ້າພາສາຈີນໄດ້ ສ່ວນເລື່ອງທີ່ຖະໜັດແມ່ນກ່ຽວກັບການອອກກຳລັງກາຍ ເພາະເປັນຄົນມັກອອກກໍາລັງກາຍຢູ່ແລ້ວ ແລະ ຈຸດເດັ່ນແມ່ນເລື່ອງຂອງຫຸ່ນ, ຮູບຮ່າງ ແລະ ຄວາມມຸ່ງໝັ້ນຕັ້ງໃຈ. ສ່ວນກິດຈະກຳຍາມວ່າງແມ່ນມັກໄປນັ່ງກິນກາເຟ ແລະ ອອກກຳລັງກາຍ ສ່ວນຮູບແບບການແຕ່ງຕົວຈະອອກແນວລຽບຮ້ອຍ, ມີຄວາມສຸພາບ.
ຂໍຝາກແຟນໆຮ່ວມເຊຍ ແລະ ເປັນກໍາລັງໃຈໃຫ້ໜຸ່ມຄົນນີ້ດ້ວຍ ເພື່ອໃຫ້ຕົວແທນຊາຍໜຸ່ມລາວໄດ້ນໍາເອົາວັດທະນະທໍາ ແລະ ສິ່ງດີໆຂອງປະເທດລາວເຮົາໄດ້ໄປເຜີຍແຜ່ ໃນເວທີລະດັບສາກົນ ເຊິ່ງທຸກຄົນສາມາດຕິດຕາມຜົນງານ ແລະ ການເຄື່ອນໄຫວຕ່າງໆໄດ້ຜ່ານທາງເຟສບຸ໊ກສ່ວນຕົວ: Pay Souliyamath.
[ ຮູບ: Mister Global Laos ]