ສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃນສປປ ລາວ ຖືວ່າຍັງໜ້າເປັນຫ່ວງ ເຊິ່ງແຕ່ລະວັນແມ່ນພົບຜູ້ຕິດເຊື້ອໃນຊຸມຊົນມີຕົວເລກທີ່ສູງໃນຫຼາຍແຂວງ ລວມທັງນະຄອນຫຼວງວຽງຈັນ ນັ້ນເປັນສັນຍານວ່າ ອາດຈະແຜ່ເປັນວົງກວ້າງໃນຮອບໃໝ່ນີ້ ດັ່ງນັ້ນ ໃນຫຼາຍໆວຽກງານແມ່ນຕ້ອງໄດ້ໂຈະ ຫຼື ຢຸດເປັນການຊົ່ວຄາວຈົນກວ່າສະຖານະການຈະດີຂຶ້ນ.
ຕໍ່ສະພາບການດັ່ງກ່າວ ໂຮງຮຽນມັດທະຍົມສຶກສາສົມບູນ ວຽງຈັນ ໄດ້ອອກແຈ້ງການດ່ວນ ສະບັບ ເລກທີ 0534/ມສວຈ ລົງວັນທີ 29 ສິງຫາ 2021 ໃຫ້ໂຈະການລົງທະບຽນສຳລັບນັກຮຽນ ເພື່ອເຂົ້າຮຽນຢູ່ ມສ ວຽງຈັນໃນສົກຮຽນ 2021-2022
ຕາມແຈ້ງການໄດ້ລະບຸວ່າ: ນັບແຕ່ວັນທີ 30 ສິງຫາ 2021 ເປັນຕົ້ນໄປ ທາງໂຮງຮຽນ ມສ ວຽງຈັນຈະໄດ້ໂຈະການລົງທະບຽນຮັບສະເໜີຕົວເຂົ້າຮຽນ ປະຈຳສົກຮຽນ 2021-2022 ໄວ້ກ່ອນ ຈົນກວ່າຈະມີການແຈ້ງການຂອງຄະນະສະເພາະກິດແຈ້ງໃຫ້ເປີດລົງທະບຽນເຂົ້າຮຽນໄດ້ອີກ ດັ່ງນັ້ນ ທາງໂຮງຮຽນ ຈຶ່ງຂໍແຈ້ງໃຫ້ທ່ານຜູ້ປົກຄອງ ແລະ ນັກຮຽນ ເພື່ອຊາບ.