ການນຳເມືອງລອງ ລົງຊຸກຍູ້ການເກັບກູ້ຜົນຜະລິດອ້ອຍ ຂອງປະຊາຊົນ

74

ການນໍາເມືອງລອງ ນໍາໂດຍ ທ່ານ ຄໍາເພັດ ຈັນທະວົງ ເຈົ້າເມືອງໆລອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ລົງຊຸກຍູ້ການເກັບກູ້ຜົນຜະລິດອ້ອຍ ຢູ່ບ້ານດອນສະຫວ່າງ ແລະ ບ້ານດອນແຍງ ໃນວັນທີ 26 ກຸມພາ 2024 ຕິດພັນກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ທັງເປັນການສ້າງຂະບວນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຄັ້ງ X ຂອງອົງຄະນະພັກເມືອງລອງ ໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ທ່ານ ຄໍາພູ ສຸກຈະເລີນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງລອງ ໄດ້ໃຫ້ຮູ້ວ່າ: ປັດຈຸບັນທົ່ວເມືອງມີເນື້ອທີ່ປູກອ້ອຍທັງໝົດ 5.340 ເຮັກຕາ, ມີ 63 ບ້ານ, 2.054 ຄອບຄົວ. ສຳລັບການເກັບກູ້ຜົນຜະລິດອ້ອຍຂອງປະຊາຊົນ ໄດ້ສໍາເລັດແລ້ວ 65%, ຄາດຄະເນຜົນຜະລິດຈະໃຫ້ໄດ້ 427.000 ກວ່າໂຕນ ແລະ ຄາດວ່າຈະເກັບກູ້ຜົນຜະລິດໃຫ້ສໍາເລັດໃນທ້າຍເດືອນ ເມສາ 2024 ທີ່ຈະມາເຖິງນີ້ີ້.

ໂອກາດນີ້, ທ່ານ ຄໍາເພັດ ຈັນທະວົງ ໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ຈົ່ງເອົາໃຈໃສ່ລົງໃກ້ຊິດຕິດແທດ ເພື່ອອໍານວຍຄວາມສະດວກໃຫ້ປະຊາຊົນ ໃນການເກັບກູ້ຜົນຜະລິດອ້ອຍ ແລະ ໄດ້ຮຽກຮ້ອງມາຍັງກະສິກອນ ໃຫ້ຮີບຮ້ອນເກັບກູ້ຜົນຜະລິດອ້ອຍຂອງຕົນ ໃຫ້ທ່ວງທັນສໍາເລັດຕາມລະດັບລະຄາດໝາຍທີ່ວາງໄວ້ ເພື່ອຫລີກລ້ຽງຜົນເສຍຫາຍທີ່ຕາມມາ ແລະ ຈົ່ງພ້ອມກັນສ້າງສາພັດທະນາເສດຖະກິດຄອບຄົວຂອງຕົນ ໃຫ້ດີຂຶ້ນເລື້ອຍໆ.
ຂ່າວ: ເຂັມຄໍາ ຄອນມະນີ