ປະທານາທິບໍດີ ຕີມໍ-ແລັດສະເຕ ຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ

121

ທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນ ໃນຕອນຄ່ຳວັນທີ 27 ກຸມພາ 2024 ເພື່ອຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ເຊິ່ງໄດ້ຖືກຕ້ອນຮັບໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ (ລັດຖະມົນຕີກຽດຕິຍົດ) ພ້ອມດ້ວຍຄະນະ.

ໂດຍການມາຄັ້ງນີ້ໄດ້ຮັບຄໍາເຊີນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊິ່ງ ທ່ານ ປະທານາທິບໍດີ ໂຈເຊ ຣາໂມສ ອໍຕ້າ ແລະ ຄະນະຜູ້ແທນຂັ້ນສູງ ຈະເຄື່ອນໄຫວຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ແຕ່ວັນທີ 27 ກຸມພາ ຫາ ວັນທີ 2 ມີນາ 2024 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ.
ພາບ: ເກດສະໜາ