ງານບຸນນະມັດສະການ ຜາສາດຫີນວັດພູຈໍາປາສັກມໍລະດົກໂລກ ເປີດຂຶ້ນຢ່າງເປັນທາງການ

67

ພິທີເປີດງານບຸນນະມັດສະການ ຜາສາດຫີນວັດພູຈໍາປາສັກ ມໍລະດົກໂລກ ປະຈໍາປີ 2024 ຈັດຂຶ້ນຢ່າງເປັນທາງການ ໃນຕອນຄໍ່າຂອງວັນທີ 22 ກຸມພາ 2024 ໂດຍໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດງານ ຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ໂດຍມີຜູ້ແທນ, ຈາກ ສສ ຫວຽດນາມ, ຣາຊະອານາຈັກກໍາປູເຈຍ, ຣາຊະອານາຈັກໄທ, ການນໍາຂອງແຂວງຈໍາປາສັກ, ນະຄອນ, ເມືອງ, ຕະຫຼອດຮອດມວນຊົນເຂົ້າຮ່ວມ.

ທ່ານ ວິໄລລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ກ່າວເປີດງານຢ່າງເປັນທາງການວ່າ: ງານບຸນນະມັດສະການ ຜາສາດຫີນວັດພູ ແມ່ນຈັດຂຶ້ນໃນທຸກໆ ປີ (ໃນມື້ຂຶ້ນ 15 ຄ່ໍ່າ ເດືອນ 3) ເຊິ່ງການຈັດງານປີນີ້ແມ່ນໃນທ່າມກາງບັນຍາກາດທີ່ທົ່ວ ພັກ, ທົ່ວລັດ ທົ່ວປວງຊົນລາວທັງຊາດ ເວົ້າລວມ, ເວົ້າສະເພາະ ກໍຄືປະຊາຊົນບັນດາເຜົ່າໃນທົ່ວແຂວງຈໍາປາສັກ ພວມຕັ້ງໜ້າ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ 8 ຂອງອົງຄະນະພັກແຂວງ, ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຂວງ ຕິດພັນ ກັບການອອກແຮງແຂ່ງຂັນ ເພື່ອຂ່ຳນັບຮັບຕ້ອນພິທີສະເຫຼີມສະ ຫຼອງວັນເກີດຂອງ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ແລະ ການເປີດປີທ່ອງທ່ຽວ ລາວ ປີ 2024. ພັກ ແລະ ລັດຖະບານ ກໍຄືແຂວງຈໍາປາສັກ ໄດ້ເອົາໃຈ ໃສ່ ໃນການກະກຽມຈັດພິທີ ເປີດງານບຸນນະມັດສະການຜາສາດຫີນວັດ ພູໃນທຸກໆປີ, ເຊິ່ງສະຖານທີ່ດັ່ງກ່າວ ເປັນແຫຼ່ງອະລິຍະທຳບຸຮານທີ່ເກົ່າແກ່ ແລະ ໄດ້ຖືກຈົດທະບຽນຮັບຮອງເຂົ້າເປັນມໍລະ ດົກໂລກ ໃນຄັ້ງວັນທີ 16 ທັນວາ 2001 ໂດຍອົງການ UNESCO, ເປັນສະຖານທີ່ມີຄຸນຄ່າທາງດ້ານປະຫວັດສາດ ແລະ ວັດທະນະທຳຂອງຊາດລາວເຮົາ ມາແຕ່ສະໄໝບຸນຮານນະການ, ສະຖານທີ່ມໍລະດົກໂລກວັດພູຈຳປາສັກແຫ່ງນີ້ ແມ່ນໄດ້ ຖືກສ້າງຂຶ້ນໃນລະຫວ່າງສະຕະວັດທີ 5 ແຫ່ງຄິດຕະສັກກະຫຼາດ ເຊິ່ງໄດ້ມີການສືບຕໍ່ບູລະນະປະຕິສັງຂອນ ແລະ ຈັດງານສັກກາລະບູຊາມາໃນແຕ່ລະໄລຍະ ຈິ່ງໄດ້ຄ່ອຍປັບປ່ຽນມາເປັນງານບຸນ ສໍາຄັນທາງດ້ານພະພຸດທະສາສະໜາ ໂດຍເປັນວັນມາຄະບູຊາ ບຸນນະມັດສະການ ຜາສາດຫີນວັດພູຈຳປາສັກ ຈົນຮອດປັດຈຸ ບັນນີ້.

ໃນໄລຍະຜ່ານມາ ທາງອົງການປົກຄອງແຂວງຈໍາປາສັກ ໄດ້ປະຕິບັດຕາມທິດຊີ້ນໍາຂອງລັດດຖະບານ ແລະ ອົງການກ່ຽວຂ້ອງ ໄດ້ເອົາໃຈໃສ່ໃນການປົກປັກຮັກສາ, ເພີ່ມທະວີຄຸນຄ່າ ຂອງມໍຣະດົກໂລກວັດພູຈຳປາສັກ, ຄຸນຄ່າຮ່ອງຮອຍທາງດ້ານ ປະຫວັດສາດ ແລະ ບູລະນະປະຕິສັງຂອນ ສະຖານທີ່ວັດພູມໍລະ ດົກໂລກ ບໍ່ໃຫ້ເປ່ເພ ແລະ ຊຸດໂຊມ ພ້ອມກັນນັ້ນກໍ່ໄດ້ ສົ່ງເສີມໃຫ້ມີການຈັດກິດຈະຕ່າງໆ ໃນຂອບເຂດວັດພູມໍລະດົກໂລກເມືອງບູຮານ ເປັນຕົ້ນ: ບຸນນະມັດສະການຜາສາດຫີນວັດພູ, ການຈັດພິທີສະເຫຼີມສະຫຼອງວັນໂຍຄະໂລກ ແລະ ອື່ນໆ ເພື່ອເປັນການໂຄສະນາໃຫ້ສາກົນໄດ້ຮັບຮູ້ ທັງເປັນການດຶງດູດ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ກາບໄຫວ້ ສັກກາລະບູຊາ ໃນສະຖານທີ່ທີ່ມີຊື່ສຽງແຫ່ງນີ້;ພິເສດ ປີ 2024 ລັດຖະບານໄດ້ຮັບຮອງເອົາບຸນນະມັດສະການ ຜາສາດຫີນວັດພູ ມໍລະດົກໂລກ ເປັນການເປີດປີທ່ອງທ່ຽວລາວ2024 ຂອງແຂວງຈຳປາສັກ.

ໃນໂອກາດເປີດງານບຸນນະມັດສະການຜາສາດຫີນວັດພູ ຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ຂອງແຂວງຈຳປາສັກ ເຈົ້າແຂວງຈໍາປາສັກ ໄດ້ກ່າວເຊີນຊວນທຸກພາກສ່ວນໃນສັງຄົມ,ບັນດາແຂກ, ນັກທ່ອງທ່ຽວທັງພາຍໃນແຂວງ,ຕ່າງແຂວງ ແລະ ຕ່າງປະເທດ ທີ່ເຂົ້າຮ່ວມງານບຸນນະມັດສະການຜາສາດຫີນວັດພູ ກໍຄືງານຕ່າງໆທີ່ທາງແຂວງຈັດຂຶ້ນຢ່າງມີຄວາມເບີກບານມ່ວນຊື່ນ.

ຈາກນັ້ນ, ທ່ານ ເຈົ້າແຂວງຈໍາປາສັກ ປະທານຈັດງານ ກໍໄດ້ ລັ່ນຄ້ອງ 9 ບາດ, ຮ່ວມກັບບັນດາທ່ານຜູ້ແທນ, ແຂກທີ່ເຂົ້າຮ່ວມງານ ເພື່ອເປັນສີລິມຸງຄຸນ ແລະ ເປັນນີມິດໝາຍອັນດີແກ່ການເປີດງານຢ່າງເປັນທາງການ.
ພ້ອມນີ້ບັນດາທ່ານການນໍາກໍຄືມວນຊົນ ຍັງໄດ້ຊົມການສະແດງສິລະປະວັນນະຄະດີ ແລະ ລະຄອນຢ້ອນຍຸກທີ່ມີເນື້ອໃນສະແດງໃຫ້ເຫັນເຖິງປະຫວັດການກໍ່ສ້າງວັດພູຈໍາປາສັກ ຊຶ່ງເປັນສະຖານບູຮານທີ່ສໍາຄັນແຫ່ງນີ້. ຈາກນັ້ນກໍເຂົ້າສູ່ພິທີທາງສາສະໜາເພື່ອເປັນສີລິມຸງຄຸນຕື່ມອີກ ແລະ ງານບຸນນະມັດສະການຜາສາດຫີນວັດພູ ຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ຂອງແຂວງຈໍາປາສັກ ຈະດໍາເນີນແຕ່ວັນທີ 22-24 ກຸມພາ 2024.
ໂດຍ: ປະພິດ ສີສົມບູນ