ງານບຸນນະມັດສະການພຣະທາດສີໂຄດຕະບອງ ປະຈໍາປີ 2024 ຈັດ 6 ກິດຈະກໍາຫຼັກ

53

ຂ່າວດີງານບຸນນະມັດສະການພຣະທາດສີໂຄດຕະບອງ ປະຈໍາປີ 2024 ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 22-24 ກຸມພາ ໂດຍໄດ້ມີການຫ້າງຫາການກະກຽມ ແລະ ໄດ້ກຳນົດ 6 ກິດຈະກຳຫຼັກທີ່ຈະໄດ້ຈັດຕັ້ງປະຕິບັດຕະຫຼອດການຈັດງານ ປະກອບມີ:
1. ເລີ່ມແຕ່ວັນທີ 18 ກຸມພ 2024 ແມ່ນຈະໄດ້ຫ້າງຫາກະກຽມຈັດສະຖານທີ່ພາຍໃນເດີ່ນພຣະທາດສີໂຄດຕະບອງ, ການຕົບແຕ່ງ, ຕິດຕັ້ງດອກໄຟ, ທາສີທາດ, ທາສີກົມມະລຽນ, ທາສີບໍລິເວນຮູບຫຼໍ່ພະຍາສີໂຄດ, ການອະນາໄມ, ສັນຈັນບັນດາຮ້ານຂາຍເຄື່ອງຕ່າງໆໃຫ້ມີຄວາມເປັນລະບຽບຮຽບຮ້ອຍ. ນອກຈາກນັ້ນ ຍັງໄດ້ຕົບແຕ່ງກອງບຸນ ແລະ ເຄື່ອງປັດໄຈໄຊຍະທານຕ່າງໆ,
2. ວັນທີ 21 ກຸມພາ ແມ່ນມື້ເປີດງານຕະຫຼາດນັດວາງສະແດງ ແລະ ຈໍາໜ່າຍສິນຄ້າໃນບໍລິເວນເຮືອນຊົນເຜົ່າ 10 ຕົວເມືອງ,

3. ວັນທີ 22 ກຸມພາ ແມ່ນພິທີໃສບາດຖວາຍສັງຄະທານຢູ່ຫໍພຣະຍາສີໂຄດຕະບອງ, ຕອນບ່າຍຈະໄດ້ມີການແຂ່ງຂັນກິລາປະເພດຕ່າງໆ ແລະ ຕອນກາງຄືນມີການສະແດງສີລະປະ-ວັນນະຄະດີ, ແຂ່ງຂັນຂັບລໍາຜະຫຍາມະຫາໄຊ, ແຂ່ງຂັນເປົ່າແຄນທີ່ມາຈາກບັນດາເມືອງຕ່າງໆ ແລະ ຄົບງັນຕາມຮີດຄອງປະເພນີ, 4. ວັນທີ 23 ກຸມພາ ເລີ່ມແຕ່ເວລາ 12:00 ໂມງຈະເລີ່ມຂະບວນແຫ່ຜາສາດເຜິ້ງ ເຊິ່ງມີຢູ່ 3 ຂະບວນຄື: ຂະບວນທີ 1 ປະກອບດ້ວຍ 5 ຕົວເມືອງ: ມະຫາໄຊ, ຍົມມະລາດ, ນາກາຍ, ໄຊບົວທອງ ແລະ ເມືອງບົວລະພາ, ຂະບວນທີ 2 ປະກອບດ້ວຍ 4 ຕົວເມືອງ: ຫີນບູນ, ຄູນຄໍາ, ໜອງບົກ ແລະ ເຊບັ້ງໄຟ. ທັງສອງຂະບວນ ແມ່ນຈະໄດ້ເຕົ້າໂຮມຢູ່ເດີ່ນພຣະທາດ ແລະ ຂະບວນທີ 3 ເປັນຂະບວນແຫ່ຜາສາດເຜິ້ງຂອງແຂວງ-ເມືອງທ່າແຂກ, ມວນຊົນເຕົ້າໂຮມຢູ່ເດີ່ນຫ້ອງວ່າການເມືອງ ໃນເວລາ 14:00 ໂມງ ກຽມເຄື່ອນຂະບວນແຫ່ຜາສາດລົງພຣະທາດສີໂຄດຕະບອງ ພ້ອມທັງດໍາເນີນພິທີທາງສາສະໜາຕາມຮີດຄອງປະເພນີ. ຈາກນັ້ນ ຈະໄດ້ຮັບຊົມການແຂ່ງຂັນເສັງກອງແຕ້-ກອງຈິງ ຮອບຊີງຊະນະເລີດ, ຊົມການແຂ່ງຂັນກິລາປະເພດຕ່າງໆ ແລະ ຊົມການການແຂ່ງຂັນລໍາມະຫາໄຊ, ເປົ່າແຄນ ຮອບຕັດສິນ ຫຼັງຈາກນັ້ນຮັບຊົມການສະແດງລໍາເລື່ອງ,
5. ວັນທີ 24 ກຸມພາ ເລີ່ມແຕ່ຕອນເຊົ້າເວລາ 6:30 ໂມງ ເຕົ້າໂຮມພຣະສົງສໍາມະເນນ ແລະ ອອກຕົນຍາດໂຍມ ທໍາພິທີໄຫວ້ພຣະຮັບສິນ ແລະ ໃນເວລາ 7:00 ໂມງ ເລີ່ມພິທີໃສ່ບາດຖວາຍສັງຄະທານແດ່ພຣະສົງສໍາມະເນນ ແລະ ຕອນບ່າຍຮັບຊົມການແຂ່ງຂັນກິລາປະເພດຕ່າງໆ ຮອບຊິງຊະນະເລີດ, ຕອນກາງຄືນມີການວຽນທຽນ, ຮັບຊົມການສະແດງສິລະປະ ແລະ ປະກວດນາງສາວອາພອນເຜົ່າ 9 ເຜົ່າ,
6. ວັນທີ 25 ກຸມພາ ເລີ່ມແຕ່ເວລາ 7:00 ໂມງ ມີພິທີໃສ່ບາດເທິງແທ່ນພຣະທາດ ແລະ ຖວາຍຈັງຫັນແດ່ພຣະສົງສໍາມະເນນ ແລະ ສູດບັງສະກຸນ.