ແຂວງສະຫວັນນະເຂດ ກຽມເປີດປີທ່ອງທ່ຽວ ທ່ານໃດຈະໄປແນະນໍາໃຫ້ໄປກາບໄຫວ້ 3 ໄຫວ້, 4 ເບິ່ງ ແລະ 5 ຊົມ

395

ແຂວງສະຫວັນນະເຂດ ກໍານົດເປີດປີທ່ອງທ່ຽວລາວ 2024 ຕິດພັນກັບງານເທ ສະການສະຫວັນ ສຸກສັນ ຫັນສາ ໃນລະຫວ່າງໃນວັນທີ 10-17 ມິນາ 2024 ທີ່ເທສະບານຕົວເມືອງເກົ່າ, ນະຄອນໄກສອນພົມວິຫານ ຂະນະທີ່ ທ່ານ ບຸນໂຈມ ອຸບົນປະເສີດ, ເຈົ້າແຂວງສະຫວັນນະເຂດ ໄດ້ເຊີນຊວນມາຍັງບັນດານັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ຖືໂອກາດນີ້ມາຢ້ຽມຢາມແຂວງສະຫວັນນະເຂດ, ທ່ຽວສະຫວັນນະເຂດ ສະເໜີໃຫ້ໄດ້ໄປກາບໄຫວ້ 3 ໄຫວ້, ທ່ອງທ່ຽວເບິ່ງ 4 ເບິ່ງ ແລະ ທ່ອງທ່ຽວຊົມ 5 ຊົມ ດັ່ງນີ້:

+ ກາບໄຫວ້ 3 ໄຫວ້:
– ກາບໄຫວ້ ພຣະທາດອີງຮັງ.
– ກາບໄຫວ້ ພຣະທາດໂພ່ນ.
– ກາບໄຫວ້ ຫໍພຣະໄຕປີດົກ.

+ ທ່ອງທ່ຽວ ເບິ່ງ4 ເບິ່ງ:
– ທ່ຽວເບິ່ງຫໍພິພິຕະພັນແຂວງ.
– ທ່ຽວເບິ່ງ ຫໍພິພິຕະພັນໄດໂນເສົາ.
– ທ່ຽວເບິ່ງຫໍພິພິຕະພັນຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ.
– ທ່ຽວເບິ່ງ ມໍລະດົກສະຖານໜອງເຮືອທອງ.

+ ທ່ອງທ່ຽວຊົມ 5 ຊົມ:
– ທ່ຽວຊົມ ຕົວເມືອງເກົ່າປະຫວັດສາດ-ໜອງຫຼົ່ມປ່າສະຫງວນດົງນາຕາດນະຄອນໄກສອນ.
– ທ່ຽວຊົມ ລີງ-ປາຝາ-ຝາຍສຸຍ ຈໍາພອນ.
– ທ່ຽວຊົມ ໂອ່ງ-ມັ່ງ, ນົກຍາງຂາວ, ແຫຼ່ງຂຸດຄົ້ນກະດູກໄດໂນເສົາຊົນນະບູລີ.
– ທ່ຽວຊົມ ໂນນຫີນດ້າງ, ໂພນຊ້າງສານ, ສີສະເກດສວນຕານ, ຜາສາດຫີນໄຊພຸູທອງ.
– ທ່ຽວຊົມ ພຣະທາດນາງລາວ-ພຣະເຈົ້າອົງແສນ-ຫີນ 3 ເສົ້າ-ນໍ້າເກົ້າແຄວ ວິລະບູລີ.

ປັດຈຸບັນ, ແຂວງສະຫວັນນະເຂດມີແຫຼ່ງທ່ອງທ່ຽວທັງ ໝົດ 116 ແຫ່ງ ໃນນັ້ນ ມີແຫຼ່ງທ່ອງທ່ຽວທໍາມະຊາດ 74 ແຫ່ງ, ປະຫວັດສາດ 13 ແຫ່ງ ແລະ ທາງດ້ານຫວັດທະນະທໍາ 29 ແຫ່ງ ການເປີດປີທ່ອງທ່ຽວລາວ 2024 ໃນຄັ້ງນີ້ ແມ່ນເປັນຄັ້ງທີ 4 ຂອງແຂວງ ພາຍໃຕ້ຄໍາຂວັນທີ່ວ່າ: ທ່ຽວສະຫວັນ ບ້ານເຮົາເດີເຮີ້ຍ! ໂດຍກໍານົດສັນຍາລັກການທ່ອງ ທ່ຽວ ຄື: ທາດອີງຮັງ-ຕິບເຂົ້າ-ປີ້ງໄກ່-ຊີ້ນສະຫວັນ-ມີຮູບນັກທ່ອງທ່ຽວ ເປັນສັນຍາ ລັກໂດດເດັ່ນທາງດ້ານແຫຼ່ງທ່ອງທ່ຽວ ແລະ ອາຫານທີ່ເປັນເອກະລັກສະເພາະຂອງແຂວງ.
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: Media Lao