ໄຟຟ້າຫົງສາ ສະໜັບສະໜູນ ການພັດທະນາ ເມືອງເງິນ 1,6 ຕື້ກວ່າກີບ

101

ໃນປີ 2024 ນີ້ ເມືອງເງິນ ແຂວງໄຊຍະບູລີ ສະເໜີ 3 ໂຄງການບຸລິມະສິດທີ່ຈໍາເປັນຂອງເມືອງ ເພື່ອຂໍການສະໜັບສະໜູນທຶນ ຈາກບໍລິສັດໄຟຟ້າຫົງສາ ຈຳກັດ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງເງິນ ລວມມູນຄ່າ 1,6 ຕື້ກວ່າກີບ ໃນນີ້, ໂຄງການຍົກລະດັບປູຫີນທາງຂ້າງຫ້ອງການແຜນການ ຫາຫລັງສູນບໍາບັດອອກໄປລົງສະຖານທີ່ຊ່ວງເຮືອ ມູນຄ່າ 922 ລ້ານກວ່າກີບ; ໂຄງການຖົມດິນກ້ອງອ່າງເກັບນໍ້າຫ້ວຍນານ້ອຍ ມູນຄ່າ 467 ລ້ານກວ່າກີບ; ໂຄງການສ້ອມແປງລະບົບໄຟຟ້າເຍືອງທາງເທສະບານເມືອງ ມູນຄ່າ 289 ລ້ານກວ່າກີບ, ເຊິ່ງຂໍ້ມູນດັ່ງກ່າວໄດ້ລາຍງານໃນກອງປະຊຸມແຜນງົບປະມານສະໜັບສະໜູນ ການພັດທະນາ ເມືອງເງິນ ແຂວງໄຊຍະບູລີ ປະຈຳປີ 2024 ໃນວັນທີ 14 ກຸມພາ 2024 ໂດຍທ່ານ ທອງພັນ ສຸກສະຫວັດ ຮອງເຈົ້າເມືອງໆເງິນ.

ທ່ານ ທອງພັນ ສຸກສະຫວັດ ໃຫ້ຮູ້ຕື່ມວ່າ: ຕະຫລອດໄລຍະຜ່ານມາ ເມືອງເງິນ ເປັນເມືອງໜຶ່ງ ທີ່ໄດ້ຮັບການສະໜັບສະໜູນ ຈາກບໍລິສັດໄຟຟ້າຫົງສາຈຳກັດ ເຂົ້າໃນການພັດທະນາບັນດາຂະແໜງການ ຂອງເມືອງ ກໍຄືບັນດາບ້ານຕ່າງໆ ພາຍໃນເມືອງ ໂດຍສະເພາະ ການປະກອບສ່ວນໃນບຸນສຳຄັນຕ່າງໆຂອງເມືອງ ເວົ້າລວມ, ເວົ້າສະເພາະໃນປີ 2023 ທີ່ຜ່ານມາ ເມືອງເງິນໄດ້ຮັບການສະໜັບສະໜູນທຶນ ຈາກບໍລິສັດດັ່ງກ່າວ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ຈຳນວນ 3 ໂຄງການ ມູນຄ່າ 1.450 ລ້ານກີບ ໃນນີ້, ປັບປຸງ ແລະ ກໍ່ສ້າງສ້ອມແປງພື້ນຖານໂຄງລ່າງ ຂອງເມືອງ ມູນຄ່າ 464 ລ້ານກວ່າກີບ; ກໍ່ສ້າງເສັ້ນທາງເບຕົງບ້ານເພຍງາມ ແລະ ອ່າງເກັບນໍ້າບ້ານດອກເກດ ມູນຄ່າ 371 ລ້ານກວ່າກີບ; ຝຶກອົບຮົມ ແລະ ຊຸກຍູ້ສົ່ງເສີມ, ສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງເມືອງ ມູນຄ່າ
613 ລ້ານກວ່າກີບ.
ຂ່າວ-ພາບ: ອິນແປງ ແຫວນຄຳ