ແຂວງວຽງຈັນ ເປີດປີທ່ອງທ່ຽວລາວ 2024, ມີສະຖານທີ່ທ່ອງທ່ຽວທໍາມະຊາດ 238 ແຫ່ງ

123

ພິທີເປີດປີທ່ອງທ່ຽວລາວ 2024 ຂອງແຂວງວຽງຈັນ ຕິດພັນກັບງານເທສະການໝາກກ້ຽງຫວານວັງວຽງ ຢ່າງເປັນທາງການຈັດຂຶ້ນໃນຕອນແລງວັນທີ 14 ກຸມພານີ້ ທີ່ສະໜາມບິນເກົ່າເມືອງວັງວຽງ ໂດຍມີ ທ່ານ ຈະເລີຍ ເຢຍປາວເຮີ, ຮອງປະທານສະ ພາແຫ່ງຊາດ, ທ່ານ ຄໍາພັນ ສິດທິດໍາພາ, ເຈົ້າແຂວງວຽງຈັນ, ທ່ານ ນາງ ສວນສະ ຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ບົວສອນ ບຸບຜາວັນ, ອະດີດນາຍົກລັດຖະມົນຕີ, ພ້ອມດ້ວຍແຂກຖືກເຊີນຈາກສູນກາງ, ບັນດາແຂວງໃກ້ຄຽງ ແລະ ມວນຊົນຊາວແຂວງວຽງຈັນ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ພູວົງ ບຸນຊູ, ຮອງເຈົ້າແຂວງວຽງຈັນ, ຫົວໜ້າຄະນະຮັບ ຜິດຊອບຊີ້ນໍາຈັດປີທ່ອງທ່ຽວລາວ 2024 ຢູ່ແຂວງວຽງຈັນ ໄດ້ຂຶ້ນລາຍງານໃຫ້ຮູ້ວ່າ: ການເປີດປີທ່ອງທ່ຽວລາວ-ທ່ອງທ່ຽວແຂວງວຽງຈັນ 2024 ໄດ້ກໍານົດໃຫ້ມີ 2 ກິດຈະກໍາການທ່ອງທ່ຽວລະດັບຊາດ ຄື: ງານເທສະການໝາກກ້ຽງຫວານວັງວຽງ ແລະ ງານເປີດແຫຼ່ງທ່ອງທ່ຽວໜ້າເຂື່ອນນໍ້າງື່ມ 1 ທີ່ຄາດວ່າຈະຈັດຂື້ນໃນໄລຍະກາງປີ 2024, ນອກຈາກນີ້ ຍັງມີ 17 ກິດຈະກໍາລະດັບທ້ອງຖິ່ນທີ່ຈະຈັດຂື້ນຢູ່ບັນດາເມືອງ ເພື່ອສົ່ງ ເສີມການທ່ອງທ່ຽວ ແນໃສ່ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວແຂວງວຽງຈັນ ໃຫ້ນັບມື້ນັບຫລາຍຂື້ນ ໂດຍໄດ້ກະກຽມຄວາມພ້ອມດ້ານຕ່າງໆ ເປັນຕົ້ນແມ່ນ: ການປັບປຸງປົວແປງພື້ນຖານໂຄງລ່າງສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ, ການພັດທະນາແຫຼ່ງທ່ອງທ່ຽວໃໝ່, ການຝຶກອົບຮົມຍົກລະດັບພະນັກງານບໍລິການ, ປັບປຸງຄຸນນະພາບຂອງສະຖານທີ່ພັກແຮມ, ຮ້ານອາຫານ ແລະ ກິດຈະກໍາບໍລິການນໍາທ່ຽວຕ່າງໆໃຫ້ໄດ້ມາດຕະຖານ.

ການເປີດປີທ່ອງທ່ຽວລາວ-ທ່ອງທ່ຽວແຂວງວຽງຈັນໃນຄັ້ງນີ້ ໄດ້ຈັດໃຫ້ມີກິດຈະກໍາຕ່າງໆ ເຊັ່ນ: ການ ວາງສະ ແດງພາບຈໍາລອງວິຖີຊີວິດ, ສິລະປະວັດທະນະທໍາ ແລະ ກິດຈະກໍາການທ່ອງທ່ຽວຂອງແຕ່ລະທ້ອງຖິ່ນ; ມີງານຕະ ຫຼາດນັດວາງສະແດງຜະ ລິດຕະພັນໜາກກ້ຽງຫວານ, ພຶດພັນຜົນຜະລິດທາງດ້ານກະສິກໍາ, ຫັດຖະກໍາ, ສິນຄ້າໂອດ໊ອບ, ການຕັ້ງບຸດໂຄສະນາສິນຄ້າ ແລະ ການບໍລິການອື່ນໆ, ມີຮ້ານວາງສະ ແດງຂອງບັນດາເມືອງ, ລວມທັງພາກລັດ-ພາກທຸລະກິດຫລາຍກ່ວາ 150 ຮ້ານ, ນອກຈາກນີ້ ຍັງມີການສະແດງກ້ອນກຳລັງຂອງບັນດາເມືອງ, ກ້ອນກຳລັງຂອງມວນຊົນ ແລະ ຜູ້ປະກອບການທຸລະກິດຂອງເມືອງວັງວຽງ ຈຳນວນທັງໝົດ 13 ກ້ອນ, ຊຶ່ງມີຈຳນວນພົນຫລາຍກ່ວາ 850 ທ່ານ ແລະ ອື່ນໆ.

ປັດຈຸບັນ, ທົ່ວແຂວງວຽງຈັນມີສະຖານທີ່ພັກແຮມທັງໝົດ 412 ແຫ່ງ, ມີຮ້ານອາຫານ-ກິນດື່ມ 362ແຫ່ງ, ສະຖານທີ່ບັນເທີງ 31 ແຫ່ງ; ມີສະຖານທີ່ທ່ອງທ່ຽວທໍາ ມະຊາດ 238 ແຫ່ງ, ປະຫວັດສາດ 9 ແຫ່ງ ແລະ ວັດທະນະທໍາ 22 ແຫ່ງ; ມີບໍລິສັດທ່ອງທ່ຽວ 38 ບໍລິສັດ, ໜ່ວຍບໍລິການນໍາທ່ຽວ 64 ຫົວໜ່ວຍ ແລະ ຍັງມີທຸລະ ກິດບໍລິການທີ່ປິ່ນອ້ອມອີກຈໍານວນໜຶ່ງ ຊຶ່ງຄາດວ່າ ໃນປີ 2024 ນີ້ ຈະສາມາດຕ້ອນຮັບນັກທ່ອງທ່ຽວໃຫ້ໄດ້ 1 ລ້ານກວ່າຄົນ.

ຫລັງຈາກນັ້ນ, ທ່ານ ຄໍາພັນ ສິດທິດໍາພາ, ເຈົ້າແຂວງວຽງຈັນ ໄດ້ຂຶ້ນກ່າວເປີດງານຢ່າງເປັນທາງການ, ຊຶ່ງທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງວຽກງານການທ່ອງ ທ່ຽວທີ່ມີຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍຄື ແຂວງວຽງຈັນ, ພ້ອມທັງຍົກໃຫ້ເຫັນການເປີດປີທ່ອງທ່ຽວລາວຂອງແຂວງວຽງຈັນໃນຄັ້ງນີ້ ຊຶ່ງກົງກັບງານເທສະການ ໝາກກ້ຽງຫວານຂອງຊາວເມືອງວັງວຽງ, ຖືເປັນກິດຈະກໍາໜຶ່ງທີ່ສະແດງໃຫ້ເຫັນເຖິງມູນເຊື້ອອັນດຸໝັ່ນຂະຫຍັນພຽນຂອງປະຊາຊົນຊາວແຂວງວຽງຈັນ, ເວົ້າສະເພາະກໍແມ່ນຊາວເມືອງວັງວຽງ ໃນການປູກໝາກກ້ຽງໃຫ້ກາຍເປັນສິນຄ້າ ແລະ ເປັນຂອງຕ້ອນຂອງຝາກໃຫ້ແກ່ນັກທ່ອງທ່ຽວໄດ້ຊີມລົດຊາດຢ່າງປະ ທັບໃຈ.

ທ່ານຍັງໄດ້ເຊີນຊວນບັນດາທ່ານແຂກທັງພາຍໃນ ແລະ ຕ່າງປະເທດ ຈົ່ງສະຫຼະເວລາອັນມີຄຸນຄ່າມາທ່ອງທ່ຽວແຂວງວຽງຈັນ ຕາມຄວາມຊອບໃຈ, ມາພັກຜ່ອນກາຍໃນໂຮງແຮມ-ຣີສອດທີ່ໄດ້ມາດຕະຖານ; ກິນ-ດື່ມອາຫານພື້ນບ້ານທີ່ແຊບຊ້ອຍ, ຂີ່ເຮືອແພລ່ອງລອຍນໍ້າງື່ມ, ນໍ້າລີກ, ນໍ້າຊອງທີ່ໃສເຢັນ, ທ່ອງທ່ຽວກະສິກຳ, ທ່ອງທ່ຽວພູຜ່າປ່າໄມ້ ຊີວະນາໆພັນທີ່ຂຽວສົດງົດງາມ, ບວກກັບຄວາມລຶກລັບປິດສະໜາຂອງທໍາມະຊາດທີ່ຫາເບິ່ງຫາຊົມໄດ້ຢາກ, ທ່ອງທ່ຽວປະຫວັດສາດ, ວັດທະນະທໍາ, ທ່ຽວຊົມວີຖີຊີວິດຊາວຊົນນະບົດ ແລ້ວເພີດເພີນມ່ວນຊື່ນກັບສິລະປະວັດທະນະທໍາຟ້ອນລໍາວົງລາວ ກ້ຽວສາວແຄມງື່ມ.

ພ້ອມນີ້, ຍັງໄດ້ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ, ນັກທຸລະກິດຜູ້ປະ ກອບການທຸກພາກສ່ວນ, ນັກທ່ອງທ່ຽວຕະຫຼອດຮອດປະຊາຊົນທຸກຊັ້ນຄົນພາຍໃນແຂວງວຽງຈັນ ຕ້ອງໄດ້ມີສ່ວນຮ່ວມ ແລະ ສໍາພັນກັນຢ່າງຕັ້ງໜ້າ ເຮັດໃຫ້ດີໃນທຸກຂົງເຂດວຽກງານ, ມີຄວາມສະຫງົບປອດໄພຮອບດ້ານ, ເຮັດໄດ້ຄືແນວນັ້ນ ການທ່ອງ ທ່ຽວຈຶ່ງຈະກາຍເປັນອຸດສາຫະກໍາທີ່ບໍ່ມີຄັວນ ແລະ ນໍາລາຍໄດ້ມາສູ່ປະເທດຊາດ, ມາ ສູ່ແຂວງວຽງຈັນຢ່າງຍືນຍົງ, ແຕ່ກົງກັນຂ້າມຖ້າຫາກບໍ່ເຂົ້າໃຈເຖິງຄຸນຄ່າ, ຂາດຄວາມເອົາໃຈໃສ່ຕໍ່ວຽກງານດັ່ງກ່າວຢ່າງຕໍ່ເນື່ອງແລ້ວ ຈະເຮັດໃຫ້ການພັດທະນາ ແລະ ການທ່ອງທ່ຽວດຳເນີນໄປໂດຍລຳພັງ, ທຸກພາກສ່ວນຈົ່ງຮ່ວມແຮງຮ່ວມໃຈກັນເປັນເຈົ້າພາບທີ່ດີຕ້ອນຮັບນັກທ່ອງທ່ຽວໃຫ້ເກີດຄວາມປະທັບໃຈ, ປົກປັກຮັກສາຊັບ ພະຍາກອນການທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາໃຫ້ຍືນຍົງ,ຮັກສາໄດ້ຄວາມສາມັກຄີ, ຄວາມສະຫງົບສຸກ ເພື່ອສ້າງຄວາມອົບອຸ່ນໃຈໃຫ້ແຂກຄົນທີ່ມາທ່ອງທ່ຽວມາແລ້ວ ຢາກມາອີກ, ມາແລ້ວຊວນໝູ່ ຊວນເພື່ອນມາອີກ.
Cr: ຂ່າວອອນລາຍ, ວສລ