ນາງງາມຈັກກະວານລາວ ຄົນທີ 8 ຈະແມ່ນໃຜ! ເປີດຮັບສະໝັກແລ້ວມື້ນີ້

56

ສາວໆງາມພ້ອມກັນ ຫຼື ຍັງ! ARE YOU THE NEXT MISS UNIVERSE LAOS? ສາວງາມຜູ້ທີ່ມີຫົວໃຈທີ່ແຂງແກ່ນເທົ່ານັ້ນ ທີ່ຈະຄອງມົງກຸດອັນຊົງຄຸນຄ່ານີ້ໄດ້ ເປີດໂອກາດແລ້ວມື້ນີ້ສໍາລັບສາວງາມທີ່ມີຄວາມຝັນ ແລະ ຈະເປັນຜູ້ຄອງມົງກຸດຄົນຕໍ່ໄປ ກຽມຕົວໃຫ້ພ້ອມສາວໆ ເວລາຂອງພວກເຈົ້າມາຮອດແລ້ວ ກັບປະສົບການກັບໂຄງການປະກວດນາງງາມຈັກກະວານລາວ 2024 Miss Universe Laos2024.

อาจเป็นกราฟิกรูป ข้อความ

ຂໍພຽງມີຫົວໃຈທີ່ແຂງແກ່ນເຈົ້າອາດຈະໄດ້ເປັນນາງງາມຈັກກະວານລາວ ຄົນທີ 8 ເພື່ອຮ່ວມເດີນທາງສູ່ຈັກກະວານທີ່ປະເທດ ແມັກຊິໂກ ໃນທ້າຍປີນີ້ ພ້ອມໂອກາດຫຼາຍໆຢ່າງໃນວົງການບັນເທີງກັນເລີຍ ຍິງສາວຜູ້ມີຄວາມພ້ອມ ແລະ ເຕັມໄປດ້ວຍພະລັງແຫ່ງຄວາມຝັນຫ້າມພາດ ເຊິ່ງໄດ້ເປີດຮັບສະໝັກຢ່າງເປັນທາງການ ວັນທີ 11 ກຸມພາ 2024 ຈົນເຖິງວັນທີ 22 ມີນາ 2024 ທີ່ຈະມາເຖິງນີ້.

ຈັກກະວານອັນກວ້າງໃຫຍ່ໄພສານ ພວກເຮົາຈະມາເລີ່ມເປີດຕຳນານບົດໃໝ່ ເພາະເປັນເວລາທີ່ສະຫງ່າລາສີ ເຟັ້ນຫາຄຸນລະສະຕຣີຜູ້ຊົງພະລັງໂດດເດັ່ນ ເພື່ອຮັບໜ້າທີ່ອັນຊົງກຽດເທິງເວທີແຫ່ງກຽດຕິຍົດ Miss Universe Laos 2024 “ BraveHeart ຫົວໃຈທີ່ແຂງແກ່ນ ” ປີນີ້ຈັດໃຫຍ່ຈັດເຕັມຂໍເປີດຈັກກະວານລາວ 2024 ຢ່າງເປັນທາງການ ພ້ອມຄວາມພິເສດແລະ ປະສົບການໃໝ່ຕະການຕາກັບຄວາມຍິ່ງໃຫຍ່ ແລະ ຮູບແບບປີນີ້ແມ່ນສີແດງ, ສີທອງ ທີ່ບົ່ງບອກເຖິງຄວາມແຂງແກ່ນ ຊົງພະລັງ ແລະ ຮ້ອນແຮງ.

อาจเป็นรูปภาพของ 2 คน และ ข้อความ

ມາຮ່ວມເປີດປະສົບການໃໝ່ ແລະ ຮ່ວມໃຈເຟັ້ນຫາສາວງາມຈັກກະວານລາວຄົນທີ 8 ເພື່ອສ້າງຄວາມເລີຄ່າທົ່ວຈັກກະວານ ສາວໆກຽມຕົວໃຫ້ພ້ອມເດີ ເງື່ອນໄຂຜູ້ສະໝັກປີນີ້ ເປີດໂອກາດໃຫ້ກັບສາວງາມສັນຊາດລາວ ຈາກທົ່ວປະເທດທີ່ມີ ຄວາມຝັນ ແລະ ຢາກພັດທະນາຕົນເອງ ບໍ່ຈໍາກັດອາຍຸ, ບໍ່ຈໍາກັດລວງສູງ, ສະຖານະພາບໂສດ, ໝັ້ນໝາຍ, ແຕ່ງງານ, ມີລູກ ຫຼື ຢ່າຮ້າງ  ເຄີຍມີຕໍາແໜ່ງ ຫຼື ຜ່ານການປະກວດມາກ່ອນ ບໍ່ຈໍາເປັນຕ້ອງໄດ້ພາສາອັງກິດກໍສາມາດປະກວດໄດ້.

ສາວໆທີ່ມີຄວາມສົນໃຈສາມາດເຂົ້າໄປຕິດຕາມຂໍ້ມູນລາຍລະອຽດຕ່າງໆໄດ້ເລີຍທີ່ເພຈ Miss Universe Laos ມີສຢູນິເວີຣສລາວ.