ແຂວງບໍ່ແກ້ວ ວາງຄາດໝາຍສູ້ຊົນ 2024 ໃຫ້ບັນລຸໄດ້ຕາມ 11 ຕົວຊີ້ວັດ

28

ວຽກງານສາທາລະນະສຸກ ແມ່ນວຽກງານໜຶ່ງສໍາຄັນທີ່ແຂວງໄດ້ເອົາໃຈໃສ່ໃນການສືບຕໍ່ປັບປຸງການບໍລິການດ້ານສາທາລະນະສຸກ ແລະ ໂພຊະນາການຢ່າງທົ່ວເຖິງ ແລະ ໃຫ້ມີຄຸນນະພາບສູງຂື້ນ ໂດຍສູ້ຊົນເພີ່ມຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ເພື່ອໃຫ້ບັນລຸບັນດາ 11 ຕົວຊີ້ວັດຕົ້ນຕໍໃນປີ 2024 ນີ້ເປັນຕົ້ນ

May be an image of 3 people and hospital

ເຮັດໃຫ້ອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານ ໃຫ້ຫຼຸດລົງນ້ອຍກວ່າ 14,3% ຂອງປະຊາກອນກຸ່ມເປົ້າໝາຍ, ອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງບໍ່ໄດ້ມາດຕະຖານ ໃຫ້ຫຼຸດລົງນ້ອຍກວ່າ 25,7% ຂອງປະຊາກອນກຸ່ມເປົ້າໝາຍ; ອັດຕາການຕາຍຂອງເດັກນ້ອຍ ລຸ່ມ 1 ປີ ໃຫ້ຫຼຸດລົງນ້ອຍກວ່າ 20/1.000 ຄົນ ຂອງເດັກເກີດມີຊີວິດ; ອັດຕາການຕາຍຂອງເດັກນ້ອຍ ລຸ່ມ 5 ປີ ໃຫ້ຫຼຸດລົງນ້ອຍກວ່າ 26,7/1.000 ຄົນ ຂອງເດັກເກີດມີຊີວິດ; ອັດຕາສ່ວນການຕາຍຂອງແມ່ ໃຫ້ຫຼຸດລົງນ້ອຍກວ່າ 122/100.000 ຄົນ ຂອງເດັກເກີດມີຊີວິດ; ອັດຕາການເກີດລູກມີແພດຊ່ວຍ ໃຫ້ບັນລຸໄດ້ 81,8% ຂອງຈຳນວນປະຊາກອນກຸ່ມເປົ້າໝາຍ; ອັດຕາການໃຫ້ວັກຊີນກັນພະຍາດ ໃຫ້ບັນລຸໄດ້ 95% ຂອງຈໍານວນປະຊາກອນກຸ່ມເປົ້າໝາຍ; ອັດຕາການຊົມໃຊ້ນໍ້າສະອາດ ໃຫ້ບັນລຸໄດ້ 99% ຂອງຈຳນວນຄອບຄົວທັງໝົດ;ອັດຕາການຊົມໃຊ້ວິດຖ່າຍ ໃຫ້ບັນລຸໄດ້ໄດ້ 100% ຂອງຈຳນວນຄອບຄົວທັງໝົດ;ອັດຕາການປົກຄຸມປະກັນສຸຂະພາບ ໃຫ້ປົກຄຸມໄດ້ 100% ຂອງຈຳນວນປະຊາກອນທັງໝົດ ແລະ ອັດການຮັບຮອງ ແລະ ປະກາດເປັນບ້ານສາທາລະະນະສຸກແບບຢ່າງ (MIV) ໃຫ້ບັນລຸໄດ້ 100% ຂອງຈໍານວນບ້ານທັງໝົດ.

May be an image of 18 people and hospital
ເພື່ອເຮັດໃຫ້ທິດທາງ, ຄາດໝາຍ ແລະ ໜ້າທີ່ຕົ້ນຕໍທີ່ໄດ້ກຳນົດໄວ້ໃນແຜນການ ປີ 2024 ໃຫ້ບັນລຸຜົນສຳເລັດຕາມລະດັບຄາດໝາຍນັ້ນ ຂະແໜງການທີ່ກ່ຽວຂ້ອງແມ່ນຕ້ອງໄດ້ເອົາໃຈໃສ່ປັບປຸງວຽກງານການບໍລິການປິ່ນປົວສຸຂະພາບ,ວຽກງານແມ່ ແລະ ເດັກ ວຽກງານໂພຊະນາການ ເພື່ອຈັດຕັ້ງປະຕິບັດຕາມແຜນທີ່ກຳນົດໃຫ້ໄດ້ຢ່າງເຂັ້້ມງວດ ໂດຍສະເພາະແມ່ນການສຸມທຶນຮອນເຂົ້າໃສ່ການພັດທະນາພື້ນຖານໂຄງລ່າງ(ດ້ານເສັ້ນທາງ, ໂຮງໝໍ, ສຸກສາລາ, ນໍ້າສະອາດ ແລະ ອື່ນໆທີ່ຈໍາເປັນ) ບັນຫາສໍາຄັນແມ່ນຕ້ອງໄດ້ສືບຕໍ່ເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ໃນການປະຕິບັດຕາມຈັນຍາບັນ ຈັນຍາທຳຂອງແພດໝໍໃຫ້ດີ ເພື່ອໃຫ້ບໍລິການແກ່ສັງຄົມຢ່າງທົ່ວເຖິງ ແຕ່ຕົວເມືອງ ຫາ ຊົນນະບົດເຂດຫ່າງໄກສອກຫລີກ.

May be an image of 4 people, hospital and text

ຂ່າວຈາກ: ໂທລະພາບແຂວງບໍ່ແກ້ວ