ເມືອງລະມາມ ເປີດຂະບວນການຊຸກຍູ້ການເສຍຄ່າທໍານຽມທາງ ປະຈໍາປີ 2024

76
ຮອດເວລາເສຍຄ່າທາງປະຈຳປີ 2024 ແລ້ວ ທຸກຄົນຢ່າລືມເປັນເຈົ້າການຮ່ວມກັນ, ເສຍຄ່າທາງ ເພື່ອນຳໄປບຳລຸງຮັກສາເສັ້ນທາງຫຼວງໃຫ້ການໄປມາສະດວກ ລະບຽບກົດໝາຍລະບຸໄວ້ທຸກຄົນຕ້ອງພ້ອມຈິດພ້ອມໃຈກັນເສຍພັນທະອາກອນເຫຼົ່ານັ້ນໃຫ້ສຳເລັດຜົນຕາມກຳນົດເວລາທີ່ກຳນົດໄວ້.
ໃນນີ້ຢູ່ເມືອງລະມາມ ແຂວງເຊກອງ ຂະແໜງສ່ວຍສາອາກອນປະຈໍາເມືອງໄດ້ຮ່ວມກັບພະແນກຈະລາຈອນ ກອງບັນຊາການ ປກສ ແຂວງເຊກອງ ຈັດພິທີເປີດຂະບວນການຊຸກຍູ້ເສຍຄ່າທໍານຽມທາງ ປະຈໍາປີ 2024 ຂຶ້ນ ໃນລະຫວ່າງວັນທີ 30 ມັງກອນ ຫາ ວັນທີ 16 ກຸມພາ 2024 ທີ່ປ້ອມຫຼັກ 3 ບ້ານໂພນໄຊ ເມືອງລະມາມ ໂດຍມີທ່ານ ເຫຼົາທອງ ໂຄດສັກເມືອງ ຮອງຫົວໜ້າສ່ວຍສາອາກອນເມືອງລະມາມ, ທ່ານ ພັນໂທ ສີເນ ຫຼວງຄໍາມະລັງສີ ຫົວໜ້າພະແນກຈາລະຈອນ ກອງບັນຊາການ ປກສ ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
May be an image of 1 person, road and fog
ໂອກາດນີ້, ທ່ານ ເຫຼົາທອງ ໂຄດສັກເມືອງ ໃຫ້ຮູ້ວ່າ: ປະຕິບັດຕາມແຈ້ງການ ຂອງຫ້ອງການກະຊວງການເງິນ ສະບັບເລກທີ 0209 ລົງວັນທີ 24 ມັງກອນ 2024 ກໍຄື ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ໂດຍສະເພາະແຜນການເກັບລາຍຮັບເຂົ້າງົບປະມານ ປະຈໍາປີ 2024 ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້. ສ່ວຍສາອາກອນປະຈໍາເມືອງລະມາມ ປະສານສົມທົບກັບກອງບັນຊາການ ປກສ ແຂວງ ໂດຍສະເພາະແມ່ນຕໍາຫຼວດຈາລະຈອນ ເປີດຂະບວນການຊຸກຍູ້ເສຍຄ່າທໍານຽມທາງ ປະຈໍາປີ 2024. ທັງນີ້ ກໍ່ເພື່ອເປັນການອໍານວຍຄວາມສະດວກ ແລະ ປຸກລະດົມ, ກະຕຸກຊຸກຍູ້ທຸກພາກສ່ວນທົ່ວສັງຄົມ ມີສະຕິຕື່ນຕົວ, ມີຄວາມສະໝັກໃຈ ປະກອບສ່ວນເຂົ້າງົບປະມານໃຫ້ແກ່ລັດ ກໍຄື ການປະກອບສ່ວນພັດທະນາປະເທດຊາດໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
May be an image of 5 people, road and text
ທ່ານ ເຫຼົາທອງ ໂຄດສັກເມືອງ ໃຫ້ຮູ້ຕື່ມວ່າ: ສໍາລັບໄລຍະເວລາການເສຍຄ່າທໍານຽມທາງ ປະຈໍາປີ 2024 ແມ່ນຈະສິ້ນສຸດໃນວັນທີ 31 ພຶດສະພາ 2024. ສະນັ້ນ, ຈຶ່ງຂໍເຊີນຊວນອົງການຈັດຕັ້ງທຸກພາກສ່ວນ, ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ-ຕໍາຫຼວດ ເຂົ້າມາເສຍຄ່າທໍານຽມທາງໃຫ້ທ່ວງທັນນຕາມກໍານົດເວລາ. ພິເສດຫາກບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ເປັນເຈົ້າຂອງ ຫຼື ນໍາໃຊ້ພາຫະນະ ທີ່ບໍ່ທັນເສຍຄ່າທໍານຽມທາງໃນປີ 2023 ຫຼື ຫຼາຍປີຜ່ານມາ ແມ່ນໃຫ້ຮີບຮ້ອນມາເສຍບໍ່ໃຫ້ກາຍວັນທີ 31 ພຶດສະພາ 2024 ແລະ ຈະໄດ້ຮັບການຍົກເວັ້ນການປັບໃໝຄ່າທໍານຽມທາງໃນໄລຍະຜ່ານມາ.
May be an image of 5 people