ບໍ່ທຳມະດາ ລາຍຮັບຈາກມັນຕົ້ນຂອງຊາວໄຊບູລີ 400 ຕື້ກີບ

83

ເຫັນຂ່າວແບບນີ້ແລ້ວດີໃຈນຳຊາວກະສິກອນ ຜູ້ປູກມັນຕົ້ນ ຊຶ່ງເມືອງໄຊບູລີ ເປັນເມືອງໜຶ່ງ ທີ່ມີມູນເຊື້ອຄວາມດຸໝັ່ນໃນການ ປູກຝັງ-ລ້ຽງສັດ ເຊິ່ງມາຮອດ ປະຈຸບັນ, ພໍ່ແມ່ປະຊາຊົນພາຍໃນ ເມືອງ ໄດ້ຫັນສູ່ການຜະລິດກະ ສິກຳເປັນສິນຄ້ານັບມື້ນັບຫຼາຍຂຶ້ນ ແລະເປັນຂະບວນກວ້າງຂວາງ ສາມາດສ້າງລາຍຮັບແກ່ຄອບຄົວຫຼາຍພໍສົມຄວນ ເວົ້າສະເພາະມັນຕົ້ນເທົ່ານັ້ນປີ 2023 ປິດຍອດທີ່ 400 ກວ່າຕື້ກີບ.

No photo description available.

ຕາມການລາຍງານຂອງທ່ານ ດວງຕາ ເສນໄຊປັນຍາ ຫົວໜ້າຫ້ອງການກະສິກໍາ ແລະປ່າ ໄມ້ເມືອງໄຊບູລີ ຕໍ່ກອງປະຊຸມເປີດ ກວ້າງຄົບຄະນະບໍລິຫານງານພັກ ເມືອງຄັ້ງທີ 13 ສະໄໝທີ VII ໃນກາງເດືອນມັງກອນຜ່ານມາ ນີ້ໄດ້ໃຫ້ຮູ້ວ່າ: ກ່ຽວກັບການຜະລິດກະ ສິກໍາເປັນສິນຄ້າ ເພື່ອສົ່ງອອກ ແລະທົດແທນການນໍາເຂົ້າວ່າ: ໃນປີ 2023 ການຜະລິດເຂົ້າເປືອກ ນາແຊງ+ນາປີ ບັນລຸໄດ້ 90.924 ໂຕນ ໃນນັ້ນ, ເກັບໄວ້ເປັນແນວ ພັນເຂົ້າປູກ 1.683 ໂຕນ, ມີເຂົ້າ ເປືອກໄວ້ກິນຜູ້ໜຶ່ງ 400 ກິໂລ/ຄົນ/ປີ, ເທົ່າກັບ 26.674 ໂຕນ, ເຂົ້າມີໄວ້ເພື່ອຂາຍເປັນສິນຄ້າ 49.838 ໂຕນ ພ້ອມດຽວກັນນີ້ໄດ້ຊຸກຍູ້ສົງເສີມ ການປູກອ້ອຍໃນທົ່ວເມືອງໃນ ເນື້ອທີ່ 13.580 ເຮັກຕາ ໃນນີ້ມີ: ເນື້ອທີ່ສໍາປະທານຂອງບໍລິສດ 6.216 ເຮັກຕາ ແລະຮູບແບບ 2+3 ຂອງປະຊາຊົນ 7.364 ເຮັກຕາ, ປະລິມານຜົນຜະລິດ 441.864 ໂຕນ.

May be an image of 1 person and dais

ສຳລັບການປູກມັນຕົ້ນມີ 52 ບ້ານ, ມີ 3.650 ຄອບຄົບ, ໃນເນື້ອທີ່ 4.524 ເຮັກຕາ, ສະມັດຕະພາບການເກັບກ່ຽວໄດ້ 45 ໂຕນ/ເຮັກຕາ (ມັນດິບ 203.597 ໂຕນ/ປີຂາຍໃນລາຄາ 2 ລ້ານ ກີບ/ໂຕນ), ປະຊາຊົນມີລາຍຮັບເຖິງ 407,16 ຕ້ືກີບ.

ນອກຈາກນີ້ຈຳນວນໜຶ່ງກໍ່ປູກຢາງພາລາລວມໆມີ 1.505 ຄອບຄົວໃນ 44 ບ້ານ, ມີເນື້ອ ທີ່ 3.652 ເຮັກຕາ, ເນື້ອທີ່ທີ່ໃຫ້ຜົນຜະລິດແລ້ວມີ 2.093 ເຮັກຕາ, ເຊິ່ງໃນ 1 ເດືອນໃດສາມາດຂີດໄດ້ 565 ກິໂລ/ເຮັກຕາ, ຂາຍໃນລາຄາກິໂລລະ 12.500 ກີບ, ເທົ່າກັບ 8,2 ລ້ານ ກີບ/ເຮັກຕາ, ໃນເນື້ອທີ່ 2.093 ເຮັກຕາ ສາມາດຂາຍໄດ້ເປັນເງິນ 17,25 ຕື້ກວ່າ ກີບ/1 ເດືອນ.

May be an image of grass

ໄປພ້ອມໆກັບການປູກຝັງ ປະຊາຊົນໄຊບູລີຍັງ ລ້ຽງສັດໃຫຍ່ນ້ອຍຈຳນວນໜຶ່ງ ເພື່ອບໍລິໂພກເອງພາຍໃນຄອບຄົວ ແລະຂາຍເປັນສິນຄ້າຕື່ມອີກ.