ໃນຕົ້ນເດືອນມັງກອນ 2024 ນີ້ເຈົ້າແຂວງຫຼວງນ້ຳທາ ໄດ້ອອກຂໍ້ຕົກລົງວ່າດ້ວຍ ການຮັບຮອງເອົາ ສັດປະເພດ “ນົກຂວາ” ເປັນສັດປະຈໍາແຂວງຫຼວງນໍ້າທາ. ມາດຕາ 1 ຮັບຮອງເອົາສັດປະເພດ “ນົກຂວາ” ເປັນສັດປະຈໍາແຂວງຫຼວງນໍ້າທາ, “ນົກຂວາ” ມີຊື່ເປັນພາສາອັງກິດວ່າ “Silver Pheasants” ເຊິ່ງພົບເຫັນຢູ່ໃນເຂດປ່າສະຫງວນຂອງບ້ານ, ເມືອງ, ແຂວງ ແລະ ປ່າສະຫງວນແຫ່ງຊາດນ້ຳຫ້າ.
ລັກສະນະຂອງນົກຂວາ ນົກຂວາໂຕຜູ້: ໃບໜ້າມີແຜ່ນໜັງສີແດງເຂັ້ມ, ປາກສີຂາວ, ຕາສີດຳ ແລະ ມີຂົນຫອນເປັນສີດຳຍາວ
ໄປທາງດ້ານຫຼັງ, ລຳຕົວດ້ານເທິງມີຂົນສີຂາວຢູ່ແຖວຫູຍາວປົກຄຸມໄປຮອດປາຍຫາງ, ສ່ວນຫາງດ້ານລຸ່ມມີສີຂາວການດຳຈ່າງໆ, ປີກເປັນສີຂາວກ່ານເຂັ້ມ ແລະ ລຳຕົວດ້ານລຸ່ມຈາກກ້ອງຄາງເຖີງກ້ອງຫາງເປັນສີດຳ, ລຳແຄ່ງ ແລະ ຕີນເປັນສີແດງ, ມີເດືອຍແຫຼມຂ້າງລະ 1 ອັນ.
ສ່ວນນົກຂວາໂຕແມ່: ໃບຫນ້າມີແຜ່ນສີແດງເລັກນ້ອຍ, ມີປາກສີເທົາ, ຕາສີດຳ ແລະ ຫົວມີຂົນຫອນເປັນສີດຳຍາວໄປທາງຫລັງ, ລຳຕົວດ້ານເທິງເປັນສີນ້ຳຕານແກມສີເທົາ, ລໍາຕົວດ້ານລຸ່ມເປັນສີເທົາເຂັ້ມມີລາຍການຂາວໄປຮອດຫາງ, ຂະໜາດໂຕແມ່ນ້ອຍກວ່າໂຕຜູ້, ລໍາແຄ່ງ ແລະ ຕີນເປັນສີແດງ ບໍ່ມີເດືອຍ.
ເປົ້າໝາຍໃນການກໍານົດ: ເປັນສັນຍາລັກສັດປະຈຳແຂວງຫຼວງນໍ້າທາ, ສ້າງເປັນອານຸສອນສະຖານຢູ່ບັນດາສະຖານທີ່ສຳຄັນ ແລະ ແຫຼ່ງທ່ອງທ່ຽວທີ່ໂດດເດັ່ນຂອງແຂວງ, ເປັນການໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ ແບບອະນຸລັກປະຊາຊົນມີສ່ວນຮ່ວມ ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ.
ທັງສ້າງເປັນເຄື່ອງໝາຍການຄ້າ (ໂລໂກ) ໃຫ້ແກ່ຜະລິດຕະພັນ, ສິນຄ້າ ແລະ ການບໍລິການຂອງແຂວງ, ໃຊ້ເປັນເຄື່ອງໝາຍ (ໂລໂກ) ຕ່າງໆຂອງອົງການຈັດຕັ້ງພາກລັດ, ພາກເອກະຊົນ, ສ້າງເປັນເຄື່ອງທີ່ລະນຶກ ເພື່ອຈຳໜ່າຍໃຫ້ແກ່ນັກທ່ອງທ່ຽວ ແລະ ອື່ນໆ.
,