ປະກາດແຕ່ງຕັ້ງຫົວໜ້າ ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງສະຫວັນນະເຂດ ຄົນໃໝ່

88

ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ ໂດຍໄດ້ແຕ່ງຕັ້ງ ທ່ານ ທະນົງຊາຍ ສຸກຄໍາທັດ ເປັນເລຂາພັກ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ ຄົນໃໝ່.
ພິທີດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ຄະນະຄຸ້ມຄອງດັ່ງກ່າວ ໂດຍມີ ທ່ານ ບົວສອນ ມະຫາວົງ ຫົວໜ້າຄະນະຈັດຕັ້ງແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

May be an image of 2 people, dais and text
ໃນໂອກາດນີ້, ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ວ່າດ້ວຍການຍົກຍ້າຍ ທ່ານ ທະນົງຊາຍ ສຸກຄໍາທັດ ຮອງຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ ກະຊວງແຜນການ ແລະ ການລົງທຶນ ໄປຮັບໜ້າທີ່ໃໝ່ຢູ່ຄະນະຄຸ້ມເຂດເສດຖະກິດພິເສດ ແຂວງສະຫວັນນະເຂດ, ພ້ອມທັງຜ່ານຂໍ້ຕົກລົງຂອງຄະນະປະຈໍາພັກແຂວງສະຫວັນນະເຂດ ວ່າດ້ວຍການບົ່ງຕົວແຕ່ຕັ້ງ ທ່ານ ທະນົງຊາຍ ສຸກຄໍາທັດ ເປັນເລຂາໜ່ວຍພັກຮາກຖານ ຄະນະຄຸ້ມຄອງເຂດເສດຖະກິດແຂວງສະຫວັນນະເຂດ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການແຕ່ງຕັ້ງ ທ່ານ ທະນົງຊາຍ ສຸກຄໍາທັດ ເປັນຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດສະຫວັນນະເຂດ.

May be an image of 15 people and text
ທ່ານ ບົວສອນ ມະຫາວົງ ໄດ້ເນັ້ນວ່າ: ການສັບຊ້ອນ ແລະ ປັບປຸງການຈັດຕັ້ງແມ່ນກົດເກນທີ່ຈະຕ້ອງໄດ້ປະຕິບັດຢູ່ໃນທຸກໆການຈັດຕັ້ງແຕ່ລະຂັ້ນ, ເພື່ອເຮັດໃຫ້ວຽກງານມີການພັດທະນາທີ່ເຂັ້ມແຂງ; ຜູ້ທີ່ຖືກແຕ່ງຕັ້ງຄັ້ງນີ້ ໄດ້ຜ່ານການຄົ້ນຄວ້າພິຈາລະນາຢ່າງລະອຽດຈາກຄະນະພັກຂັ້ນເທິງ ແລະ ເປັນຜູ້ທີ່ໄດ້ຮັບຄວາມໄວ້ວາງໃຈຈາກໝູ່ຄະນະ, ເປັນຜູ້ທີ່ມີຄວາມຮູ້ຄວາມສາມາດ, ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ຈົ່ງເຮັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ສະເໝີຕົ້ນສະເໝີປາຍ, ເອົາໃຈໃສ່ສ້າງຄວາມສາມັກຄີ, ເຮັດວຽກງານໃຫ້ມີການປຶກສາຫາລື, ຢຶດໝັ້ນໃນຫຼັກການລວມສູນປະຊາທິປະໄຕເປັນໝູ່ຄະນະ.
ຂ່າວ-ພາບ: ແຂວງສະຫວັນະເຂດ