ຮັບຮອງເອົາຄະນະບໍລິຫານງານສະມາຄົມທຸລະກິດບໍລິການຈັດຫາງານ7 ທ່ານ

51

ກອງປະຊຸມສ້າງຕັ້ງສະມາຄົມທຸລະກິດການບໍລິການຈັດຫາງານ ຈັດຂຶ້ນໃນອາທິດແລ້ວນີ້ ທີໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ, ໂດຍເປັນປະທານຂອງ ທາ່ນ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ແຮງງານ ແລະສະຫວັດດີການສັງຄົມ(ຮສສ), ມີທ່ານວຽງປະສິດ ທິບພະສຸດາ, ຜູ້ປະສານງານອົງການແຮງງານສາກົນ ປະຈໍາ ສປປ ລາວ, ບັນດາທ່ານຫົວໜ້າກົມ, ຮອງກົມການຈັດຫາງານ, ຜູ້ຕາງໜ້າຈາກບັນດາກະຊວງກ່ຽວຂ້ອງ, ທ່ານຜູ້ອຳນວຍການບໍລິສັດຈັດຫາງານ ພ້ອມຄະນະວິຊາການເຂົາຮ່ວມ.

May be an image of 12 people, table, lighting and dais
ກອງປະຊຸມຄັ້ງສຳຄັນນີ້ບົ່ງບອກເຖິງຄວາມຄືບໜ້າໃນການສ້າງຕັ້ງສະມາຄົມບໍລິສັດຈັດຫາງານ ຕາມທີ່ໄດ້ກຳນົດໄວ້ໃນແຜນ 5 ປີ ຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ຊຶ່ງຄະນະຂົນຂວາຍສ້າງຕັ້ງສະມາຄົມທຸລະກິດການບໍລິການຈັດຫາງານ ໄດ້ດຳເນີນເອກະສານຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນດຳລັດ ວ່າດ້ວຍສະມາຄົມ ສະບັບເລກທີ 238/ລບ ລົງວັນທີ 11 ສິງຫາ 2017. ປະຈຸບັນມີວິສາຫະກິດບໍລິການຈັດຫາງານພາຍໃນ ແລະ ຈັດສົ່ງໄປຕ່າງປະເທດ 43 ແຫ່ງ, ສະເພາະຈັດຫາງານພາຍໃນປະເທດ 5 ແຫ່ງ, ລວມທັງຫມົດ 48 ແຫ່ງ.

May be an image of 8 people, table, lighting and text

ວິສາຫະກິດບໍລິການຈັດຫາງານທີ່ໄດ້ຮັບການສ້າງຕັ້ງຂຶ້ນມີຄວາມເຂັ້ມແຂງທາງດ້ານກົນໄກການຈັດຫາງານ ລວມທັງຄວາມພ້ອມດ້ານຕ່າງໆ ທີ່ແຕກຕ່າງກັນຫຼາຍ. ພ້ອມນີ້, ການເຄື່ອນໄຫວວຽກງານການບໍລິການຈັດຫາງານພາຍໃນ ແລະ ຈັດສົ່ງໄປຕ່າງປະເທດ ຍັງບໍ່ທັນມີຄວາມເອກະພາບ ແລະ ດຳເນີນໃນລວງດຽວກັນເທົ່າທີ່ຄວນ ຊຶ່ງສົ່ງຜົນເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວບໍ່ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

May be an image of 4 people

ດ້ວຍເຫດນິ້ການສ້າງຕັ້ງສະມາຄົມທຸລະກິດການບໍລິການຈັດຫາງານ ຈະຊ່ວຍຫຼຸດຜ່ອນບັນຫາຕ່າງໆທີ່ກ່າວມາຂ້າງເທິງນັ້ນຫຼຸດລົງ ແລະ ເຮັດໃຫ້ວຽກງານການບໍລິການຈັດຫາງານພາຍໃນ ແລະ ຈັດສົ່ງໄປເຮັດວຽກຢູ່ຕ່າງປະເທດ ມີຄວາມເຂັ້ມແຂງ ແລະ ເປັນທີ່ຮັບຮູ້ໃນພາກພື້ນ ແລະ ສາກົນ. ຊຶ່ງລະບຽບການຂອງສະມາຄົມທຸລະກິດການບໍລິການຈັດຫາງານ ຈະເປັນເຄື່ອງມືໜຶ່ງທີ່ສຳຄັນໃນການເຄື່ອນໄຫວວຽກງານສະມາຄົມທຸລະກິດການບໍລິການຈັດຫາງານ ໂດຍສະເພາະກໍ່ແມ່ນການຄຸ້ມຄອງສະມາຊິກສະມາຄົມບໍລິສັດຈັດຫາງານ ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານບໍລິການຈັດຫາງານຕາມສິດ ແລະ ໜ້າທີ່ຂອງຕົນ ບົນພື້ນຖານກົດໝາຍ ແລະ ລະບຽບການທີ່ກຳນົດໄວ້.

May be an image of 11 people, table, dais and text
ກອງປະຊຸມໃນຄັ້ງນີ້ ຍັງໄດ້ພ້ອມກັນບ່ອນບັດຄັດເລື່ອກເອົາຄະນະບໍລິຫານງານສະມາຄົມທຸລະກິດບໍລິການຈັດຫາງານ ແລະ ໄດ້ພ້ອມກັນເອກະສັນມະຕິຕົກລົງກັນ ດັ່ງນີ້: ຮັບຮອງກົດລະບຽບສະມາຄົມທຸລະກິດບໍລິສັດຈັດຫາງານລາວ ເຊິ່ງມີທັງຫມົດ 9 ຫມວດ 45 ມາດຕາ; ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຂອງ ສະມາຄົມທຸລະກິດບໍລິການຈັດຫາງານຈໍານວນ 7 ທ່ານ ຂອງຜູ້ສະຫມັກ ຈໍານວນ 11 ທ່ານ, ຜ່ານກອງປະຊຸມຄັ້ງປະຖົມມະລຶກ ໂດຍການເປັນປະທານຂອງທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມໄດ້ເຫັນດີເປັນເອກະພາບເລືອກເອົາຄະນະບໍລິຫານງານປະກອບໂດຍມີ:

May be an image of 10 people and text
1) ທ່ານ ບຸນທ່ຽງ ລັດຕະນະວົງ ຜູ້ອຳນວຍການ ບສ ໄອຈອບ ເປັນປະທານ
2) ທ່ານ ສາຍຄຳ ດາວສີສະຫວັນ ຜູ້ອຳນວຍການ ບສ ສົ່ງເສີມແຮງງານລາວເປັນຮອງປະທານ
3) ທ່ານ ແກ້ວວິສຸກ ດາລາສານ ຜູ້ອຳນວຍການ ບສ ຈັດຫາງານ 108 ເປັນຮອງປະທານ
4) ທ່ານ ນາງ ແກ່ນແກ້ວ ສີພັນດອນ ຜູ້ອຳນວຍການ ບສ ບົວສະຫວັນ ເປັນຮອງປະທານ
5) ທ່ານ ບຸນປອນ ສອນພະສັກ ຜູ້ອຳນວຍການ ບສ ສອນພະສັກ ເປັນກຳມະການ
6) ທ່ານ ນາງ ລັດຕະນາ ອາໄພຍະລາດ ຜູ້ອຳນວຍການ ບສ ວຽງຈັນຈັດຫາງານ ເປັນກຳມະການ
7) ທ່ານ ບຸນຫົງ ທຳມະວົງ ຜູ້ອຳນວຍການ ບສ EFLຈັດຫາງານ ເປັນກຳມະການ