ຫຼວງພະບາງເກັບລາຍຮັບໄດ້ລື່ນແຜນ ເພີ່ມຂຶ້ນ 200 ກວ່າຕື້ກີບ

82

ຜ່ານຜານກອງປະຊຸມຫຼຸບການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນ ປະຈໍາແຂວງປີ 2023 ແລະຜ່ານແຜນການຈຸດສຸມ ປີ 2024 ຂອວງແຂວງຫຼວງພະບາງໃນວັນທີ 24 ມັງກອນຜ່ານມາ ທ່ານ ຄໍາມ່ວນ ຄໍາບຸນມີ ຫົວໜ້າສ່ວຍສາອາກອນປະຈໍາແຂວງຫຼວງພະບາງໃຫ້ຮູ້ວ່າ: ໃນໄລຍະ01 ປີທີ່ຜ່ານມາ ຊຶ່ງເປັນປີທີ່ຂຸ້ນຂ້ຽວໃນການຈັດຕັ້ງປະຕິບັດວຽກງານ ແລະມີຫຼາຍເຫດການສະພາບເສດຖະກິດມີຜົນກະທົບຕໍ່ການຈັດຕັ້ງປະຕິບັດການເກັບລາຍຮັບເຂົ້າງົບປະມານຂອງແຂວງ ໃນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 18 ແລະເປັນປີສຸດທ້າຍຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ພ້ອມທັງສຸມໃສ່ບັນດາມະຕິຄໍາສັ່ງຂອງຂັ້ນເທິງ, ບັນດາມາດຕະການ ແລະແຜນພັດທະນາຂະແໜງສ່ວຍສາອາກອນ ແຕ່ປີ 2021-2025 ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີ, ຂອງແຂວງໃຫ້ປະກົດຜົນຕົວຈີງນັ້ນ, ສ່ວຍສາອາກອນປະຈຳແຂວງຫຼວງພະບາງ ໄດ້ເພີ່ມທະວີຄວາມເປັນເຈົ້າການໃນໜ້າທີ່ການເມືອງ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການເງິນແຫ່ງລັດ.

May be an image of 1 person and dais

ເຖິງແມ່ນວ່າໄລຍະຜ່ານມາໄດ້ຮັບຜົນກະທົບຢ່າງໜັກທາງດ້ານເສດຖະກິດ ໂດຍສະເພາະການຜັນຜ່ວນຂອງອັດຕາແລກປ່ຽນ ແລະ ໄພເງິນເຟີ້ເພີ່ມຂຶ້ນຢ່າງສູງ, ການຂາດເງິນຕາຕ່າງປະເທດໃນການນໍາເຂົ້ານໍ້າມັນເຊື້ອໄຟ ແລະສິນຄ້າທີຈໍາເປັນ ເພື່ອສະໜອງໃຫ້ແກ່ສັງຄົມບາງໄລຍະບໍ່ພຽງພໍ, ແຕ່ຂະແໜງສ່ວຍສາອາກອນ ກໍໄດ້ສຸມໃສ່ການຈັດຕັ້ງປະຕິບັດວຽກງານຢ່າງໜັກໜ່ວງ ແລະດ້ວຍຄວາມຮັບຜິດຊອບສູງ, ຈຶ່ງເຮັດໃຫ້ການສູ້ຊົນເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ບັນລຸຕາມແຜນການປີ 2023 ເຫັນໄດ້ວ່າລາຍຮັບຮອດວັນທີ 31 ທັນວາ 2023 ສາມາດເກັບລາຍຮັບໄດ້ທັງຫມົດ 694,33 ຕື້ກີບ ເທົ່າກັບ 109,56% ຂອງແຜນການປີ ເພີ່ມຂື້ນ 67,24% ເປັນເງິນ 279,16 ຕື້ກີບ.

May be an image of 6 people

ໃນນັ້ນ: ລາຍຮັບສ່ວຍສາອາກອນ ສາມາດເກັບໄດ້ 570,62 ຕື້ກີບ ເທົ່າກັບ 117,30% ເປັນເງິນ 84,17 ຕື້ກີບ ລື່ນແຜນ 51,21% ເປັນເງິນ 193,251 ຕື້ກີບ, ລາຍຮັບຊັບສິນເກັບໄດ້: 123,71 ຕື້ກີບ ເທົ່າກັບ 250,11% ເປັນເງິນ 74,25 ຕື້ກີບ, ທຽບໄລຍະດຽວກັນຂອງປີຜ່ານມາ ລື່ນ 237,23% ເປັນເງີນ 85,90 ຕື້ກີບ.

May be an image of 14 people

ການເກັບລາຍຮັບປະຈຳປີ 2023 ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານຄຽງຄູ່ກັບຜົນສໍາເລັດທີ່ໄດ້ຈັດຕັ້ງປະຕິບັດ ໃນ ປີຜ່ານມານີ້ ເຫັນວ່າຍັງມີຂໍ້ຄົງຄ້າງ ແລະສິ່ງທ້າທາຍທີຄະນະນໍາຂອງຂະແໜງສ່ວຍອາກອນປະຈໍາແຂວງ, ບັນດາເມືອງ ແລະນະຄອນ ຕ້ອງໄດ້ສືບຕໍ່ເອົາໃຈໃສ່ໃນການຈັດຕັ້ງປະຕິບັດຄາດໝາຍສູ້ຊົນເກັບລາຍຮັບອາກອນໃຫ້ບັນລຸຕາມແຜນການ ປີ 2024 ທີ່ໄດ້ວາງໄວ້ ໂດຍຕິດພັນກັບການເກັບລາຍຮັບເຂົ້າງົບປະມານຂອງແຂວງ ເພື່ອແນໃສ່ເຮັດແຂວງຫຼວງພະບາງ ສາມາດກຸ້ມຕົວເອງດ້ານງົບປະມານຢ່າງແຂງແຮງ.

May be an image of 11 people