ການບໍລິການຂົນສົ່ງໂດຍສານຢູ່ພາຍໃນແຂວງຫຼວງພະບາງ ຍັງສາມາດຮອງຮັບນັກທ່ອງທ່ຽວໄດ້ຢ່າງພຽງພໍ

23

ປັດຈຸບັນ ແຂວງຫຼວງພະບາງມີຕາໜ່າງເສັ້ນທາງຄົມມະນາຄົມ ຂົນສົ່ງທາງບົກ, ທາງນໍ້າ, ທາງອາກາດ ແລະທາງລົດໄຟ ທີ່ເຊື່ອມໂຍງເຊື່ອມຈອດກັບບັນດາແຂວງ ແລະບັນດາປະເທດອ້ອມຂ້າງ ໃນນັ້ນ ເສັ້ນທາງຫຼວງແຫ່ງຊາດເລກທີ 13 ເໜືອ, ເລກ 7 ເລກ 4, ເລກ 41 ແລະ ເລກ 1C, ມີເສັ້ນທາງທາງຫຼວງຂອງແຂວງ, ທາງຫຼວງຂອງເມືອງ ທີ່ເຊື່ອມໄປຫາແຫຼ່ງທ່ອງທ່ຽວຂອງແຂວງ, ມີເສັ້ນທາງລົດໄຟຜ່ານຈາກນະຄອນຫຼວງ ວຽງຈັນ ໄປສູ່ ສປ ຈີນ, ມີສະໜາມບິນສາກົນ ທີ່ເປີດສາຍການບິນ ພາຍໃນ ແລະຕ່າງປະເທດຫຼາຍສາຍ, ມີແມ່ນໍ້າຂອງ-ນໍ້າຄານທີ່ເປັນທ່າແຮງການຂົນສົ່ງ ແລະທ່ອງທ່ຽວທາງນໍ້າ.

No photo description available.

ທ່ານ ບຼົ່ງວ່າງ ຫວ່າງເຈຍຊາ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ໃຫ້ສຳພາດກ່ຽວກັບການກຽມຄວາມພ້ອມຕ້ອນຮັບນັກທ່ອງທ່ຽວທີ່ຈະມາທ່ຽວຊົມຫຼວງພະບາງ ໃນປີທ່ອງທ່ຽວລາວ 2024 ວ່າ: ປັດຈຸບັນທົ່ວແຂວງບໍລິສັດຂົນສົ່ງໂດຍສານທັງໝົດ 94 ບໍລິສັດ, ບໍລິສັດລົດໃຫ້ເຊົ່າມີ 13 ບໍລິສັດ ແລະມີສະມາຄົມລົດຂົນສົ່ງໂດຍສານທັງໝົດ 11 ແຫ່ງ (ໃນປີ 2023 ກຳລັງຄົ້ນຄວ້າ ສ້າງຕັ້ງໃໝ່ – 08 ບໍລິສັດ) ແລະມີສະຖານີຂົນສົ່ງໂດຍສານ 06 ສະຖານີ, ມີລົດຂົນສົ່ງໂດຍສານທັງໝົດ 2.147 ຄັນ, ໃນນີ້, ມີລົດຂົນສົ່ງໂດຍສານ, ບໍລິການທ່ອງທ່ຽວ ແລະລົດໃຫຍ່ໃຫ້ເຊົ່າ ຈຳນວນ 455 ຄັນ, ນອກນັ້ນ ໄດ້ມີບໍລິສັດລົດຈັກໃຫ້ເຊົ່າ 27 ບໍລິສັດ, ມີລົດຈັກທັງໝົດ 447 ຄັນ; ໄດ້ບໍລິການຂົນສົ່ງໂດຍສານທາງບົກພາຍໃນແຂວງ 11 ສາຍທາງ.

May be an image of 1 person

 

ໃນນັ້ນ ສາຍທາງລະຫວ່າງແຂວງ 9 ແຂວງ 18 ສາຍທາງ ແລະສາຍຕ່າງປະເທດ ຈຳນວນ 06 ສາຍ ຄື: ໄປປະເທດຫວຽດນາມ 04 ສາຍ ແລະໄທ 02 ສາຍ, ນັບແຕ່ຕົ້ນປີ 2023 ຮອດເດືອນ ພະຈິກ ມີບໍລິມາດການຂົນສົ່ງໂດຍສານ ບັນລຸໄດ້ 533.187 ຄົນ; ສະເພາະການໃຫ້ບໍລິການຂົນສົ່ງໂດຍສານຈາກ ສະຖານີລົດໄຟ ໄດ້ມີທັງການຂົນສົ່ງຜູ້ໂດຍສານ ຈາກສະຖານີເຂົ້າມາຫາຕົວນະຄອນ ຫຼວງພະບາງ ໂດຍກຳນົດຈຸດຈອດຂື້ນ-ລົງຈໍານວນ 11 ຈຸດ ສາມາດສ້າງຄວາມສະດວກສະບາຍ ໃຫ້ແກ່ຜູ້ໂດຍສານທີ່ເດີນທາງດ້ວຍລົດໄຟ ແລະມີການບໍລິການຂົນສົ່ງໄປ ຈຸດນັກທ່ອງທ່ຽວຕ້ອງການ ຫຼື ສະຖານທີ່ທ່ອງທ່ຽວພາຍໃນແຂວງ.

No photo description available.ທ່ານ ບຼົ່ງວ່າງ ຫວ່າງເຈຍຊາ ໃຫ້ຮູ້ຕື່ມວ່າ: ເພື່ອຮັບປະກັນໃຫ້ມີລົດບໍລິການຮັບໃຊ້ຢ່າງພຽງພໍ ຄະນະຮັບຜິດຊອບຂອງພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ຄົ້ນຄວ້າ ແລະມີແຜນຊຸກຍູ້ ສົ່ງເສີມໃຫ້ແກ່ບັນດາ ບໍລິສັດ ທີ່ມີຈຸດປະສົງໃນການຂະຫຍາຍກິດຈະການ ໃນການບໍລິການໃຫ້ມີລົດຮັບໃຊ້ ພຽງພໍ ແລະວ່ອງໄວ ໂດຍເພີ່ມຈຳນວນລົດບໍລິການຕາມຄວາມເປັນຈິງ ເພື່ອຮອງຮັບໃຫ້ແກ່ນັກທ່ອງທ່ຽວ, ໃນໄລຍະເວລາອັນໃກ້ນີ້ ແຂວງຫຼວງພະບາງ ຈະໄດ້ດຳເນີນການບໍລິການລົດເມປະຈຳທາງຂະໜາດ 20 ບ່ອນນັ່ງ, ຈໍານວນ 60 ຄັນ ເຊີ່ງໄດ້ຮັບການຊ່ວຍເຫຼືອລ້າ ຈາກລັດຖະບານເກົາຫຼີ ທີ່ຈະຮັບໃຊ້ ເປັນລົດຂົນສົ່ງສາທາລະນະ ພາຍໃນນະຄອນ ຫຼວງພະບາງ ເຊີ່ງຈະເຮັດໃຫ້ການບໍລິການຂົນສົ່ງໂດຍສານ ພາຍໃນນະຄອນ ຫຼວງພະບາງ ມີຄວາມສະດວກຂື້ນ ທັງເປັນການແກ້ໄຂສະພາບການສັນຈອນແອອັດໄດ້ຫຼາຍຂື້ນ.