ຊາວນາໃຈ 100 ຈັບມືກັນສ້າງເປັນສະຫະກອນ ເພື່ອປູກເຂົ້າເປັນສິນຄ້າ

197

ການຜະລິດເພື່ອຈຳໜ່າຍ ຖ້າຈະເຮັດໃຫ້ເປັນສິນຄ້າແທ້ໆການເຮັດພຽງລຳພັງແມ່ນບໍເປັນຜົນດີ ຕ້ອງໄດ້ລວມຕົວກັນ ຜະລິດໃຫ້ໄດ້ຫຼາຍຈຶ່ງເໝາະແກ່ການລົງທຶນ ບໍ່ວ່າຈະພາກລັດ ຫຼື ບໍລິສັດຄູ່ຄ້າ ຊຶ່ງສອງບ້ານນີ້ກໍ່ກຳລັງເປັນສະຫະກອນນ້ອຍລິເລີ່ມຜະລິດເຂົ້າເປັນສິນຄ້າ ເຊື່ອວ່າໃນວັນຂ້າງໜ້າຈະເຕີບໂຕມີສະມາຊິກເພີ່ມຂຶ້ນຫຼາຍ.

 

ທ່ານ ສົມສີ ເພັດແພງລາສີ ຫົວໜ້າສະຫະກອນຮ່ວມໃຈ ໜອງໃສ-ນາໂພເລີນ ໄດ້ລາຍງານວ່າ: ສະຫະກອນຮ່ວມໃຈໜອງໃສ-ນາໂພເລີນ ໄດ້ສ້າງຕັ້ງຂຶ້ນໃນວັນທີ 22 ພຶດສະພາ 2023 ມີສະມາຊິກທັງໝົດ 50 ຄົນ, ມີເນື້ອທີ່ທັງໝົດ 108,74 ເຮັກຕາ ຊຶ່ງກວມເອົາ 2 ບ້ານ ຄື: ບ້ານໜອງໃສ ແລະ ບ້ານນາໂພເລີນ, ສະຫະກອນດັ່ງກ່າວນີ້ ສ້າງຕັ້ງຂຶ້ນດ້ວຍຄວາມສະໝັກໃຈຂອງສະມາຊິກກຸ່ມການຜະລິດເຂົ້າເປັນສິນຄ້າ ຊຶ່ງທັງສອງກຸ່ມຜະລິດມີຄວາມເຂັ້ມແຂງທາງດ້ານການຄຸ້ມຄອງບໍລິຫານກຸ່ມ, ທາງດ້ານເຕັກນິກ ແລະ ສະມາຊິກທັງສອງກຸ່ມມີໜໍ່ແໜງໃນການເຮັດທຸລະກິດຊື້-ຂາຍເຂົ້າ ແລະ ປັດໄຈການຜະລິດ ມີ (ຝຸ່ນ, ປຸ໋ຍ ແລະ ກະສອບ) ມາບໍລິການໃຫ້ແກ່ສາມະຊິກ. ສະນັ້ນ, ທັງ 2 ກຸ່ມການຜະລິດຈຶ່ງເຫັນໄດ້ຄວາມ ໝາຍຄວາມສໍາຄັນຂອງສະຫະກອນ ຈຶ່ງໄດ້ພ້ອມກັນສະໝັກໃຈພັດທະນາ ຈາກກຸ່ມມາເປັນສະຫະກອນ ປັດຈຸບັນສະຫະກອນ ມີເງິນຫຸ້ນທັງໝົດ 10.000.000 ກີບ.

May be an image of 6 people

ສະຫະກອນນີ້ເກີດຂຶ້ນມາແມ່ນຂໍ້ດີຫຼາຍຢ່າງເປັນຕົ້ນ ມີເນື້ອທີ່ເຮັດການຜະລິດ ຊຶ່ງສາມາດເຮັດການຜະລິດໄດ້ສອງລະດູ (ນາປີ ແລະ ນາແຊງ) ສະມາຊິກໃນສະຫະກອນແມ່ນມີມູນເຊື້ອ ແລະ ຄວາມຮູ້ທາງດ້ານເຕັກນິກການຜະລິດເຂົ້າໃນລະດັບໜຶ່ງ; ສະຫະກອນໄດ້ຮັບການຊ່ວຍເຫຼືອຈາກຄະນະນຳແຕ່ລະຂັ້ນກໍຄື ຂັ້ນບ້ານ, ຂັ້ນເມືອງ ໄດ້ສະໜອງດິນລວມຂອງບ້ານ ເພື່ອສ້າງຕັ້ງຫ້ອງການສະຫະກອນ. ປັດຈຸບັນກຳລັງກຽມທຸກເງື່ອນໄຂ ໂດຍສະເພາະພື້ນຖານໂຄງລ່າງເປັນຕົ້ນ ຫ້ອງການ, ສະມາຊິກສະຫະກອນ, ຄູ່ສັນຍາຊື້-ຂາຍ, ຝຸ່ນວິທະຍາສາດ, ເຕັກນິກ ແລະ ອື່ນໆ.

May be an image of 14 people and people camping

ແຕ່ກໍ່ບໍ່ສາມາດປາສະຈາກໄດ້ຂໍ້ຫຍຸ້ງຍາກ ເປັນຕົ້ນສາງເກັບມ້ຽນຜົນຜະລິດ, ບໍ່ມີຮ້ານຄ້າ ແລະ ຫ້ອງການສະຫະກອນ; ຂາດອຸປະກອນໃນການປຸງແຕ່ງຜົນຜະລິດ ເພື່ອໃຫ້ກາຍເປັນຜະລິດຕະພັນຂອງສະຫະກອນ ເຊັ່ນ: ໂຮງສີຂະໜາດນ້ອຍ, ເຄື່ອງອົບເຂົ້າ ແລະ ອຸປະກອນທີ່ຈຳເປັນ ຈຳນວນໜຶ່ງ.