ຂົນສົ່ງດ່ວນຢູ່ຄຳມ່ວນເຕີບໂຕຕໍ່ເນື່ອງ ດຽວນີ້ມີຢ່າງໜ້ອຍເມືອງລະ 2 ປ່ອງບໍລິການ

43

ໃນຍຸກນີ້ປະຕິເສດບໍໄດ້ວ່າ ບໍສັ່ງເຄື່ອງຂອງນຳອອນລາຍ ແລະບໍແມ່ນມີແຕ່ລົດເມຂົນສົ່ງກັບໄປສະນີເທົ່ານັ້ນທີ່ສົ່ງເຄື່ອງ ກົງກັນຂ້າມ ມີບໍລິສັດຂົນສົ່ງເກີດໃໝ່ຫຼວງຫຼາຍ ສະເພາະແຂວງຄຳມ່ວນແມ່ນມີຢູ່ທຸກເມືອງ ແຕ່ລະເມືອງມີຢ່າງໜ້ອຍ 2 ປ່ອງບໍລິການ.

ທ່ານ ຫວາດ ອິນຄໍາວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານປະຈໍາແຂວງຄໍາມ່ວນ ໄດ້ໃຫ້ສຳພາດຕໍ່ຜູ້ສື່ຂ່າວທ້ອງຖິ່ນວ່າ: ກ່ຽວກັບການຂົນສົ່ງພັດສະດຸດ່ວນ, ເປັນການ ເຄື່ອນໄຫວຮູບແບບໜຶ່ງທີ່ນອນຢູ່ໃນການບໍລິການຄ້າຍໆໄປສະນີ ຊຶ່ງປະກອບມີ 4 ຮູບແບບຄື: ການຂົນສົ່ງພັດສະດຸດ່ວນທັງພາຍໃນ ແລະ ຕ່າງປະເທດ, ການສົ່ງເຄື່ອງທາງອີເລັກໂຕຣນິກ, ການຜະລິດສະແຕັມທາງດ້ານໄປສະນີ ແລະ ການບໍລິການເງິນຝາກທາງດ້ານໄປສະນີ. ສະນັ້ນ, ການບໍລິການຂົນສົ່ງດ່ວນແມ່ນຈັດຢູ່ໃນຮູບແບບການຂົນສົ່ງໄປສະນີ ຊຶ່ງການບໍລິການໄປສະນີສະເພາະຢູ່ໃນແຂວງຄຳມ່ວນມີພຽງບໍລິສັດດຽວຄືລັດວິສາຫະກິດໄປສະນີລາວ ໃນເມື່ອກ່ອນແມ່ນເປັນລັດວິສາຫະກິດຂອງລັດ ມາຮອດປັດຈຸບັນເອີ້ນວ່າ: ບໍລິສັດ ໄປສະນີຈໍາກັດ.

May be an image of 1 person, car and text
ມາຮອດປີ 2015 ຢູ່ແຂວງຄໍາມ່ວນເລີ່ມມີບໍລິສັດເອກະຊົນທີ່ຮັບບໍລິການຂົນສົ່ງດ່ວນ ແລະ ຝາກເຄື່ອງທາງໄປສະນີ ຊຶ່ງບໍລິສັດອອກໃບອະນຸຍາດພາຍໃນແຂວງລວມມີກຽງໄກຂົນສົ່ງພັດສະດຸດ່ວນ ຍ້ອນການຂະ ຫຍາຍຕົວຂອງສັງຄົມ ຕົກມາຮອດປີ 2019 ຂົງເຂດວຽກງານດັ່ງກ່າວໄດ້ມີການຂະຫຍາຍຕົວຫຼາຍ. ນອກຈາກບໍລິສັດທີ່ມີພາຍໃນແຂວງແລ້ວ ຍັງມີບໍລິສັດທີ່ດໍາເນີນທຸລະກິດຢູ່ແຂວງອື່ນມາເປີດສາຂາຢູ່ແຂວງຂອງພວກເຮົາ. ປັດຈຸບັນ, ບໍລິສັດທີ່ມາເຄື່ອນໄຫວຢູ່ແຂວງຄໍາມ່ວນມີທັງໝົດ 12 ສາຂາ ທີ່ເຮັດທຸລະກິດຂົນສົ່ງພັດສະດຸດ່ວນ. ແຕ່ລະສາຂາຈະມີປ່ອງບໍລິການຮັບ-ຝາກພັດສະດຸໃນ 10 ຕົວເມືອງ, ຕໍ່າສຸດເມືອງລະ 2 ປ່ອງບໍລິການ. ນອກຈາກປ່ອງບໍລິການແລ້ວ ຍັງມີຮ້ານທີ່ເປັນຕົວແທນຮັບຝາກເຄື່ອງ.

May be an image of 1 person and newsroom
ທ່ານ ຫວາດ ອິນຄໍາວົງ ກ່າວຕື່ມວ່າ: ສາເຫດທີ່ການບໍລິການຂົນສົ່ງດ່ວນພາຍໃນແຂວງມີການຂະ ຫຍາຍຕົວໄວກໍຍ້ອນວ່າ ການຄ້າທາງອອນລາຍມີການເຕີບໃຫຍ່ຂະຫຍາຍຕົວຫຼາຍ ຈຶ່ງເຮັດໃຫ້ທຸລະກິດຂົນສົ່ງດ່ວນໄດ້ຮັບອະນິສົງໄປນໍາ ຊຶ່ງທາງພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ກໍໄດ້ມີນິຕິກໍາຄຸ້ມຄອງເປັນຕົ້ນແມ່ນກົດໝາຍທາງດ້ານໄປສະນີເປັນຫຼັກ. ນອກຈາກນັ້ນ, ຍັງມີນິຕິກໍາອື່ນໆຄຸ້ມຄອງເຊັ່ນ: ນິຕິກໍາວ່າດ້ວຍມາດຕະຖານການຝາກເຄື່ອງ, ຂໍ້ເກືອດຫ້າມກ່ຽວກັບເຄື່ອງທີ່ຝາກທາງໄປສະນີ ແລະ ລະບຽບສະເພາະຂອງແຕ່ລະບໍລິສັດ ໂດຍແຕ່ລະບໍລິສັດທີ່ມາດໍາເນີນທຸລະກິດຢູ່ພາຍໃນແຂວງ ຕ້ອງມີເອກະສານມາຜ່ານທາງພະ ແນກການກ່ຽວຂ້ອງກ່ອນ. ໂດຍຕິດພັນກັບ 2 ວາລະແຫ່ງຊາດ, ທາງພະແນກເຕັກໂນໂລຊີ ແລະ ການສື່ສານປະຈໍາແຂວງ ໄດ້ມີການເຜີຍແຜ່ນິຕິກໍາທີ່ກ່ຽວຂ້ອງໃຫ້ຜູ້ບໍລິການ ໃຫ້ໄດ້ຮັບຮູ້ພ້ອມທັງສົມທົບກັບພາກສ່ວນທີ່ຮັບຜິດຊອບຂອງ ປກສ ແຂວງໃນການລົງຊຸ່ມກວດ ແລະ ຕິດຕາມເບິ່ງລະບົບການຮັບ-ຝາກເຄື່ອງເປັນແຕ່ລະໄລຍະ. ພ້ອມນັ້ນ, ຍັງລວມໄປເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ທີ່ເກີດຂຶ້ນກັບບັນດາຮ້ານຕົວແທນຈໍາ ໜ່າຍ ກໍລະນີຝາກເຄື່ອງຢູ່ຕົ້ນທາງແລ້ວ ແຕ່ປາຍທາງບໍ່ໄດ້ຮັບເຄື່ອງ ແລະ ອື່ນໆ ຊຶ່ງກໍລະນີເຫຼົ່ານັ້ນຜ່ານມາແມ່ນໄດ້ຮັບການປັບປຸງ ແລະ ແກ້ໄຂແລ້ວ.