ກອງປະຊຸມພົບປະ ລະຫວ່າງ ທຫລ ແລະ ທະນາຄານທຸລະກິດ ມີຫຼາຍຫົວຂໍ້ເພື່ອໝາກຜົນດ້ານການເງິນ-ເງິນຕາ

96

 

ໃນຕອນບ່າຍຂອງວັນທີ 18 ມັງກອນ 2024, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມພົບປະກັບທະນາຄານທຸລະກິດ ປະຈໍາປີ 2023 ທີ່ ໂຮງແຮມແລນມາກ ແມ່ຂອງ ຣີເວີໄຊ ໂດຍການເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການ ທຫລ ພ້ອມດ້ວຍການເຂົ້າຮ່ວມຂອງ ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການ ທຫລ, ບັນດາຄະນະກົມພາຍໃນ ທຫລ, ຄະນະສາຂາ ທຫລ ປະຈໍາພາກ, ຄະນະກົມ ຈາກ ສານປະຊາຊົນສູງສຸດ, ສານນະຄອນຫຼວງວຽງຈັນ, ກະຊວງການເງິນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລອ້ມ, ພາກສ່ວນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງກົມຄຸ້ມຄອງທະນາຄານທຸລະກິດ, ສະພາບໍລິຫານ, ຄະນະອໍານວຍການຂອງບັນດາທະນາຄານທຸລະກິດ, ບໍລິສັດກວດສອບພາຍນອກ ແລະ ຄະນະພະແນກ-ວິຊາການ ຂອງກົມຄຸ້ມຄອງທະນາຄານທຸລະກິດ ທັງໝົດຈໍານວນ 180 ທ່ານ.

May be an image of 2 people, dais and text
ກອງປະຊຸມໃນຄັ້ງນີ້, ຈັດຂຶ້ນເພື່ອເປັນການທົບທວນຄືນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງທະນາຄານທຸລະກິດ ແລະ ການເຄື່ອນໄຫວດຳເນີນທຸລະກິດຂອງທະນາຄານທຸລະກິດທົ່ວລະບົບ ປະຈໍາປີ 2023 ທີ່ຜ່ານມາ, ພ້ອມທັງກໍານົດທິດທາງແຜນການວຽກງານຄຸ້ມຄອງທະນາຄານທຸລະກິດ ປະຈໍາປີ 2024 ໃນທ່າມກາງທີ່ຂະແໜງທະນາຄານພວມສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ XI ກໍຄືຈັດຕັ້ງມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ທະນາຄານ ແຫ່ງ ສປປ ລາວ ຄັ້ງທີ IV, ປະຕິບັດແຜນຍຸດທະສາດການພັດທະນາລະບົບສະຖາບັນການເງິນ-ເງິນຕາ ຂອງ ສປປ ລາວ ໄລຍະ 10 ປີ ແຕ່ປີ 2016-2025 ແລະ ວິໄສທັດຮອດປີ 2030 ເວົ້າລວມ, ເວົ້າສະເພາະແມ່ນການຈັດຕັ້ງປະຕິບັດແຜນງານ-ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ທະນາຄານທຸລະກິດ ແຕ່ປີ 2021-2025 ເພື່ອກຽມຄວາມພ້ອມໃຫ້ແກ່ການເຊື່ອມໂຍງພາກພື້ນ ແລະ ສາກົນ.

May be an image of 8 people

ກອງປະຊຸມໃນຄັ້ງນີ້ມີຄວາມໝາຍຄວາມສໍາຄັນ ແລະ ເປັນໂອກາດອັນດີໃຫ້ແກ່ຜູ້ຄຸ້ມຄອງ ແລະ ບັນດາທະນາຄານທຸລະກິດ ລວມທັງ ພາກສ່ວນກ່ຽວຂ້ອງ ໄດ້ມີໂອກາດແລກປ່ຽນບົດຮຽນ, ທັດສະນະ ແລະ ສະເໜີຄວາມຄິດເຫັນ ເພື່ອຈະເປັນບ່ອນອີງໃນການປັບປຸງ ແລະ ພັດທະນາ ວຽກງານຄຸ້ມຄອງທະນາຄານທຸລະກິດ ໃນຕໍ່ໜ້າ.

May be an image of 11 people and text
ໃນກອງປະຊຸມ, ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຄຸ້ມຄອງທະນາຄານທຸລະກິດ ປະຈໍາປີ 2023 ແລະ ທິດທາງແຜນການປີ 2024 ແລະ ແຜນວຽກຈຸດສຸມ ເປັນຕົ້ນແມ່ນວຽກງານສ້າງ ແລະ ປັບປຸງ ບັນດານິຕິກໍາກ່ຽວກັບຄວາມໝັ້ນຄົງຂອງທະນາຄານທຸລະກິດ ແລະ ນໍາສະເໜີແນວທາງການເພີ່ມທຶນຈົດທະບຽນຕາມກົດໝາຍທະນາຄານທຸລະກິດ ສະບັບປັບປຸງໃໝ່ ລວມທັງວຽກງານປັບປຸງຂອງສະມາຄົມທະນາຄານລາວ ໃຫ້ມີຄວາມເຂັ້ມແຂງໃນຕໍ່ໜ້າ. ນອກນີ້, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄໍາເຫັນຢ່າງກົງໄປກົງມາ ຕໍ່ກັບບັນດາວຽກງານເປັນຕົ້ນຄື: 1) ສະມາຄົມທະນາຄານລາວ, 2) ກົມບໍລິການທະນາຄານ, 3) ກົມຄຸ້ມຄອງລະບົບຊໍາລະ, 4) ກົມຄຸ້ມຄອງເງິນຕາຕ່າງປະເທດ, 5) ກົມນະໂຍບາຍເງິນຕາ ແລະ ບັນຫາອື່ນໆທີ່ປີ່ນອ້ອມ.ງ

May be an image of 2 people, dais and text
ກອງປະຊຸມຄັ້ງນີ້ ໄດ້ດໍາເນີນເປັນເວລາເຄິ່ງວັນ ດ້ວຍບັນຍາກາດການຟົດຟື້ນ ຊຶ່ງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຕໍ່ບັນຫາຕ່າງໆ ບົນພື້ນຖານການປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນ ຢ່າງກົງໄປກົງມາ ແລະ ພາວະວິໄສ ຈຶ່ງເຮັດໃຫ້ກອງປະຊຸມຄັ້ງນີ້ ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ແລະ ປະກອບສ່ວນສໍາຄັນໃນການປັບປຸງວຽກງານຄຸ້ມຄອງທະນາຄານທຸລະກິດ ເພື່ອແນໃສ່ເພີ່ມທະວີ ຄວາມເຂັ້ມແຂງ, ຄວາມປອດໄພ, ການດໍາເນີນທຸລະກິດຢ່າງມີປະສິດທິພາບ, ຍືນຍົງ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຂອງຂະແໜງທະນາຄານ ຂອງ ສປປ ລາວ ໃນຕໍ່ໜ້າ ເພື່ອປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບຂອງລະບົບສະຖາບັນການເງິນ-ເງິນຕາ ແຫ່ງຊາດ ກໍ່ຄືການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງບໍ່ຢຸດຢັ້ງ.

May be an image of 4 people, flute, dais and text
ຂ່າວ: ກົມຄຸ້ມຄອງທະນາຄານທຸລະກິດ, ທຫລ.