ປີ 2023 ສາມາດຂຶ້ນທະບຽນອອກໃບຕາດິນໃນຂອບເຂດທົ່ວປະເທດ ໄດ້ທັງໝົດ 395.350 ຕອນ

54

ເນື່ອງໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ຕໍ່ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດ ວຽກງານຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ປະຈຳປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ໃນຕອນບ່າຍ ວັນທີ 17 ມັງກອນ 2024 ໂດຍມີທ່ານ ນາງ ບຸນຄຳ ວໍ ລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫລວງວຽງຈັນ, ພະນັກງານຫລັກແຫລ່ງກະຊວງຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຜູ້ຕາງໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະຈຳແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລາຍງານໃຫ້ຊາບ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະຈຳປີ 2023 ຜ່ານມາ ລວມທັງຜົນການດໍາເນີນກອງປະຊຸມຄັ້ງນີ້ ເຫັນວ່າ ສາມາດຂຶ້ນທະບຽນອອກໃບຕາດິນໃນຂອບເຂດທົ່ວປະເທດ ໄດ້ທັງໝົດ 395.350 ຕອນ, ເທົ່າກັບ 24,70% ຂອງແຜນການ 5 ປີ; ໄດ້ດໍາເນີນວຽກງານການຄຸ້ມຄອງທີ່ດິນຫັນເປັນທັນສະໄໝ ໂດຍໄດ້ສ້າງຍຸດທະສາດການຫັນເປັນທັນສະໄໝ, ປະເມີນສະພາບລະ ບົບຄຸ້ມຄອງຖານຂໍ້ມູນທີ່ດິນ ແລະ ຄາດຄະເນແຜນການລົງທຶນການປັບປຸງຫັນເປັນທັນສະໄໝ; ໄດ້ປັບປຸງ ແລະ ສ້າງລະບົບໂຄງລ່າງພື້ນຖານຂອງ ICT ເພື່ອຄຸ້ມຄອງຂໍ້ມູນທີ່ດິນ; ໄດ້ມີການຮ່ວມມືກັບພາກສ່ວນກ່ຽວ ຂ້ອງ ເພື່ອສືບຕໍ່ພັດທະນາ ແລະ ຄຸ້ມຄອງລະບົບທະບຽນທີ່ດິນ ແລະ ເຊື່ອມຕໍ່ຂໍ້ມູນທີ່ດິນ ເພື່ອເກັບຄ່າທຳນຽມ ແລະ ຄ່າບໍລິການ ໃນການຄຸ້ມຄອງນໍາໃຊ້ທີ່ດິນ ແລະ ລາຍຮັບຈາກທີ່ດິນອື່ນໆ. ພ້ອມນັ້ນ, ຍັງໄດ້ສ້າງແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແບບຮອບດ້ານຂັ້ນແຂວງ ແລະ ນະ ຄອນຫລວງວຽງຈັນ; ສຳເລັດການສ້າງແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແບບຮອບດ້ານ ໃນ 17 ແຂວງ ແລະ ນະຄອນຫລວງວຽງຈັນ ໄດ້ 100% ຂອງແຜນການ 5 ປີ (2021-2025); ສາມາດສ້າງສະຖານີອຸຕຸນິຍົມ 15 ສະຖານີ ເທົ່າ 33% ຂອງແຜນການ 5 ປີ; ໄດ້ສຳເລັດການສ້າງສະຖານີອຸທົກກະສາດ 67 ສະຖານີ ເທົ່າກັບ 267% ຂອງແຜນການ 5 ປີ; ໄດ້ສໍາເລັດການສ້າງສະຖານີວັດແທກຄຸນນະພາບອາກາດ 5 ສະຖານີ ເທົ່າກັບ 55% ຂອງແຜນການ; ໄດ້ສໍາເລັດການສ້າງແຜນຄຸ້ມຄອງອ່າງຮັບນໍ້າຂະໜາດໃຫຍ່ 12 ອ່າງ ເທົ່າກັບ 86% ຂອງແຜນການ 5 ປີ; ໄດ້ຊຸກຍູ້ໃຫ້ແຕ່ລະແຂວງ ສ້າງແຜນການຄຸ້ມຄອງອ່າງຮັບນໍ້າຂະໜາດກາງ ໂດຍໄດ້ມີການຮັບຮອງຈາກເຈົ້າແຂວງ ຈຳນວນ 3 ອ່າງ ເທົ່າກັບ 16% ຂອງແຜນການ 5 ປີ; ໄດ້ສໍາເລັດຮ່າງສະບັບສຸດທ້າຍ ບົດສື່ສານແຫ່ງຊາດກ່ຽວກັບການປ່ຽນແປງດິນຟ້າອາກາດ ສະບັບທີ 3, ແຜນດຳເນີນງານເພື່ອຈັດຕັ້ງປະຕິບັດ ແຜນງານແຫ່ງຊາດການປະກອບສ່ວນແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ໄດ້ປະເມີນລະດັບການປ່ອຍທາດອາຍພິດເຮືອນແກ້ວໃນປັດຈຸ ບັນ; ໄດ້ປະສານສົມທົບ ແລະ ສະໜັບສະໜູນ ຂະແໜງການກ່ຽວຂ້ອງປັບປຸງໂຄງລ່າງພື້ນຖານ ສະໜາມຂີ້ເຫຍື້ອ ທີ່ໄດ້ມາດຕະຖານໃນຂອບເຂດທົ່ວປະເທດ.
ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ທີ່ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະຕິບັດໄດ້ໃນປີຜ່ານມາ, ໄດ້ນຳເອົາບາງທິດຊີ້ນຳຂອງທ່ານ ປະທານປະເທດ ທີ່ໄດ້ພົບປະໂອ້ລົມຕໍ່ກອງປະຊຸມປະຈຳປີ 2023 ຂອງກະຊວງການເງິນ ມາເຜີຍແຜ່ເພື່ອໃຫ້ຂະແໜງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນຳໄປຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍ ໃນວຽກງານທີ່ຕິດພັນກັບຂະແໜງການຂອງຕົນ ໃຫ້ເກີດເປັນຮູບປະທໍາຕົວຈິງ. ຄຽງຄູ່ກັນນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນບາງບັນຫາຂໍ້ຄົງຄ້າງ ທີ່ຕິດພັນກັບຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍຄືການຕີລາຄາໃນກອງປະຊຸມຄັ້ງນີ້ ເພື່ອພ້ອມກັນນຳໄປຄົ້ນຄວ້າປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ, ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ ເປັນຕົ້ນ: ການຂຶ້ນທະບຽນອອກໃບຕາດິນ ຍັງປະຕິບັດໄດ້ໜ້ອຍ; ການຕິດຕາມກວດກາໂຄງການເຊົ່າ ແລະ ສຳປະທານທີ່ດິນຂອງລັດ ຍັງບໍ່ທັນເຂັ້ມງວດ; ການຄຸ້ມຄອງການນຳໃຊ້ທີ່ດິນ ຈັດສັນ 8 ປະເພດ ຍັງບໍ່ໄປຕາມແຜນທີ່ກຳນົດໄວ້; ການຫັນເປັນທັນສະໄໝ ແລະ ສ້າງລາຍຮັບຈາກຂົງເຂດທີ່ດິນ ຍັງປະຕິບັດບໍ່ໄດ້ດີ; ການປະຕິບັດມາດຕະການຄຸ້ມຄອງ ສິ່ງແວດລ້ອມໂຄງການລົງທຶນ ຍັງບໍ່ທັນເຂັ້ມງວດ; ການແກ້ໄຂບັນຫາມົນລະພິດໃນຕົວເມືອງ ຍັງບໍ່ເປັນລະບົບ; ການສ້າງຈິດສຳນຶກ ໃນການປົກປັກຮັກສາສິ່ງແວດລ້ອມໃນທົ່ວສັງຄົມຍັງບໍ່ທັນກວ້າງຂວາງ; ຫລາຍຂະແໜງການ ຍັງບໍ່ໄດ້ຜັນຂະຫຍາຍນະໂຍບາຍຄຸ້ມຄອງ ການປ່ຽນແປງດິນຟ້າອາກາດ ເຂົ້າໃນວຽກງານຂອງຕົນ ຢ່າງເປັນຮູບປະທຳ; ການຊື້-ຂາຍສິນເຊື່ອກາກບອນ ຍັງບໍ່ທັນເປັນລະບົບ ແລະ ກວ້າງຂວາງ.

ສຳລັບທິດທາງໃນຕໍ່ໜ້າ, ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ເອົາໃຈໃສ່ຕື່ມອີກ ເປັນຕົ້ນ: ສືບຕໍ່ສຸມໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ ຫລາຍຂຶ້ນກວ່າເກົ່າ, ທົ່ວເຖິງ ແລະ ເປັນປົກກະຕິ ເພື່ອໃຫ້ມີທັດສະນະຫລັກໝັ້ນການເມືອງໜັກແໜ້ນ, ໄດ້ຮັບຮູ້ ແລະ ເຂົ້າໃຈສະພາບຄວາມເປັນຈິງຂອງບັນຫາ, ທັງຮ່ວມໃຈກັນສູ້ຊົນຜ່ານຜ່າ ແລະ ແກ້ໄຂຄວາມຫຍຸ້ງຍາກຕ່າງໆ; ຕ້ອງບຸກທະລຸແກ້ໄຂຈຸດອ່ອນຂໍ້ຄົງຄ້າງ, ອຸປະສັກຕ່າງໆ ໃນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ໂດຍເສີມຂະຫຍາຍດ້ານດີ ທີ່ຕັ້ງໜ້າ ແລະ ນຳເອົາບົດຮຽນທີ່ຖອດຖອນໄດ້ ເປັນແນວທາງປັບປຸງປະສິດທິພາບຂອງ ວຽກງານໃນຕໍ່ໜ້າໃຫ້ດີຂຶ້ນກວ່າເກົ່າ; ກວດກາຄືນບັນດາກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ ເພື່ອສ້າງ ແລະ ປັບປຸງ ໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງວຽກງານໄລຍະໃໝ່; ຕ້ອງດໍາເນີນການຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດານິຕິກໍາ, ການປະຕິບັດໜ້າທີ່ວຽກງານຂອງສະມາຊິກພັກ-ພະນັກງານ ຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍກວດກາແຕ່ຫົວທີ ແລະ ຖືສຳຄັນການກວດກາພາຍໃນຢ່າງເປັນປົກກະຕິ ເພື່ອປ້ອງກັນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ໃນຖັນແຖວພະນັກງານ; ໃຫ້ສຶກສາຄົ້ນຄວ້າ ແລະ ນຳໃຊ້ວິທະຍາສາດ-ວິທະຍາການ ແລະເຕັກໂນໂລຊີໃໝ່ໆ ເຂົ້າໃນຂະແໜງການຂອງຕົນ ແນໃສ່ຍົກສູງສະມັດຕະພາບຂອງວຽກງານ ໃຫ້ມີຄວາມວ່ອງ ໄວ, ທັນສະໄໝ, ປະຢັດງົບປະມານ, ໂປ່ງໃສ ແລະ ສາມາດກວດສອບໄດ້; ສືບຕໍ່ກໍ່ສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາມາດ ຂອງພະນັກງານໃຫ້ເປັນລະບົບ ແລະ ສອດຄ່ອງກັບເປົ້າໝາຍ, ສ້າງພະນັກງານໃຫ້ເປັນມືອາຊີບ ເພື່ອຮັບປະກັນການເຄື່ອນໄຫວ ໃນແຕ່ລະດ້ານຢ່າງມີປະສິດທິຜົນ ແລະ ສາມາດເຊື່ອມໂຍງກັບສາກົນ; ສືບຕໍ່ຊຸກຍູ້ສົ່ງເສີມກົນໄກ 3 ສ້າງ ໂດຍມອບໝາຍຄວາມຮັບຜິດຊອບ ໃຫ້ສາຍຕັ້ງຢູ່ທ້ອງຖິ່ນຫລາຍຂຶ້ນ; ເລັ່ງຝຶກອົບຮົມ, ສ້າງຄູ່ມືແນະນຳ ແລະ ກວດກາຕິດຕາມປະສິດທິພາບ ສາຍວິຊາການ ໃນຂະແໜງຕົນ ຢ່າງເປັນລະບົບ; ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍ ແລະ ວຽກງານຈຸດສຸມຂອງຕົນ ໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2024 ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ.

ທ່ານ ນາຍົກລັດຖະມົນຕີ ຍັງໄດ້ໃຫ້ທິດຊີ້ນໍາສະເພາະ ຕໍ່ຂົງເຂດວຽກງານຕ່າງໆ ພາຍໃນຂະແໜງຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຕົ້ນ ຂົງເຂດວຽກງານທີ່ດິນ, ຂົງເຂດສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ, ຂົງເຂດຊັບພະຍາກອນນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ ແລະ ຂົງເຂດວຽກງານການຮ່ວມມື ຕື່ມອີກ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.