ມອບ-ຮັບຕຶກອາຄານ ກອງບັນຊາການທະຫານອາກາດ ຂອງຂວັນ ວັນສ້າງຕັ້ງກອງ ຄົບຮອບ 75 ປີ

139

ພິທີມອບ-ຮັບໂຄງການກໍ່ສ້າງຕຶກອາຄານກອງບັນຊາການທະຫານອາກາດ ຈັດຂຶ້ນໃນວັນທີ 16 ມັງກອນ 2024, ເຊິ່ງເປັນທຶນຊ່ວຍເຫຼືອຂອງ ລັດຖະບານ ສປ ຈີນ ມອບໃຫ້ລັດຖະບານ ແຫ່ງ ສປປ ລາວ ເພື່ອເປັນຂອງຂວັນເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 75 ປີ, ໂດຍກ່າວມອບ ສະຫາຍ ວາງເພິງສຸ້ຍ ຮອງປະທານ ບໍລິສັດ ຟຣອນເທຍ ເຊີວິດກຣຸບ ສປ ຈີນ (FSG) ແລະ ກ່າວຮັບໂດຍສະຫາຍ ພົນຈັດຕະວາ ບຸນມາ ຈັນທະວົງສາ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ຫວາງຊາງ ອຸປະທູດ ສະຖານເອກອັກຄະລັດສະທູດ ສປ ຈີນ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ຄະນະກົມ, ອົງການ, ກອງທີ່ຂຶ້ນກັບ ກະຊວງປ້ອງກັນປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ບຸນມາ ຈັນທະວົງສາ ໄດ້ກ່າວວ່າ: ໂຄງການກໍ່ສ້າງຕຶກອາຄານຫ້ອງການ ຫຼັງໃໝ່ ຂອງກອງບັນຊາການທະຫານອາກາດ ໄດ້ເລີ່ມລົງມີ ກໍ່ສ້າງແຕ່ປີ 2018, ໂດຍແມ່ນ ບໍລິສັດ ຟຣອນເທຍ ເຊີວິດ ກຣຸບ ສປ ຈີນ ໄດ້ຮັບການຄັດເລືອກ ໃຫ້ດໍາເນີນການອອກແບບ ແລະ ກໍ່ສ້າງ, ມາຮອດປັດຈຸບັນ ການກໍ່ສ້າງໄດ້ສໍາເລັດຕາມແຜນການ ເຊິ່ງອາຄານດັ່ງກ່າວ, ເປັນອາຄານທັນສະໄໝ ພຽບພ້ອມ ໄປດ້ວຍສິ່ງອໍານວຍຄວາມສະດວກ ແລະ ປະໂຫຍດໃຊ້ສອຍທີ່ມີຄວາມປອດໄພ, ການກໍ່ສ້າງ ມີມາດຕະ ຖານດ້ານຄຸນນະພາບສູງ, ນອກຈາກຜົນງານອັນໂດດເດັ່ນໃນການອອກແບບ ແລະ ກໍ່ສ້າງແລ້ວ, ບໍລິສັດ ຍັງເປັນເຈົ້າການຊ່ວຍເຫຼືອເຈົ້າຂອງໂຄງການ ກໍຄືກະຊວງປ້ອງກັນປະເທດ ແລະ ກອງບັນຊາການທະຫານອາກາດ, ໝາກຜົນຂອງໂຄງການກໍ່ສ້າງຕຶກອາຄານຫ້ອງ ການກອງບັນຊາການທະຫານອາກາດ ແມ່ນຢັ້ງຢືນໃຫ້ເຫັນເຖິງນໍ້າໃຈສາມັກຄີສາກົນອັນບໍລິສຸດສຸດຜ່ອງຂອງການນໍາສອງປະເທດ ໃນການ “ເປັນເພື່ອນມິດຍຸດທະສາດ ແລະ ຄູ່ຮ່ວມຊະຕາກໍາ” ຢ່າງແທ້ຈິງ ແລະ ຈະນໍາໃຊ້ຕຶກອາຄານແຫ່ງນີ້ ໃຫ້ເກີດປະໂຫຍດສູງສຸດ ສອດຄ່ອງຕາມເປົ້າໝາຍທີ່ວາງໄວ້, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ ແລະ ເຂດນໍ້າແດນດິນທີ່ແສນຮັກ ຂອງຊາດລາວໃຫ້ໝັ້ນຄົງຕະຫຼອດໄປ.
ໂດຍ: ບິກໄຊ ສົມພູ