ລົງນາມການຮ່ວມມືຄົ້ນຄວ້າສ້າງ ແລະ ຂະຫຍາຍການນໍາໃຊ້ໂດຼນ ຢູ່ ສປປ ລາວ

78

ສະຖາບັນຄົ້ນຄວ້າການນໍາໃຊ້ເຕັກໂນໂລຊີອັດສະລິຍະ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ບໍລິສັດ ສະເປັກໄອລາວ ຈໍາກັດຜູ້ດຽວ ແລະ ບໍລິສັດ FLYTOUAV Technology ລົງນາມເຊັນສັນຍາຮ່ວມມືຄົ້ນຄວ້າສ້າງ ແລະ ຂະຫຍາຍການນໍາໃຊ້ ເຮືອບິນບໍ່ມີຄົນຂັບ ຢູ່ ສປປ ລາວ ແນໃສ່ເພື່ອຊຸກຍູ້ສົ່ງເສີມການນຳໃຊ້ເຕັກໂນໂລຊີ ເຂົ້າໃນການຜະລິດກະສິກໍາ, ການຄຸ້ມຄອງສິ່ງແວດລ້ອມ ແລະ ການຂົນສົ່ງພັດສະດຸໃນອະນາຄົດ.

May be an image of 16 people and text

ພາຍຫຼັງລົງນາມເຊັນສັນຍາຮ່ວມມືໃນຄັ້ງນີ້ແລ້ວທຸກຝ່າຍແມ່ນຈະໄດ້ພ້ອມກັນຈັດຕັ້ງປະຕິບັດ ໂດຍຈະສຸມໃສ່ການຄົ້ນຄວ້າການສ້າງຕັ້ງສູນ ແລະ ສິ່ງອຳນວຍຄວາມສະດວກໃຫ້ແກ່ການດຳເນີນກິດຈະກຳໃນການຄົ້ນຄວ້າ, ປະກອບສ້າງຫ້ອງທົດສອບ, ທົດລອງ ແລະ ຂະຫຍາຍການນໍາໃຊ້ເຮືອບິນບໍ່ມີີຄົນຂັບ ເລີ່ມແຕ່ການອອກແບບໃນເບື້ອງຕົ້ນ ຈົນໄປເຖີງການປະກອບສ້າງເປັນຜະລິດຕະພັນ ຊຶ່ງໃນນັ້ນຈະມີການສ້າງຫ້ອງທົດສອບ ແລະ ຢັ້ງຢືນບັນດາໂດຼນທີ່ຜະລິດໃຫ້ໄດ້ຕາມມາດຕະຖານສາກົນ. ພ້ອມນັ້ນ, ຈະໄດ້ສ້າງນິຕິກຳຈຳເປັນຈຳນວນໜຶ່ງເປັນຕົ້ນແມ່ນຮ່າງລະບຽບ ແລະ ມາດຕະຖານ ເພື່ອຮອງຮັບການຄົ້ນຄວ້າ ແລະ ພັດທະນາ, ການຈັດຕັ້ງການຝຶກອົບຮົມເພື່ອການນຳໃຊ້ ແລະ ບໍລິການ, , ການຂາຍ ແລະ ດຳເນີນການຕະຫຼາດ ທັງພາຍໃນ ແລະ ຕ່າງປະເທດ ເພື່ອເປັນການສ້າງກາລະໂອກາດໃນການສ້າງລາຍຮັບ ແລະ ປະກອບສ່ວນ ໃນການຂະຫຍາຍຕົວຂອງເສດຖະກິດ – ສັງຄົມຂອງປະເທດ ພ້ອມທັງສ້າງກາລະໂອກາດໃຫ້ຄົນລາວໄດ້ນໍາໃຊ້ຜະລິດຕະພັນທີ່ມີລາຄາຖືກ.

May be an image of 9 people, the Oval Office, dais and text

ພິທີລົງນາມເຊັນສັນຍາດັ່ງກ່າວໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 22 ທັນວາ 2023 ທີ່ຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ ກຕສ (ເຂດ ສນຍ) ໂດຍໃຫ້ກຽດລົງນາມໂດຍ ທ່ານ ພົນປະສິດ ພິດສະໄໝ, ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ, ທ່ານ ນາງ ພູຄໍາ ວົງວິຈິດ, ປະທານ ບໍລິສັດ ສະເປັກໄອລາວ ຈໍາກັດຜູ້ດຽວ ແລະ ທ່ານ XIE ZENGHUI, ປະທານ ບໍລິສັດ FLYTOUAV Technology ໂດຍມີທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກຕສ, ມີບັນດາທ່ານຮອງລັດຖະມົນຕີ ກຕສ, ພ້ອມດ້ວຍບັນດາແຂກທີ່ຖືກເຊີນ ແລະ ຕາງໜ້າຈາກບໍລິສັດທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 2 people, dais and text that says 'G CEREMONY OF COOPERATION AGREEMENT tify Testing and Deployment of Unmanned Aerial Vehicle (Drone) in L Between Ministry of Technology and Communic sentative by Applied Res Space EyeI FLYTOU Institute of Sn le Co., Ltd Technology) gy Co., Lt Vientian 1 S'

ຂອບໃຈຂ່າວຈາກ: ຂ່າວສານເຕັກໂນຟລຊີ ແລະການສື່ສານ