ສະໂມສອນບານເຕະຍິງ ຊ້າງນ້ອຍ ໄດ້ສະຫຼອງແຊັມບານເຕະ ລາວລີກຍິງ 2023 ຢ່າງເປັນທາງການ

36

ສະໂມສອນບານເຕະຍິງ ຊ້າງນ້ອຍ ເອັຟຊີ ໄດ້ສະຫຼັງແຊັມບານເຕະ ລາວລີກ ຍິງ ປະຈໍາປີ 2023 ຢ່າງເປັນທາງການເມື່ອວັນທີ 10 ທັນວາ 2023 ທີ່ສະໜາມກີລາສະຫະພັນບານເຕະແຫ່ງຊາດລາວ ຫຼັງລົງສະໜາມນັດສົ່ງທ້າຍ ເອົາຊະນະ ຫຼວງພະບາງ 5-1.

ພິທີປິດການແຂ່ງຂັນໄດ້ມີຂຶ້ນຢູ່ທີ່ສະຫນາມສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ ໃນວັນທີ 10 ທັນວາ 2023 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳໄພ ປຣະເສີດ ຮອງປະທານ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດ, ຕະຫລອດຮອດຄູຝຶກ, ນັກກີລາ, ແຟນບານ ແລະ ສື່ມວນຊົນເຂົ້າຮ່ວມ.

ກ່ອນໜ້ານີ້ ຊ້າງນ້ອຍ ລົງສະໜາມ 13 ນັດຊະນະ 12 ແລະ ເສຍ 1 ນັດມີ 36 ຄະແນນຄວ້າແຊັມເປັນທີ່ແນ່ນອນແລ້ວ ເນື່ອງຈາກເຫຼືອ 1 ນັດຄະແນນຂາດ ເພາະອັນດັບ 2 ມາສເຕີິ 7 ເອັຟຊີ ມີ 28 ຄະແນນໄລ່ບໍ່ທັນ ກ່ອນທີ່ນັດສຸດທ້າຍຈະເອົາຊະນະ ຫຼວງພະບາງ 5-1 ເຮັດໃຫ້ ຊ້າງນ້ອຍ ໄດ້ສະຫຼອງແຊັມຢ່າງເປັນທາງການຄວ້າຂັນແຊັມ, ຫຼຽນລາງວັນ ແລະ ເງິນລາງວັນ 100 ລ້ານກີບຈາກຜົນງານລົງສະໜາມ 14 ນັດຊະນະ 13 ແລະ ເສຍ 1 ນັດມີ 39 ຄະແນນ, ສ່ວນອັນດັບ 2 ເປັນຂອງ ເອສະຣາ ເອັຟຊີ ໄດ້ຮັບຫຼຽນ ແລະ ເງິນລາງວັນ 50 ລ້ານກີບ. ຂະນະທີ່ ອັນດັບ 3 ເປັນຂອງ ມາສເຕີ 7 ເອັຟຊີ ໄດ້ຮັບເງິນລາງວັນ 20 ລ້ານກີບ.

ສ່ວນລາງວັນນັກກິລາດີເດັ່ນ ວິລິນທອນ ວົງແສງທອງ ຈາກ ສະໂມສອນ ຊ້າງນ້ອຍ ລົງສະຫນາມ 14 ນັດ ຍິງໄດ້ 2 ປະຕູ ແລະ ລາງວັນຜູ້ຍິງປະຕູສູງສຸດ ໃຈຄຳ ໄຊຍະປະເສິດ ຈາກ ສະໂມສອນ ມາສເຕິ້ ເຊເວັ້ນ ລົງສະຫນາມ 14 ນັດ ຍິງໄດ້ 31 ປະຕູ ເຊິ່ງການແຂ່ງຂັນຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຫຼັກຈາກ ສະຫະພັນບານເຕະນາໆຊາດ ຫຼື ຟີຟາ, ບໍລິສັດລາວ ໂທລະຄົມມະຫາຄົມ ຈຳກັດ, ວຽງຈັນໄອສ໌, ບໍລິສັດ ວາຣີິ ແລະ ບໍລິສັດ ອີໂວ ສະຕໍ.
ຂ່າວ: Larh Creators; ຮູບຈາກ: ສຕລ