ສຕລ ສໍາເລັດກອງປະຊຸມພັດທະນາກີລາບານເຕະທົ່ວປະເທດ ປະຈໍາປີ 2023, ຫຼາຍສິ່ງພົ້ນເດັ່ນ

46

ກອງປະຊຸມພັດທະນາກີລາບານເຕະທົ່ວປະເທດ ຈັດຂຶ້ນທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດລາວ ເມື່ອວັນທີ 9 ທັນວາ 2023 ໃຫ້ກຽດເປັນປະທານໂດຍ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດ ( ສຕລ ) ພ້ອມດ້ວຍທ່ານຮອງປະທານ, ເລຂາທິການ ແລະ ຄະນະສະຫະພັນບານເຕະແຫ່ງຊາດລາວ ລວມເຖິງຕົວແທນສະຫະພັນແຕ່ລະແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ໂດຍ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດ ໃຫ້ກຽດເປີດງານວ່າ: ກອງປະຊຸມຄັ້ງນີ້ ພກເຮົາຈະໄດ້ພ້ອມກັນສັງເກດຕີລາຄາຄືນບັນດາຜົນງານການາເຄື່ອງໄຫວໃນວຽກງານພັດທະນາກີລາລາບານເຕະທົ່ວປະເທດໃນໄລຍະໜຶ່ງປີທີ່ຜ່ານມາ ເພື່ອຖອດຖອນບົດຮຽນດ້ານຈຸດດີທີ່ຕັ້ງໜ້າທີ່ຄວນເສີມຂະຫຍາຍ ແລະ ດ້ານອ່ອນທີ່ຄົງຄ້າງ ຫຼື ຈຸດບົກຜ່ອງທີ່ຕ້ອງໄດ້ສືບຕໍ່ແກ້ໄຂດັດແປງບໍ່ໃຫ້ເກີດມີອີກ ເພື່ອນໍາໄປຈັດການແຂ່ງຂັນ 5 ລາຍການ ດັ່ງຕໍ່ໄປນີ້:

• ການແຂ່ງຂັນ ລາວລີກ 2 (ການແຂ່ງຂັນປະຈໍາປີຂອງບັນດາແຂວງ/ນະຄອນຫຼວງ)
• ການແຂ່ງຂັນ ລະດັບມັດທະຍົມ ຕອນຕົ້ນ ປະເພດຊາຍ ພາຍໃນແຂວງ/ນະຄອນຫຼວງ
• ການແຂ່ງຂັນ ລະດັບມັດທະຍົມ ຕອນປາຍ ປະເພດຊາຍ ພາຍໃນແຂວງ/ນະຄອນຫຼວງ
• ການແຂ່ງຂັນ ລະດັບມັດທະຍົມ ຕອນຕົ້ນ ປະເພດຍິງ ພາຍໃນແຂວງ/ນະຄອນຫຼວງ
• ການແຂ່ງຂັນ ລະດັບມັດທະຍົມ ຕອນປາຍ ປະເພດຍິງ ພາຍໃນແຂວງ/ນະຄອນຫຼວງ

ຂະນະດຽວກັນ ທ່ານ ສັນຕິກອນ ແສງດາລາ ຫົວໜ້າພະແນກຈັດການແຂ່ງຂັນ ສຕລ ກ່າວສະຫຼຸບຜົນງານໃນປີ 2023 ໂດຍສະເພາະແມ່ນການແຂ່ງຂັນລາວລີກ 2 ໃນທົ່ວປະເທດສາມາດແຂ່ງຂັນສໍາເລັດປະກອບມີ 9 ແຂວງຄື: ສະຫະພັນບານເຕະແຂວງບໍ່ແກ້ວ, ແຂວງຊຽງຂວາງ, ແຂວງຫຼວງນໍ້າທາ, ແຂວງນະຄອນຫຼວງວຽງຈັນ, ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ, ແຂວງຈໍາປາສັກ ແລະ ແຂວງເຊກອງ ໂດຍມີສະໂມສອນເຂົ້າຮ່ວມມທັງໝົດ 62 ນັດ, ແຂ່ງ 500 ນັດ, 9 ສະໄໜາມ, ນັກກີລາ 1.740 ຄົນ ແລະ ຄະນະຄູຝຶກທັງໝົດ 121, ເຊິ່ງ 9 ສະໂມສອນທີ່ໄດ້ຊະນະເລີດໃນລາວລີກ 2 ປະຈໍາປີ 2023 ສາມາດສະເໜີຂໍເລື່ອນຊັ້ນຂຶ້ນໄປແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024.

ທ້າຍພິທີຍັງໄດ້ມີການສະເໜີແຜນພັດທະນາ ໂດຍສະເພາະຈັດການແຂ່ງຂັນໃນປີ 2024 ດັ່ງນີ້:
1.ລາວລີກ 2 ປະຈໍາປີ 2024
2.ການແຂ່ງຂັນບານເຕະເຍົາວະຊົນ ມໍຕົ້ນ ແລະ ມໍປາຍ ຊາຍ-ຍິງ
3.ບານເຕະຊີງຂັນ ພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ປະຈໍາປີ 2024-2025.
ໃນກອງປະຊຸມ ບັນດາຜູ້ຕາງໜ້າ ສະຫະພັນບານເຕະແຕ່ລະແຂວງ/ນະຄອນຫຼວງວຽງຈັນ ໄດ້ປະກອບຄວາມຄິດເຫັນໃນການປະຕິບັດວຽກງານໃນໄລຍະປີ 2023 ຜ່ານມາ ແລະ ຜ່ານແຜນຈັດຕັ້ງປະຕິບັດໃນປີ 2024, ເຊິ່ງໃນກອງປະຊຸມ ແມ່ນໄດ້ຕົກລົງເຫັນດີເລືອກ ແຂວງບໍລິຄຳໄຊ ຈັດກິດຈະກຳ AFC WOMEN’S FOOTBALL DAY 2024 ໃນເດືອນມີນາ ແລະ ແຂວງຜົ້ງສາລີ ຈັດກິດຈະກຳ AFC GRASSROOTS FOOTBALL DAY 2024 ໃນເດືອນພຶດສະພາ.
ຂ່າວ: Larh Creators