ໄດ້ແລ້ວຄູ່ຊີງປະເພດທີມຍິງ ບານເຕະນັກຮຽນທົ່ວປະເທດ ມສ ໂຄກສີວິໄລ ພົບ ຫຼວງພະບາງ

64

ມສ ໂຄກສີວິໄລ ສ້າງຜົນງານໂດດເດັ່ນສາມາດທະລຸເຂົ້າຮອບຊີງຊະນະເລີດພົບກັບ ແຂວງຫຼວງພະບາງ ໃນຮອບຊີງຊະນະເລີດ ການແຂ່ງຂັນບານເຕະ ຍິງ-ຊາຍ ນັກຮຽນມັດທະຍົມສຶກສາທົ່ວປະເທດ ຊິງຂັນລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ຄັ້ງທີ 6 ຫຼື COPA Coca-Cola Laos 2023 ໂດຍຮອບຊີງໄປຕັດເຊືອກໃນວັນທີ 7 ທັນວາ 2023.

ເມື່ອວັນທີ 4 ທັນວາ 2023 ທີ່ເດີ່ນບານເຕະລ້ານຊ້າງ ສະເຕດ້ຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເປັນສະໜາມທີ່ໃຊ້ແຂ່ງຂັນໃນຮອບສຸດທ້າຍ ຫຼື ຮອບ 4 ທີມສຸດທ້າຍ ເຊິ່ງວັນດັ່ງກ່າວເປັນການແຂ່ງຂັນປະເພດທີມຍິງ ຜ່ານການແຂ່ງຂັນປາກົດວ່າ: ຄູ່ທໍາອິດ ມສ ໂຄກສີວິໄລ ຕົວແທນຈາກນະຄອນຫຼວງວຽງຈັນ ເອົາຊະນະ ແຂວງຈຳປາສັກ ແຊ້ມເກົ່າ ຕົວແທນພາກໃຕ້ 6-0 ແລະ ຄູ່ທີ 2 ຫຼວງພະບາງ ຕົວແທນພາກເໜືອ ສາມາດເອົາຊະນະ ມສ ສົມສະຫວາດ ຕົວແທນນະຄອນຫຼວງ 4-1.

ເຮັດໃຫ້ ມສ ໂຄກສີວິໄລ ຜ່ານເຂົ້າຮອບຊີງຊະນະເລີດ ພົບກັບ ຫຼວງພະບາງ ໂດຍຈະແຂ່ງຂັນໃນວັນທີ 7 ທັນວາ ເວລາ 14:00 ໂມງ, ຂະນະທີ່ ຄູ່ຊິງອັນດັບ 3 ແຂວງຈຳປາສັກ ພົບກັບ ມສ ສົມສະຫວາດ ຈະແຂ່ງໃນວັນທີ 6 ພະຈິກ ເວລາ 14:00 ໂມງ.

ສ່ວນຮອບ 4 ທີມປະເພດທີມຊາຍແມ່ນແຂ່ງຂັນໃນຕອນແລງຂອງວັນທີ 5 ທັນວາ 2023 ຄູ່ທໍາອິດເວລາ 14:00 ໂມງ ແຂວງສາລະວັນ ຕົວແທນພາກໃຕ້ ພົບກັບ ໂຮງຮຽນ ວຽງຈັນ-ໂຮ່ຈິມິນ ຕົວແທນນະຄອນຫຼວງວຽງຈັນ ແລະ ຄູ່ທີ 2 ແຂວງຫຼວງພະບາງ ຕົວແທນພາກເໜືອ ພົບ ມສ ນາຊາຍທອງ ແຊັມເກົ່າ ຕົວແທນຈາກນະຄອນຫຼວງວຽງຈັນ ( ໄດ້ຜົນຈະລາຍງານໃຫ້ຊາຍຕື່ມ ) ເພື່ອຫາທີມຊະນະໄປແຂ່ງຂັນໃນຮອບຊີງຊະນະເລີດ ໃນວັນທີ 7 ທັນວາ 2023 ເຊິ່ງເປັນມື້ປິດການແຂ່ງຂັນຢ່າງເປັນທາງການ.

ສໍາລັບ ທີມແຊັມຈະໄດ້ຮັບຂັນແຊັມຈາກ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ເງິນລາງວັນ 50 ລ້ານກີບ ພ້ອມທັງຜະລິດຕະພັນອື່ນໆລວມມູນຄ່າ 70 ລ້ານກີບ, ຮອງແຊັມໄດ້ຮັບຂັນ ແລະ ເງິນລາງວັນ 30 ລ້ານກີບ ພ້ອມທັງຜະລິດຕະພັນອື່ນໆລວມມູນຄ່າ 40 ລ້ານກີບ ແລະ ອັນດັບທີ 3 ໄດ້ຂັນ ແລະ ເງິນລາງວັນ 15 ລ້ານກີບ ພ້ອມທັງຜະລິດຕະພັນອື່ນໆລວມມູນຄ່າ 20 ລ້ານກີບ.
ຂ່າວ: Larh Creators; ຮູບຈາກ: COPA Coca-Cola Laos