ອັນດັບຟີຟາ ແຣງກິ້ງ ທີມຊາດລາວ ຕົກລົງ 1 ອັນດັບ, ອັງກິດ ເລື່ອນຂຶ້ນອັນດັບດີທີ່ສຸດໃນປະຫວັດສາດ

104

ສະຫະພັນບານເຕະນາໆຊາດ ( ຟີຟາ ) ປະກາດອັນດັບໂລກຄັ້ງຫຼ້າສຸດປະຈໍາເດືອນ ພະຈິກ 2023 ເຊິ່ງທີມຊາດລາວ ຕົກລົງ 1 ອັນດັບ ຢູ່ອັນດັບທີ 189 ຂອງໂລກໃນປັດຈຸບັນ ຕາມການປະກາດຢ່າງເປັນທາງການໃນວັນທີ 30 ພະຈິກ 2023, ສ່ວນອັນດັບ 1 ຂອງໂລກຍັງເປັນຂອງ ທີມຊາດອາກຊັງຕິນ, ອັນດັບ 2 ຝຣັ່ງ ແລະ ອັນດັບ 3 ເປັນ ທີມຊາດອັງກິດ ເປັນອັນດັບທີ່ດີທີ່ສຸດທີ່ ອັງກິດ ເຄີຍເຮັດໄດ້ໃນປະຫວັດສາດ.

ໂດຍອັນດັບໂລກຂອງຊາດໃນອາຊຽນມີດັ່ງນີ້:
1.ຫວຽດນາມ ອັນດັບທີ 94 ຂອງໂລກ ( ອັນດັບບໍ່ມີການປ່ຽນແປງ )
2.ໄທ ອັນດັບທີ 113 ຂອງໂລກ ( ຕົກລົງ 1 ອັນດັບ )
3.ມາເລເຊຍ ອັນດັບທີ 130 ຂອງໂລກ ( ເລື່ອນຂຶ້ນ 7 ອັນດັບ )
4.ຟິລິບປິນ ອັນດັບທີ 140 ຂອງໂລກ ( ຕົກລົງ 2 ອັນດັັບ )

5.ອິນໂດນເຊຍ ອັນດັບທີ 146 ຂອງໂລກ ( ຕົກລົງ 1 ອັນດັັບ )
6.ສິງກະໂປ ອັນດັບທີ 156 ຂອງໂລກ ( ຕົກລົງ 1 ອັນດັບ )
7.ມຽນມາ ອັນດັບທີ 156 ຂອງໂລກ ( ຕົກລົງ 1 ອັນດັັບ )
8.ກໍາປູເຈຍ ອັນດັບທີ 179 ຂອງໂລກ ( ຕົກລົງ 1 ອັນດັັບ )

9.ທີມຊາດລາວ ອັນດັບທີ 189 ຂອງໂລກ ( ຕົກລົງ 1 ອັນດັັບ )
10.ບຣູໄນ ອັນດັບທີ 194 ຂອງໂລກ ( ຕົກລົງ 3 ອັນດັັບ )
11.ຕິມໍ ອັນດັບທີ 200 ຂອງໂລກ ( ຕົກລົງ -3 ອັນດັັບ )
ຂ່າວ-ຮູບ: Larh Creators