ໄສ້ຕັນ, ເອັນງົວ ປົນເປື້ອນສານເຄມີກວດພົບ 29 ພະຈິກນີ້

64

ປະເພດໄສ້ຕັນ, ເອັນ, ຢໍ່ ເປັນອາຫານຈານພິເສດຂອງພີ່ນ້ອງຊາວລາວ ໂດຍສະເພາະຜູ້ທີ່ມັກແກ້ມເຫຼົ້າແກ້ມເບຍ ບາງຄັ້ງອາຫານເຫຼົ່ານັ້ນກໍ່ສະອາດປອດໄພ ແຕ່ໃນນັ້ນກໍ່ມີຈຳພວກທີ່ປົນເປື້ອນສານເຄມີທີ່ອັນຕະລາຍເຖິງຊີວິດ ແລະສຸຂະພາບໃນໄລຍະຍາວໄດ້.

May be an image of 2 people and fire
ຂ່າວ ປກສ ລາຍງານວ່າ ໃນວັນທີ 29 ພະຈິກ 2023, ເຈົ້າໜ້າທີ່ກວດກາການຄ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ ນຳໂດຍທ່ານ ກິ່ງເພັດ ຈັນທິສອນ ຫົວໜ້າຂະແໜງການຄ້າພາຍໃນ, ລົງເຄື່ອນໄຫວເພື່ອສະກັດກັ້ນ ການຄ້ານອກລະບົບຕາມຄຳສັ່ງເລກທີ 2012 ຂອງກະຊວງອຸດສາຫະກຳ ແລະ ການຄ້າ.

May be an image of 5 people
ຜ່ານການລົງກວດກາຕົວຈິງ ໄດ້ພົບເຫັນການນຳເຂົ້າສິນຄ້າປະເພດຕ້ອງຫ້າມຕາມແຈ້ງການຂອງກະຊວງກະສິກຳ ແລະ ປ່າໄມ້ ສະບັບເລກທີ 3811/ກປ. ໃນນັ້ນ, ມີ ໄສ້ຕັນ 11 ກິໂລ, ຢໍ່ຂາວ 25 ກິໂລ, ເອັນງົວ 69 ກິໂລ ແລະ ຊີ້ນໝູ 21 ກິໂລ ລວມມູນຄ່າ 4.885.000 ກີບ.

No photo description available.
ຈາກນັ້ນ, ພາກສ່ວນກ່ຽວຂ້ອງຈຶ່ງໄດ້ນຳເອົາສິນຄ້າປະເພດດັ່ງກ່າວມາທຳລາຍ ເນື່ອງຈາກສິນຄ້າດັ່ງກ່າວແມ່ນມີສານປົນເປື້ອນ ແລະ ສານກັນບູດຫຼາຍ, ເຊິ່ງເປັນອັນ ຕະລາຍຕໍ່ຜູ້ບໍລິໂພກ.