ງາມແຮງແພງຫຼາຍເປັນໃບໜ້າໃບຕາແກ່ປະເທດລາວ ສາວຖິ່ນລໍາພອນ

43

ມື້ນີ້ຂ່າວບັນເທີງໄດ້ນໍາເອົາພາບບັນຍາກາດງາມໆຂອງສາວ ຖິ່ນລໍາພອນ ນັກຮ້ອງນໍ້າສຽງເປັນເອກະລັກ ແລະ ເຕັມໄປດ້ວຍມົນສະເໜ່ຂອງລາວ ໃນການຮ່ວມງານກີລາໂຮງຮຽນປະຈຳປີ ທີ່ກວາງຊີ ສປ ຈີນ ມາຝາກມາຕ້ອນແຟນຂ່າວທຸກຄົນ ງານນີ້ ສາວງາມສຽງດີ ຖິ່ນລໍາພອນ ນັກຮ້ອງສຽງອະມະຕະຂອງລາວ ໄດ້ຖືກເລືອກເປັນຕົວແທນນັກສຶກສາຈາກປະເທດລາວ ຮ່ວມງານກີລາໂຮງຮຽນ ໃນວັນທີ 10 ພະຈິກ 2023 ຜ່ານມາ ເຊິ່ງນ້ອງມາໃນຊຸດລາວ ສີບົວຫວານສົດໃສສວຍງາມແຮງ ສະແດງອອກໄດ້ດີເອກະລັກຂອງ ຄວາມເປັນລາວ.

อาจเป็นรูปภาพของ 7 คน และ ข้อความ

ສາວຖິ່ນລໍາພອນ ກໍໄດ້ມີການໂພສພາບງາມໆ ພ້ອມກັບແຄັບຊັນທີ່ວ່າ: “ ງານກີລາໂຮງຮຽນປະຈຳປີ ໄດ້ຖືກເລືອກເປັນຕົວແທນນັກສຶກສາຈາກປະເທດລາວ ຈັດທີ່ກວາງຊີໜານໜິງ ສປ ຈີນ ວັນທີ 10 ພະຈິກ 2023 ເຊິ່ງພາຍຫຼັງທີ່ໂພສພາບອອກໄປກໍໄດ້ມີແຟນໆຕ່າງກໍເຂົ້າມາກົດ ໄລ້, ກົດໃຈ ພ້ອມກັບສະແດງຄຳຄິດເຫັນສະແດງຄວາມຍິນດີກັບສາວສຽງອະມະຕະເປັນເອກະລັກຄົນນີ້ຢ່າງຫຼວງຫຼາຍເລີຍ ເຊິ່ງນີ້ກໍຖືໄດ້ວ່າເປັນອີກໜຶ່ງໃບໜ້າໃບຕາອັນດີໃຫ້ແກ່ປະເທດລາວ ທີ່ນ້ອງໄດ້ເປັນຕົວແທນຈາກປະເທດລາວໃນການຮ່ວມງານດັ່ງກ່າວ ພ້ອມທັງນໍາເອົາເອກະລັກການນຸ່ງຖືຊຸດງາມໆຂອງລາວໃຫ້ຕ່າງຊາດໄດ້ຊົມອີກດ້ວຍ.

อาจเป็นรูปภาพของ 12 คน และ แคลริเน็ต

ຜ່ານມາສາວສຽງດີຄົນນີ້ ກໍມີຜົນງານເພງຢ່າງຫຼາກຫຼາຍອອກສູ່ສັງຄົມ ແລະ ເມື່ອບໍ່ດົນມານີ້ກໍໄດ້ມີການເປີດຕົວເພງໃໝ່ “ ຜິດຜີ ” ແລະ ກໍໄດ້ປ່ອຍໃຫ້ຟັງກັນ ຍອດວິວຕອນນີ້ກໍແຕະຫຼາຍແສນວິວກັນແລ້ວສາມາດກົດເຂົ້າໄປຟັງໄປຊົມເອັມວີເພງໄດ້ ເພາະເຮັດອອກມາໄດ້ດີແຮງ ເອີ້ນໄດ້ວ່າຟັງແລ້ວຂົນລຸກກັນເລີຍ ບໍ່ວ່າຈະເປັນເນື້ອຮ້ອງທຳນອງ, ໂລເຄຊັນການຖ່າຍທຳ ລວມໄປເຖິງຕົວນັກສະແດງທີ່ສະແດງຖ່າຍທອດອອກມາໄດ້ສົມບົດບາດສຸດໆໄປເລີຍ ງານນີ້ຍິ່ງໄດ້ທີມໂປຣດັກຊັນລະດັບແຖວໜ້າຂອງປະເທດລາວນິວເວັບ ໂປຣດັກຊັນ, ກອດຈິເຮົ້າ ແລະ ມິດຕະພາບ ມາຮ່ວມຖ່າຍທອດຜົນງານ ລວມໄປເຖິງເສື້ອຜ້າເຄື່ອງບູຮານຈາກຮ້ານປັນມູນຜ້າໄໝ, ທີມແຕ່ງໜ້າແພັດຕີ້ເສີມສວຍ ຍິ່ງເຮັດໃຫ້ບົດເພງນີ້ ມີມົນຂັງຂຶ້ນໄປອີກ ເຮັດໃຫ້ເນື້ອຫາມີໃຫ້ໄດ້ລຸ້ນທຸກວິນາທີ, ບອກເລີຍວ່າທັງເນື້ອເພງ ແລະ MV ຈະເຮັດໃຫ້ຫຼາຍໆຄົນຕ້ອງຮ້ອງວ້າວກັນເລີຍກັບສີມືຂອງຄົນລາວເຮົາເອງ.

อาจเป็นรูปภาพของ 8 คน

ຜົນງານເພງ ຜິດຜີ ແມ່ນຈະເປັນແນວເພງອົກຫັກ ສື່ເຖິງຄວາມຮັກທີ່ເຈັບແຄ້ນ ຜິດຫວັງຈາກຄົນຮັກ ທີ່ຮັກກັບເຮົາກ່ອນ ແລ້ວນອກໃຈໄປມີຄົນອື່ນ ຜິດຄໍາສັນຍາ. ພ້ອມນີ້, ທີ່ເດັດສຸດໆກໍຄືເອັມວີເພງທີ່ສະແດງໄດ້ດີສຸດໆ ເຫັນແລ້ວຕ້ອງຂົນລຸກ ຈະມ່ວນ, ເຈັບ, ຫຼອນຊໍ່າໃດຕ້ອງເຂົ້າໄປຟັງກັນແລ້ວ ແລະ ຊົມເຕັມໆໄດ້ເລີຍສາມາດໄປຟັງ ແລະ ຕິດຕາມຊົມໄດ້ເລີຍທີ່ເຟສບຸ໊ກ Thinlam phone Mahavong ນັ້ນເອງ.

อาจเป็นรูปภาพของ 8 คน