WHO ເຕືອນ! ກາຊາອາດປະເຊີນກັບພະຍາດລະບາດ

46

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົງການອະນາໄມໂລກ (WHO) ອອກມາເຕືອນວ່າ ປະຊາຊົນຊາວເມືອງກາຊາ ມີຄວາມສ່ຽງສູງທີ່ຈະປະເຊີນກັບພະຍາດລະບາດ ເນື່ອງຈາກການໂຈມຕີທາງອາກາດຂອງອິສຣາແອນ ໄດ້ທຳລາຍລະບົບຕານ່າງສາທາລະນະສຸກ, ການເຂົ້າເຖິງນ້ຳສະອາດ ລວມທັງເຮັດໃຫ້ປະຊາຊົນຕ້ອງອາໄສຢູ່ລວມກັນຢ່າງໜາແໜ້ນໃນສູນລີ້ໄພ.

WHO ເປີດເຜີຍວ່າ: ຕົວເລກຜູ້ເສຍຊີວິດ ແລະ ບາດເຈັບໃນກາຊາ ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນຂະນະທີ່ປະຊາຊົນຕ້ອງຫາບ່ອນລີ້ໄພເພື່ອຄວາມປອດໄພ, ເຮັດໃຫ້ສູນລີ້ໄພມີ ຄວາມແອອັດ, ນອກຈາກນີ້ ປະຊາຊົນບໍ່ສາມາດເຂົ້າເຖິງການບໍລິການດ້ານສຸຂະພາບ, ນ້ຳສະອາດ ແລະ ລະບົບສຸຂາພິບານຕ່າງໆ ຍິ່ງເພີ່ມຄວາມສ່ຽງທີ່ຈະຕິດພະຍາດແຜ່ລະບາດຢ່າງໄວວາ.

WHO ລະບຸວວ່າ: ການຂາດແຄນເຊື້ອເພີງໃນເຂດທີ່ມີປະຊາກອນຫນາແຫນ້ນນັ້ນ ສົ່ງຜົນໃຫ້ໂຮງງານກັ່ນຕອງນ້ຳທະເລຕ້ອງປິດກິດຈະການລົງ ເຊິ່ງເພີ່ມຄວາມສ່ຽງຕໍ່ການຕິດເຊື້ອແບັກທີເຣຍ ເຮັດໃຫ້ເກີດພະຍາດຖອກທ້ອງໄດ້.

ລາຍາງນລະບຸວ່າ ຂະນະນີ້ ມີຄົນເຈັບເປັນພະຍາດຖອກທ້ອງແລ້ວຫຼາຍກວ່າ 33,5 ພັນຄົນ ເຊິ່ງສ່ວນໃຫຍ່ເປັນເດັກນ້ອຍອາຍຸຕ່ຳກວ່າ 5 ປີ ແລະ ຈຳນວນເດັກທີ່ເປັນພະຍາດຖອກທ້ອງນັ້ນເພີ່ມຂຶ້ນຢ່າງຕໍ່ເນື່ອງ, ອົງການອະນາໄມໂລກກັງວົນວ່າ ການຂາດແຄນເຊື້ອເພີງ ເຮັດໃຫ້ລະບົບການກຳຈັດຂີ້ເຫຍື້ອຕ້ອງຢຸດສະງັກລົງ ເຊິ່ງໄດ້ສ້າງສະພາບແວດລ້ອມທີ່ອຳນວຍແກ່ການແຜ່ກະຈາຍຂອງແມງວັນ ແລະ ແມງຕ່າງໆທີ່ເປັນພາຫະນະ ແລະ ແຜ່ກະຈາຍເຊື້ອພະຍາດໄດ້ຢ່າງໄວວາ.