ຣັດເຊຍ ເພີ່ມເຮືອຂົນສົ່ງຕູ້ຄອນເທນເນີ ໃນເສັ້ນທາງອິນເດຍ – ຈີນ

7

ເວັບໄຊ infobrics.org ລາຍງານວ່າ: Fesco Transport Group ຂອງຣັດເຊຍ ( ສ່ວນໜຶ່ງຂອງ ບໍລິສັດ Far Eastern Shipping Company ) ຈະເພີ່ມຈໍານວນເຮືອທີ່ປະຕິບັດການເທິງເສັ້ນທາງເດີນທະເລໂດຍກົງ ລະຫວ່າງທ່າເຮືອ ເຊນປີເຕີສະເບີກ ກັບທ່າເຮືອອິນເດຍ ແລະ ຈີນ ຈາກ 4 ລໍາ ເປັນ 6 ລໍາ ເລີ່ມຕົ້ນໃນເດືອນມັງກອນ 2024.

Fesco ເປັນຜູ້ດຳເນີນການທ່າເຮືອໃຫຍ່ຂອງຣັດເຊຍ ເຊິ່ງດຳເນີນທຸລະກິດດ້ານລົດໄຟ ແລະ ໂລຈິສຕິກ ເຊິ່ງບໍລິຫານຈັດການກອງເຮືອຕູ້ຄອນເທນເນີ ຂະໜາດໃຫຍ່ກວ່າ 150.000 TEU ແລະ ລົດລາງພື້ນພຽງ ຫຼາຍກວ່າ 10.000 ຄັນ; ກອງເຮືອຂອງກຸ່ມມີເຮືອຫຼາຍກວ່າ 30 ລໍາ ເຊິ່ງດຳເນີນງານເທິງສາຍການເດີນເຮືອຂອງບໍລິສັດຫຼັກ.

ທ່ານ Georgi Remezov ຜູ້ອຳນວຍການ Fesco Integrated Transport LLC ໃນເຊນປີເຕີເບີກ ກ່າວວ່າ: ເປົ້າໝາຍຂອງການບໍລິການນີ້ຄືການຈັດກຸ່ມກອງເຮືອຈໍານວນ 6 ລໍາໃນຕົ້ນປີໜ້າ ເຊິ່ງເຮົາຈະບັນລຸເປົ້າໝາຍນີ້ ແລະ ຈະສາມາດໃຫ້ບໍລິການເດີນເຮືອເປັນປະຈໍາທຸກໆ 12 ວັນ.

ປັດຈຸບັນ, ເຮືອຈໍານວນ 4 ລໍາ ສາມາດບັນຈຸປະມານ 2.500 TEU ແຕ່ລະລໍາປະຕິບັດການເທິງເສັ້ນທາງ Fesco Baltorient Line ( FBOL ) ໃນທັງສອງທິດທາງ ຕາມເສັ້ນທາງເຊັນປີເຕີ ເບີກ – ມຸນດຣາ – ໜິງໂປ – ຊຽງໄຮ້ – ຊິງເຕົ່າ ( St.Petersburg – Mundra – Ningbo – Shanghai – Qingdao )
ທ່ານ Georgi Remezov ຍັງກ່າວຍໍ້າວ່າ: Fesco ຍັງໄດ້ວາງແຜນທີ່ຈະຈັດຫາເຮືອລໍາທີ 2 ໃຫ້ກັບ Fesco India Line ( FIL ) ປັດຈຸບັນມີເຮືອ 1 ລໍາ ທີ່ປະຕິບັດການໃນທັງ 2 ທິດທາງເທິງເສັ້ນທາງ ມຸນດຣາ – ເນວາ ເຊວາ – ໂນໂວໂຊວິກ ( Mundra – Nava Sheva-Novorossiysk ). ເມື່ອເຮືອລໍາທີ 2 ເຂົ້າແຖວ, ຄວາມຖີ່ໃນການໃຫ້ບໍລິການຈະເພີ່ມຂຶ້ນເປັນທຸກໆ 2 ອາທິດ.

ນອກນີ້, ຍັງມີບໍລິການຈັດສົ່ງເພີ່ມເຕີມ ລະຫວ່າງ ອິນເດຍ – ຈີນ ແລະ ວະລາດີວອສຕ໊ອກ (Vladivostok).
ມູນຄ່າການຄ້າຣັດເຊຍ ກັບ ຈີນ ຄາດວ່າຈະສູງເຖິງ 2 ແສນລ້ານໂດລາໃນປີນີ້. ໃນຂະນະທີ່, ການຄ້າກັບອິນເດຍ ຈະສູງເຖິງ 5 ໝື່ນລ້ານໂດລາ ເຊິ່ງຕົວເລກທັງສອງ ສູງເປັນປະຫວັດການ ແລະ ມີທ່າອ່ຽງທີ່ຈະຂະຫຍາຍຕົວຢ່າງຕໍ່ເນື່ອງ.
Fesco ຍັງໄດ້ເປີດເສັ້ນທາງເດີນເຮືອ ລະຫວ່າງ ອະເລັກຊານສເດຼຍ ໃນອີຢິບ ແລະ ໂນໂວໂຊວິກ ໃນທະເລດຳຕື່ມອີກ.