ຣັດເຊຍ ປະກາດຍົກເລີກການຫ້າມສົ່ງອອກນໍ້າມັນກາຊວນທາງທໍ່

47

ເວັບໄຊສຳນັກຂ່າວ interfax.ru ລາຍງານວ່າ: ລັດຖະບານຣັດເຊຍ ໄດ້ອະນຸມັດມາດຕະການເພີ່ມຕື່ມ ເພື່ອຮັກສາສະຖຽນລະພາບຂອງຕະຫຼາດເຊື້ອເພີງໃນປະເທດ, ໜຶ່ງໃນນັ້ນຄືການຍົກເລີກຂໍ້ຈໍາກັດໃນການສົ່ງອອກນໍ້າມັນກາຊວນ ທີ່ສົ່ງໄປທາງທໍ່ ໂດຍມີເງື່ອນໄຂວ່າ ຜູ້ຜະລິດຈະຕ້ອງຈັດຫານໍ້າມັນກາຊວນ ທີ່ຜະລິດເຂົ້າສູ່ຕະຫຼາດພາຍໃນຢ່າງໜ້ອຍ 50%.

ກ່ອນໜ້ານີ້, ເມື່ອວັນທີ 21 ກັນຍາຜ່ານມາ ຣັດເຊຍ ໄດ້ມີການຫ້າມສົ່ງອອກນໍ້າມັນແອັດຊັງ ແລະ ນໍ້າມັນກາຊວນ ຈາກສະຫະພັນຣັດເຊຍ.

ເພື່ອປ້ອງກັນການສົ່ງອອກ “ ນ້ຳມັນເຖື່ອນ ” ທີ່ເປັນໄປໄດ້ ຫຼັງຈາກຍົກເລີກຂໍ້ຈໍາກັດ, ປັດຈຸບັນ ຣັດເຊຍ ໄດ້ນໍາໜ້າທີ່ປ້ອງກັນຜະລິດຕະພັນ ປີໂຕຣລ້ຽມ ມາໃຊ້ ໂດຍຈະເພີ່ມມູນຄ່າ 50.000 ຣຸບຕໍ່ໂຕນ ສຳລັບຜູ້ຈັດຫາຜະລິດຕະພັນປີໂຕຣລ້ຽມທີ່ບໍ່ໄດ້ຜະລິດເອງ ແຕ່ເປັນການຊື້ທີ່ຕະຫຼາດມາຂາຍຕໍ່.

ນອກນີ້, ກໍຍັງມີການຕັດສິນໃຈແກ້ໄຂລະຫັດພາສີ ແລະ ຄືນຄ່າວາວປັບປະລິມານໃນລະບົບທໍ່ ເພີ່ມຕັ້ງແຕ່ວັນທີ 1 ຕຸລານີ້. ການຄືນຄ່ານີ້ແມ່ນປ່ຽນຄ່າຈາກ 0,5 ເປັນ 1,0 ເຊິ່ງຈະຊ່ວຍເພີ່ມຈໍານວນຄ່າຊົດເຊີຍໃຫ້ກັບໂຮງກັ່ນນໍ້າມັນ ສຳລັບລາຍໄດ້ທີ່ສູນເສຍໄປ ເມື່ອຂາຍນໍ້າມັນໃນຕະຫຼາດພາຍໃນປະເທດ.

ໂດຍສິ່ງດັ່ງກ່າວນີ້ ໄດ້ສ້າງແຮງຈູງໃຈທາງເສດຖະກິດ ເພື່ອເຮັດໃຫ້ຕະຫຼາດພາຍໃນອີ່ມຕົວ ດ້ວຍເຊື້ອເພີງ ແລະ ຫຼຸດການເຕີບໂຕຂອງການແລກປ່ຽນຂາຍສົ່ງ ຈະຮັກສາສະຖຽນລະພາບລາຄາຂາຍຍ່ອຍໃຫ້ມີສະຖຽນລະພາບໃນລະດັບໃກ້ກັບອັດຕາເງິນເຟີ້.

ພ້ອມນີ້, ການຊື້ – ຂາຍແລກປ່ຽນ ກໍໄດ້ຮັບການປັບປຸງເຊັ່ນກັນ ເຊິ່ງມາດຕະຖານການຂາຍນໍ້າມັນແອັດຊັງ ເພີ່ມຂຶ້ນຈາກ 13% ເປັນ 15% ຂອງການຜະລິດ; ນໍ້າມັນກາຊວນ ຈາກ 9,5% ເປັນ 12,5%. ກົດໃໝ່ນີ້ຈະມີຜົນບັງຄັບໃຊ້ໃນວັນທີ 1 ພະຈິກນີ້ ເປັນຕົ້ນໄປ.