ຮົງກົງ ສ້າງປະຫວັດສາດບໍ່ມີຄະແນນເຂົ້າຮອບຕໍ່ດ້ວຍລົ້ມ ອີຣານ ບານເຕະຊາຍໃນເອຊຽນເກມ

93

ຖືວ່າເປັນການສ້າງຕໍານານໄປເລີຍສໍາລັບ ທີມບານເຕະຊາຍ ຮົງກົງ ເມື່ອບໍ່ມີຈັກຄະແນນ ແຕ່ສາມາດຜ່ານເຂົ້າເຖິງຮອບ 16 ທີມສຸດທ້າຍໃນບານເຕະຊາຍປະຈໍາງານກີລາ ເອຊຽນ ເກມສ໌ ຄັ້ງທີ 19 ທີ່ ສປ ຈີນ ຫຼ້າສຸດລົ້ມຍັກໃຫຍ່ຢ່າງ ອີຣານ 1-0 ຜ່ານເຂົ້າຮອບ 4 ທີມສຸດທ້າຍເປັນຄັ້ງປະຫວັດສາດອີກດ້ວຍ ເມື່ອວັນທີ 1 ຕຸລາ 2023.

ຮົງກົງ ສ້າງຄວາມຮືຮາໃຫ້ກັບວົງການໄປເລີຍ ເມື່ອຢູ່ຮ່ວມສາຍກັບ C ປະກອບດ້ວຍ ອຸດສະເບກິດສະຖານ, ຊີເຣຍ ແລະ ອັບການິດສະຖານ ແຕ່ ຊີເຣຍ ກັບ ອັບການິດສະຖານ ປະກາດຖອນຕົວຈາກແານຂ່ງຂັນເຮັດໃຫ້ກຸ່ມນີ້ເຫຼືອພຽງ 2 ທີມຄື: ອຸດສະເບກິດສະຖານ ແລະ ຮົງກົງ. ດັ່ງນັ້ນ ໃນກຸ່ມນີ້ຈະໄດ້ເຂົ້າຮອບແນ່ນອນ ເຮັດໃຫ້ທາງຝ່າຍຈັດການແຂ່ງຂັນຈັດໃຫ້ກຸ່ມນີ້ແຂ່ງຂັນ 2 ນັດ ເຊິ່ງກໍເປັນ ຮົງກົງ ທີ່ເສຍ ອຸດສະເບກິດສະຖານ 0-1 ໃນນັດທໍາອິດ ແລະ ນັດທີ 2 ເສຍໃຫ້ອີກ 1-2 ເຮັດໃຫ້ຈົບຮອບແບ່ງກຸ່ມມີ 0 ຄະແນນ ແຕ່ໄດ້ເຂົ້າຮອບ 16 ທີມສຸດທ້າຍໃນຖານະທີມອັນດັບ 2 ຂອງກຸ່ມ C ກ່ອນທີ່ຈະບຽດເອົາຊະນະ ປາເລັສຕິນ 1-0 ຜ່ານເຂົ້າຮອບ 8 ທີມສຸດທ້າຍ.

ໂດຍຮອບ 8 ທີສຸດທ້າຍ ຮົງກົງ ພົບກັບ ອີຣານ ທີມອັນດັບແຖວໜ້າຂອງອາຊີ ປາກົດວ່າ: ເກີດການພິກລ໋ອກຄັ້ງໃຫຍ່ ເມື່ອ ຮົງກົງ ສາມາດບຽດເອົາຊະນະ ອີຣານ ໄປ 1-0 ຈາກການຍິງຂອງ ປຸຍ ຮິນ ປຸນ ໃນນາທີໆ 47 ຜ່ານເຂົ້າຮອບສູ່ຮອບ 4 ທີສຸດທ້າຍໄດ້ເປັນຄັ້ງທໍາອິດໃນປະຫວັດສາດ.

ສໍາລັບ ຮອງຮອງຊະນະເລີດ ( ຮອບ 4 ທີມທີມສຸດທ້າຍ ) ກີລາບານເຕະຊາຍໃນງານກີລາ ເອຊຽນເກມ ຮົງກົງ ພົບ ຍີ່ປຸ່ນ ໃນວັນທີ 4 ຕຸລາ 2023 ເວລາ 17:00 ໂມງ, ສ່ວນ ສ ເກົາຫຼີ ພົບ ອຸດສະເບກິດສະຖານ ໃນວັນທີ 4 ຕຸລາ 2023 ເວລາ 20:00 ໂມງ ຕາມເວລາໃນປະເທດລາວ.