ກະຕໍ້ທີມຊຸດຍິງ ແລະ ຊຸດຊາຍຄວ້າ 2 ຫຼຽນທອງໃຫ້ ທັບນັກກີລາລາວ ໃນເອຊຽນ ເກມ ຄັ້ງທີ 19

97

ກະຕໍ້ ທີມຊຸດຍິງ ແລະ ທີມຊຸດຊາຍ ມາໄກໄດ້ເຖິງຮອບ 4 ທີມສຸດທ້າຍ ກ່ອນຄວ້າ 2 ຫຼຽນທອງທໍາອິດ ໃຫ້ທັບນັກກີລາລາວ ໃນງານມະຫາກໍາກີລາ ເອຊຽນ ເກມ ຄັ້ງທີ 19 ທີ່ເມືອງຫາງໂຈ ສປ ຈີນ ເມື່ອວັນທີ 28 ກັນຍາ 2023.

ກະຕໍ້ທີມຊຸດຍິງ ທີມຊາດລາວ ລົງສະໜາມນັດທໍາອິດເສຍໃຫ້ກັບ ສ ເກົາຫຼີ ແລະ ນັດທີ 2 ຊະນະ ສປ ຈີນ ຜ່ານເຂົ້າຮອບ 4 ທີມສຸດທ້າຍ ພົບກັບ ເຕັງ 1 ຢ່າງ ທີມຊາດໄທ ໃນຕອນເຊົ້າຂອງວັນທີ 28 ກັນຍາ 2023 ກ່ອນຈະເສຍໃຫ້ກັບໄປ 0-2 ຄູ່ເຮັດໃຫ້ ທີມຊາດລາວ ໄດ້ຫຼຽນທອງຮ່ວມ.

ສ່ວນ ກະຕໍ້ທີມຊຸດຊາຍ ທີມຊາດລາວ ລົງສະໜາມນັດທໍາອິດເສຍໃຫ້ກັບ ໄທ 0-3 ຄູ່ ແລະ ນັດທີສອງໃນກຸ່ມ A ຊະນະ ຍີ່ປຸ່ນ 2-1 ເຮັດໃຫ້ ທີມກະຕໍ້ທີມຊຸດທີມຊາດລາວ ລົງແຂ່ງສອງນັດ ຊະນະ 1 ແລະ ເສຍ 1 ນັດທຳອິດເສຍຜ່ານເຂົ້າຮອບ 4 ທີມສຸດທ້າຍໃນຖານະອັນດັບ 2 ຂອງກຸ່ມ ຫຼັງຈາກທີ່ ໄທ ຊະນະ ຍີ່ປຸ່ນ ໃນນັດສຸດທ້າຍຂອງຮອບແບ່ງກຸ່ມ. ໃນຮອບ 4 ທີມ ກະຕໍ້ທີມຊຸດຊາຍລາວ ເສຍໃຫ້ ມາເລເຊຍ 0-2 ເຮັດໃຫ້ຄວ້າຫຼຽນທອງຮ່ວມ ສ ເກົາຫຼີ ທີ່ເສຍໃຫ້ກັບ ໄທ ໃນຮອບ 4 ທີມສຸດທ້າຍ.

ເຮັດໃຫ້ ມາຮອດວັນທີ 28 ກັນຍາ 2023 ທັບນັກກີລາລາວ ຍາດໄດ້ແລ້ວ 2 ຫຼຽນທອງ ຈາກກະຕໍ້ທີມຊຸດຍິງ ແລະ ທີມຊຸດຊາຍ ຢູ່ອັນດັບທີ 29 ຂອງຕາຕະລາງຄະແນນສະຫຼຸບຫຼຽນ, ສ່ວນອັນດັບ 1 ເປັນຂອງເຈົ້າພາບ ສປ ຈີນ ກວາດໄປແລ້ວ 80 ຫຼຽນຄໍາ, 44 ຫຼຽນເງິນ ແລະ 21 ຫຼຽນທອງ; ອັນດັບ 2 ສ ເກົາຫຼີ ກວາດໄປ 19 ຫຼຽນຄໍາ, 18 ຫຼຽນເງິນ ແລະ 70 ຫຼຽນທອງ; ອັນດັບ 3 ຍີ່ປຸ່ນ ກວາດໄປ 15 ຫຼຽນຄໍາ, 27 ຫຼຽນເງິນ ແລະ 24 ຫຼຽນທອງ ( ອັບເດດເວລາ 10:30 ໂມງຂອງວັນທີ 28 ກັນຍາ 2023 ).