ປະຕິບັດນະໂຍບາຍຕໍ່ນາຍຕໍາຫຼວດທີ່ເສຍສະຫຼະຊີວິດ ໃນລະຫວ່າງປະຕິບັດໜ້າທີ່ ຢ່າງສົມກຽດ

489

ກະຊວງປ້ອງກັນຄວາມສະຫງົບ ໄດ້ເອົາໃຈໃສ່ເບິ່ງແຍງ ແລະ ປະຕິບັດນະໂຍບາຍຢ່າງສົມກຽດ ຕໍ່ນາຍຕຳຫຼວດ 2 ສະຫາຍ ທີ່ເສຍສະຫຼະຊີວິດໃນລະຫວ່າງປະຕິບັດໜ້າທີ່ ເຂົ້າຈັບເປົ້າໝາຍຢາເສບຕິດ ຢູ່ທີ່ບ້ານນໍ້າຍາບ ເມືອງພຽງ ແຂວງໄຊຍະບູ, ໃນເວລາປະຕິບັດໜ້າທີ່ຢູ່ ເປົ້າໝາຍໄດ້ມີການແກະລະເບີດໃສ່ ເຮັດໃຫ້ເຈົ້າໜ້າທີ່ເສຍຊີວິດຄາທີ່ 1 ສະຫາຍ ແລະ ບາດເຈັບສາຫັດ 1 ສະຫາຍ ເຊິ່ງການຈັດຕັ້ງທຸກຂັ້ນ ແມ່ນໄດ້ຮີບຮ້ອນໃຫ້ການຊ່ວຍເຫຼືອນຳສົ່ງຜູ້ຖືກບາດເຈັບໄປປິ່ນປົວ ແຕ່ສະຫາຍໄດ້ເສຍຊີວິດໃນເວລາຕໍ່ມາ, ສ່ວນເປົ້າໝາຍທີ່ກໍ່ເຫດ ຄື ທ້າວ ເຈ້ຍເນັ້ງ ຢາງ ແມ່ນເສຍຊີວິດຄາທີ່.

May be an image of 4 people and text
ດ້ວຍຄວາມເປັນຫ່ວງເປັນໃຍ ແລະ ເອົາໃຈໃສ່ຂອງການນຳພັກ-ລັດ ກໍຄື ການນຳກະຊວງປ້ອງກັນຄວາມສະຫງົບ, ໃນວັນທີ 13 ກັນຍາ 2023 ພົຕ ວັນທອງ ກອງມະນີ  ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ຕາງໜ້າໃຫ້ ກະຊວງ ປກສ ເຂົ້າຮ່ວມວາງພວງມາລາ ແລະ ແບ່ງເບົາຄວາມເສົ້າໂສກ, ເສຍດາຍຕໍ່ຄອບຄົວ, ຍາດພີ່ນ້ອງ, ລູກ-ເມຍຂອງນາຍຕຳຫຼວດທີ່ເສຍຊີວິດ 2 ສະຫາຍ.

ພ້ອມທັງ ປະກາດປະຕິບັດນະໂຍບາຍຢ່າງສົມກຽດ ຕໍ່ນາຍຕໍາຫຼວດທີ່ເສຍສະຫຼະຊີວິດ. ໃນນີ້, ມອບຫຼຽນພິລະອາດຫານ ຊັ້ນ I ໃຫ້ສະຫາຍລະ 1 ໜ່ວຍ, ເລື່ອນຊັ້ນໃຫ້ຜູ້ເສຍສະຫຼະຊີວິດ ຈາກຮ້ອຍເອກ ຂຶ້ນ ພັນໂທ ຄື ພັທ ອໍາໄພ ວົງສຸວັນ ແລະ ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍເອກ ໃຫ້ ຮ້ອຍເອກ ກູດ ອານາສິດ, ພ້ອມທັງມອບເງິນນະໂຍບາຍຈຳນວນໜຶ່ງ; ຈາກນັ້ນ, ກໍໄດ້ເຂົ້າຮ່ວມງານຊາປະນາກິດສົບຂອງນາຍຕຳຫຼວດທັງ 2 ສະຫາຍ ຢ່າງສົມກຽດ.

May be an image of 10 people and text
ການປະຕິບັດນະໂຍບາຍໃນເບື້ອງຕົ້ນ ຕໍ່ຜູ້ເສຍສະຫຼະຊີວິດ ມີດັ່ງນີ: ການນໍາ ກະຊວງປ້ອງກັນຄວາມສະຫງົບ, ການນໍາ ແຂວງໄຊຍະບູລີ, ກອງບັນຊາການ ປກສ ແຂວງໄຊຍະບູລີ, ບັນດາຫ້ອງການ, ບັນດາເມືອງ, ຫ້ອງວ່າການປົກຄອງ ເມືອງພຽງ, ກອງບັນຊາການ ປກສ ເມືອງພຽງ ໄດ້ສົມທົບກັນປະຕິບັດນະໂຍບາຍໃນເບື້ອງຕົ້ນ ຕໍ່ຄອບຄົວຜູ້ເສຍສະຫຼະຊີວິດ 2 ຄອບຄົວ, ຄອບຄົວລະ 30 ລ້ານກີບ.
ນອກນັ້ນ, ກະຊວງປ້ອງກັນຄວາມສະຫງົບ ກໍຄື ການຈັດຕັ້ງທຸກຂັ້ນ ຍັງໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ໃຫ້ການຊ່ວຍເຫຼືອເບິ່ງແຍງຄອບຄົບຜູ້ເສຍສະຫຼະຊີວິດທາງດ້ານວັດຖຸ-ຈິດໃຈ ຢ່າງເຕັມທີ່, ສືບຕໍ່ປິ່ນປ່ວຍຜູ້ໄດ້ຮັບບາດເຈັບໃຫ້ສຸດຄວາມສາມາດ ແລະ ໃຫ້ຫາຍດີໂດຍໄວ.

May be an image of 6 people
ເຫດການດັ່ງກ່າວ ເກີດຂຶ້ນໃນວັນທີ 12 ກັນຍາ 2023, ເຈົ້າໜ້າທີ່ ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງພຽງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນໍາກໍາລັງລົງແກ້ໄຂປະກົດການຫຍໍ້ທໍ້ ຢູ່ບ້ານນໍ້າຍາບ ເມືອງພຽງ ແຂວງໄຊຍະບູລີ, ເປົ້າໝາຍຊື່ ທ້າວ ເຈ້ຍເນັ້ງ ຢາງ ອາຍຸ 21 ປີ, ໂດຍເຈົ້າໜ້າທີ່ໄດ້ເຂົ້າປິດລ້ອມເຮືອນຂອງຜູ້ກ່ຽວ ເພື່ອເຂົ້າກວດຄົ້ນ ແລະ ຈັບກຸມ.
ແຕ່ຜູ້ກ່ຽວຮູ້ວ່າ ເຈົ້າໜ້າທີ່ໄດ້ທຳການປິດລ້ອມເຮືອນ. ດັ່ງນັ້ນ, ທ້າວ ເຈ້ຍເນັ້ງ ຢາງ ໄດ້ແກະລູກລະເບີດ ບໍ່ຮູ້ຊະນິດ, ແລ່ນອອກຈາກເຮືອນມາຫາເຈົ້າໜ້າທີ່ ແລ້ວລະເບີດກໍ່ແຕກ, ເຮັດໃຫ້ເຈົ້າໜ້າທີ່ເສຍຊີວິດ 2 ຄົນ ຄື: ຮອ ອໍາໄພ ວົງສຸວັນ ແລະ ຮຕ ກູດ ອານາສິດ, ສ່ວນເປົ້າໝາຍ ທ້າວ ເຈ້ຍເນັ້ງ ຢາງ ກໍເສຍຊີວິດເຊັ່ນກັນ.