ເປັນຂ່າວທີ່ບໍ່ປາຖະໜາ ລາຄານ້ຳມັນປັບຂຶ້ນສູງສຸດໃນປີ 2023

121

ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັດລາວໃຫ້ຮູ້ວ່າ ສະພາບລາຄານ້ຳມັນດິບໃນຕະຫລາດໂລກປັບຂຶ້ນຢ່າງຕໍ່ເນື່ອງຫລາຍກວ່າ 2% ຫລັງຈາກປະເທດຊາອຸດິອາຣາເບຍ ແລະ ປະເທດຣດເຊຍ ຂະຫຍາຍເວລາປັບຫລຸດກຳລັງການຜະລິດນ້ຳມັນລົງ 1,3 ລ້ານບາເຣລຕໍ່ວັນ ໄປຈົນຮອດທ້າຍປີ 2023, ໃນຂະນະທີ່ຄວາມຕ້ອງການຊົມໃຊ້ນ້ຳມັນຈະເພີ່ມຂຶ້ນເນື່ອງຈາກວ່າກຸ່ມປະເທດເອີຣົບແລະອາເມລິການຕ້ອງການຊົມໃຊ້ນ້ຳມັນໃນລະດູໜາວທີ່ຈະມາເຖິງ ສົ່ງຜົນກະທົບໃຫ້ລາຄານ້ຳມັນດິບປັບຂຶ້ນສູງສຸດໃນຮອບປີ ຕົວຢ່າງ: ລາຄານ້ຳມັນດິບ Brent ໃນຕົ້ນປີເທົ່າກັບ 82,10 ໂດລາ/ບາເຣລ ຫຼັງຈາກນັ້ນກໍເໜັງຕີງ ແລະ ປັບລົງຕ່ຳສຸດໃນກາງເດືອນ 06/2023 ໃນລະດັບ 71,84 ໂດລາ/ບາເຣລ, ແຕ່ຮອດວັນທີ 13/09/2023 ໄດ້ປັບຂຶ້ນເປັນ 92,06 ໂດລາ/ບາເຣລ.

No photo description available.
ຈາກສະພາບດັ່ງກ່າວສົ່ງຜົນກະທົບໃຫ້ລາຄານ້ຳມັນເຊື້ອໄຟພາຍໃນປະເທດເຮົາ ເລີ່ມແຕ່ຕົ້ນປີ 2023 ຮອດວັນທີ 14/09/2023 ມີການເໜັງຕີງເຊັ່ນດຽວກັນ ໂດຍໄດ້ມີການປັບລາຄານ້ຳມັນເຊື້ອໄຟ ພາຍໃນປະເທດ 37 ຄັ້ງ,ໂດຍປັບຂຶ້ນລາຄານ້ຳມັນທຸກຊະນິດ(ແອັດຊັງພິເສດ, ແອັດຊັງທໍາດາ ແລະ ກາຊວນ) 18 ຄັ້ງ, ປັບລົງທຸກຊະນິດ 12 ຄັ້ງ ແລະ ປັບລາຄານ້ຳມັນບາງຊະນິດ 7 ຄັ້ງ. ຕົວຢ່າງຕາມຂໍ້ມູນການປັບລາຄາຂາຍຍ່ອຍຈຸດນະຄອນຫລວງວຽງຈັນ ໃນປີ 2023 ດັ່ງນີ້ :
ຂໍ້ມູນປັບລາຄາ ນ້ຳມັນແອັດຊັງພິເສດ ນ້ຳມັນແອັດຊັງທຳມະດາ ນ້ຳມັນກາຊວນ
No photo description available.

ການປັບລາຄານ້ຳມັນເຊື້ອໄຟພາຍໃນປະເທດທີ່ມີການເໜັງຕີງທີ່ນອກຈາກປັດໄຈລາຄານ້ຳມັນໃນຕະຫລາດໂລກແລ້ວ, ບັນຫາໄພເງິນເຟີທີ່ເກີດຈາກອັດຕາແລກປ່ຽນເງິນຕາຕ່າງປະເທດ ກໍມີຜົນກະທົບເຮັດໃຫ້ລາຄານ້ຳມັນໃນບ້ານເຮົາປັບຕົວສູງຂຶ້ນເຊັ່ນກັນ. ເຖິງວ່າພາກລັດ ໄດ້ຫລຸດຜ່ອນການເກັບອາກອນຊົມໃຊ້ສຳລັບນ້ຳມັນແອັດຊັງທຳມະດາ ຈາກ 31% ເປັນ 16%, ໄດ້ໂຈະການເກັບອາກອນຊົມໃຊ້ນ້ຳມັນກາຊວນ ແລະ ຫົວໜ່ວຍທຸລະກິດນ້ຳມັນເຊື້ອໄຟ ໄດ້ຫລຸດຄ່າບໍລິການໃນແຕ່ລະຂອດລົງແລ້ວກໍຕາມ ເຊິ່ງການປັບລາຄານ້ຳມັນເຊື້ອໄຟຄັ້ງຫລ້າສຸດນີ້ ເປັນລາຄາທີ່ສູງສຸດເທົ່າທີ່ເຄີຍມີມາ.

No photo description available.
ຕາມການປະເມີນສະພາບລາຄານ້ຳມັນຕະຫລາດໂລກ ແຕ່ນີ້ຫາທ້າຍປີ 2023 ແລະ ຕົ້ນປີ 2024 ຄາດວ່າລາຄານ້ຳມັນໃນຕະຫລາດໂລກ ຈະສືບຕໍ່ປັ່ນປ່ວນ ແລະ ຢູ່ໃນລະດັບສູງ ເຊິ່ງຈະເຮັດໃຫ້ລາຄານ້ຳມັນເຊື້ອໄຟພາຍໃນປະເທດ ມີການເໜັງຕີງໃນລະດັບສູງເຊັ່ນດຽວກັນ. ສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັດລາວ ຈະສືບຕໍ່ປະສານກັບພາກລັດ ທີ່ກ່ຽວຂ້ອງ ເພື່ອສູ້ຊົນນຳເຂົ້ານ້ຳມັນເຊື້ອໄຟມາສະໜອງໃຫ້ສັງຄົມເປັນປົກກະຕິ ໂດຍຮ່ວມກັນຄຸ້ມຄອງ ແລະ ດັດສົມລາຄານ້ຳມັນເຊື້ອໄຟ ໃຫ້ມີຄວາມເໝາະສົມຕໍ່ໄປ.
ຂໍ້ມູນ ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັດລາວ