ຊຽງຟ້າບ້ານທ່ອງທ່ຽວ ວັດທະນະທຳຊົນເຜົ່າລື້

69

ວັນທີ 13 ກັນຍາ 2023 ນີ້ທີ່ບ້ານຊຽງຟ້າ ເມືອງບຸນເໜືອ ແຂວງຜົ້ງສາລີ ໄດ້ຈັດພິທີປະກາດບ້ານຊຽງຟ້າເປັນບ້ານທ່ອງ ທ່ຽວທາງດ້ານວັດທະນະທໍາຊົນເຜົ່າລື້ ໂດຍໃຫ້ກຽດເປັນປະທານຂອງ ທ່ານພອນໄຊ ແກ້ວສົມພັນ ເຈົ້າເມືອງເມືອງບຸນເໜືອ, ເຂົ້າຮ່ວມມີທ່ານ ຄໍາໄຊ ວົງສັກ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດວັດທະນະທຳ – ສັງຄົມ, ທ່ານ ຈັນເພັດ ສົມຟອນ  ຫົວໜ້າຫ້ອງການ ຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວເມືອງຕະຫຼອດຮອດອົງການປົກຄອງບ້ານ, ຊາວບ້ານ ຊຽງຟ້າເຂົ້າຮ່ວມເປັນຂະບວນຟົດຟື້ນ.

May be an image of 7 people

ທ່ານວົງຄໍາ ທໍາມະໃຈ ເລຂາພັກນາຍບ້ານຊຽງຟ້າ ໃຫ້ຮູ້ວ່າ: ບ້ານຊຽງຟ້າຂື້ນກັບກຸ່ມພຽງໄຊ, ຊຶ່ງ ຫ່າງຈາກເທສະບານເມືອງບຸນເໜືອ 9 ກິໂລແມັດ, ມີຈຳນວນຫຼັງ ຄາເຮືອນທັງໝົດ 82 ຫຼັງຄາ, ມີ 131 ຄອບຄົວ, ພົນລະ ເມືອງ 444 ຄົນ, ຍິງ 228 ຄົນ ອາຊີບຕົ້ນຕໍແມ່ນເຮັດນາ.

May be an image of 14 people, temple and text

ກ່ອນຮັບຮອງບ້ານຊຽງຟ້າເປັນບ້ານທ່ອງທ່ຽວ ທາງວັດທະນະທຳ ຫ້ອງການ ຖະແຫຼງຂ່າວ ລັດວັດທະນະທຳເມືອງແມ່ນໄດ້ເອົາໃຈໃສ່ລົງສຶກ ສາຂໍ້ມູນເບື້ອງຕົ້ນເ ມາຮອດວັນທີ 26 ກໍລະກົດ 2023 ນີ້ ທາງຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງໄດ້ລົງຊຸກຍູ້ຊາວບ້ານໃຫ້ມີຄວາມຮັບຮູ້ເຂົ້າໃຈຕໍ່ກັບວຽກງານທ່ອງທ່ຽວພ້ອມທັງເຜີຍແຜ່ແຜນກິດຈະກຳການທ່ອງທ່ຽວເຊິ່ງມີ 8 ແຜນຄື:ຜະລິດເຄື່ອງຫັດຖະກຳຂອງເຜົ່າ, ການສະແດງ ສິລະປະຟ້ອນ, ກິດຈະກຳເກັບຜັກທີ່ສະແດງເຖິງລັກສະນະ ວິຖີຊີ ວິດຂອງເຜົ່າ, ພັກແຮມເຮືອນປະຊາຊົນ, ຫັດຖະກຳຈັກ ສານຊົນເຜົ່າ, ນວດແບບດັ້ງເດີມ, ຫ້ອງວາງສະແດງເຄື່ອງ ທີ່ລະນຶກ, ຊົມວິຖີຊີວິດຂອງຊາວບ້ານເວລາຫຼີ້ນບຸນປີໃໝ່ລາວ.

May be an image of 5 people and text

ຫຼັງຈາກນັ້ນ, ທ່ານພອນໄຊ ແກ້ວສົມພັນ ຈົ້າເມືອງເມືອງບຸນເໜືອ ຂຶ້ນກ່າວປະກາດບ້ານຊຽງຟ້າເປັນບ້ານທ່ອງທ່ຽງທາງດ້ານວັດທະນະທໍາຊົນເຜົ່າລື້ຢ່າງເປັນທາງການ ພ້ອມທັງລັ່ນຄ້ອງ 9 ບາດ ແລະ ຕັດແຖບຜ້າ ເປັນສັກຂິພິຍານ.
ຖືໂອກາດນີ້ຜູ້ເຂົ້າຮ່ວມຍັງໄດ້ຢ້ຽມຊົມວາງສະແດງເຄື່ອງໃຊ້ຊີ ວິດປະຈໍາວັນ ແລະ ສະແດງສິລະປະຟ້ອນທີ່ເປັນເອກະລັກ ສະເພາະຂອງເຜົ່າລື້ດ້ວຍ.

May be an image of 3 people, temple and text