ເປີດຂາຍເຂົ້າແຊກແຊງລາຄາຕະຫຼາດຮອບໃໝ່ ຕະຫຼອດເດືອນກັນຍາ

271

 

ເພື່ອແກ້ໄຂບັນຫາປາກທ້ອງທີ່ກຳລັງສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວນະຄອນຫຼວງວຽງຈັນ ພະແນກອຸດສາຫະກຳ ແລະການຄ້າໄດ້ມອບໃຫ້ບໍລິສັດຄຳແພງເພັດແຈ້ງສະຫວ່າງສືບຕໍ່ຂາຍເຂົ້າແຊກແຊກລາຄາຕະຫຼາດຮັບໃໝ່ຈົນກວ່າຈະໝົດເດືອນກັນຍາ.

May be an image of 12 people
ໃນວັນທີ 11 ກັນຍາ 2023 ນີ້ພະແນກອຸດສາຫະກຳ ແລະການຄ້າ ນະຄອນຫຼວງວຽງຈັນໄດ້ເຮັດໜັງສືແຈ້ງການສະບັບເລກທີ 1463/ພອຄ.ນວ.ຄພນ ເຖິງທ່ານຜູ້ອໍານວຍການບໍລິສັດ ຄໍາແພງເພັດ ແຈ້ງສະຫວ່າງ ສົ່ງເສີມການກະເສດ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ຕະຫຼອດຮອດພໍ່ແມ່ປະຊາຊົນ ໃນນະຄອນຫຼວງວຽງຈັນ ເລື່ອງສືບຕໍ່ຈໍາຫນ່າຍເຂົ້າສານຫນຽວ (ປະເພດ 2) ແຊກແຊງລາຄາ ແລະ ດັດສົມຕະຫຼາດ ຢູ່ນະຄອນຫຼວງວຽງຈັນ.

No photo description available.
ທັ້ງນີ້ແມ່ນປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄັງແຮເຂົ້າແຊກແຊງລາຄາ ແລະ ດັດສົມຕະຫຼາດຂອງລັດຖະບານ ໃຫ້ມີປະສິດທິຜົນ ແລະ ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານລາຄາ, ມີ ຄວາມຫມັ້ນຄົງທາງດ້ານການສະຫນອງ, ຫຼີກລ້ຽງສະພາບຂາດເຂົ້າກິນ ແລະ ການເກງກໍາໄລ ໂດຍສະເພາະແມ່ນໄລຍະສະ ພາບເສດຖະກິດມີຄວາມຫຍຸ້ງຍາກ ແລະ ເປັນການປະກອບສ່ວນຂອງພາກທຸລະກິດ ເພື່ອເຮັດໃຫ້ຜູ້ຊົມໃຊ້ໄດ້ເຂົ້າເຖິງ ສິນຄ້າປະເພດເຂົ້າກິນຖືກກ່ວາລາຄາໃນທ້ອງຕະຫຼາດ.

No photo description available.
ຫົວຫນ້າພະແນກ ອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ຈຶ່ງໄດ້ອອກແຈ້ງການ ໃຫ້ບໍລິສັດ ຄໍາແພງເພັດ ແຈ້ງສະຫວ່າງ ສົ່ງເສີມການກະເສດ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ສືບຕໍ່ນໍາເອົາເຂົ້າສານຫນຽວ (ປະເພດ 2) ອອກຈໍາຫນ່າຍແຊກແຊງລາຄາ ແລະ ດັດສົມຕະຫຼາດ ໃນລາຄາ 12.000 ກີບ/ກິໂລ ຢູ່ໃນນະຄອນຫຼວງ ວຽງຈັນ ມີຄືດັ່ງນີ້:

No photo description available.
ສະຖານທີ່ຂາຍ: ຢູ່ທີ່ຕະຫຼາດແຈ້ງສະຫວ່າງ(ເກົ່າ), ບ້ານ ນາສ້ຽວ, ເມືອງ ນາຊາຍທອງ, ນະຄອນຫຼວງວຽງຈັນ ເລີ່ມ ແຕ່ວັນທີ 11 ຫາ 29 ກັນຍາ 2023(ເປີດຂາຍວັນຈັນ ຫາ ວັນເສົາ, ເວລາ 08:00 ໂມງ – 17:00 ໂມງ)
ເງື່ອນໄຂຂອງຜູ້ຊື້: ຜູ້ທີ່ມາຊື້ຕ້ອງໄດ້ລົງທະບຽນລາຍຊື່ກ່ອນຊື້ສິນຄ້າ ແລະ ສາມາດຊື້ເຂົ້າສານຫນຽວ (ປະເພດ ຂ) ບໍ່ ໃຫ້ກາຍ 50 ກິໂລ/ຄົນ/ຄັ້ງ;
ມອບໃຫ້ຂະແຫນງການຄ້າພາຍໃນຕິດຕາມ, ຊຸກຍູ້ວຽກງານດັ່ງກ່າວໃຫ້ມີປະສິດທິຜົນ ແລະ ລາຍງານສະພາບການຈັດ ຕັ້ງປະຕິບັດໃຫ້ຂັ້ນເທິງຊາບທ່ວງທັນເວລາ.