ກະຊວງອຸດສາຫະກຳ ແລະການຄ້າແນະນໍານະໂຍບາຍ 6 ຈຸດເພື່ອສົ່ງເສີມການດໍາເນີນທຸລະກິດ

53

 

ອີງຕາມບົດຄົ້ນຄວ້າຫຍໍ້ດ້ານນະໂຍບາຍການຕີລາຄາສົ່ງເສີມການດໍາເນີນທຸລະກິດໃນໄລຍະການແຜ່ລະບາດ ແລະ ຫຼັງການແຜ່ລະບາດຂອງໂຄວິດ-19, ສະຖາບັນອຸດສາຫະກໍາ ແລະ ການຄ້າ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ແນະນໍານະໂຍບາຍ 6 ຈຸດເພື່ອສົ່ງເສີມການດໍາເນີນທຸລະກິດໃນໄລຍະໃໝ່.

ເມື່ອປຽບທຽບການປ່ຽນແປງຜົນການດໍາເນີນທຸລະກິດໃນໄລຍະ ແລະ ຫຼັງການແຜ່ລະບາດຂອງພະຍາດໂຄວິດ-19, ໂດຍລວມແລ້ວ, ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ນັ້ນ ໄດ້ສົ່ງຜົນກະທົບຕໍ່ກັບການດໍາເນີນທຸລະກິດ ປະມານ 81,66% ໂດຍບໍ່ໄດ້ມີການເພີ່ມການລົງທຶນໃໝ່ເລີຍ, ກົງກັນຂ້າມທຸລະກິດໄດ້ຫຼຸດການລົງທຶນລົງຫຼາຍກວ່າ 33% ຂອງຕົວຢ່າງທັງໝົດ. ບັນດາບໍລິສັດໄດ້ຫຼຸດການຈ້າງງານຫຼາຍກວ່າ 43%, ຜົນຜະລິດສ່ວນໃຫຍ່ແມ່ນຈະຄົງຕົວໃນນັ້ນມີ 33,34% ທີ່ມີຜົນຜະລິດຫຼຸດລົງ. ກົງກັນຂ້າມ, ຄ່າໃຊ້ຈ່າຍໃນການດໍາເນີນງານ ແລະ ຕົ້ນທຶນການຜະລິດມີທ່າອ່ຽງເພີ່ມຂຶ້ນ ສົ່ງຜົນເຮັດໃຫ້ລາຍຮັບຫຼຸດລົງກວມເອົາ 70% ຂອງກຸ່ມຕົວຢ່າງທີ່ໄດ້ກ່າວໄວ້.

No photo description available.
ພາຍຫລັງການຜ່ອນຄາຍມາດຕະການຈຳກັດ ພົບວ່າຜົນການດໍາເນີນທຸລະກິດຄ່ອຍໆມີຜົນດີຂຶ້ນ ເປັນຕົ້ນແມ່ນ ການລົງທຶນ, ການຈ້າງງານ, ການເຂົ້າເຖິງຕະຫຼາດ, ຜົນຜະລິດ ແລະ ການເຕີບໂຕຂອງຍອດຂາຍ, ຍົກເວັ້ນຕົ້ນທຶນການຜະລິດທີ່ຍັງຄົງເພີ່ມຂຶ້ນສູງ.
ສະແດງໃຫ້ເຫັນວ່າການດໍາເນີນທຸລະກິດໄດ້ຮັບຜົນກະທົບທາງລົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ຫຼັງຈາກການຜ່ອນຄາຍມາດຕະການຈໍາກັດດັ່ງກ່າວ ຜົນການປະກອບການຂອງບັນດາບໍລິສັດກໍ່ຄ່ອຍໆດີຂື້ນ ເຊັ່ນ: ລາຍຮັບ,ການລົງທຶນ, ຜົນຜະລິດ, ການເຂົ້າເຖິງຕະຫຼາດ ແລະ ການຂະຫຍາຍຕົວການຈ້າງງານ. ແຕ່ຕົ້ນທຶນການຜະລິດຍັງຢູ່ໃນລະດັບສູງຢູ່ເຖິງຈະມີການຫຼຸດລົງກໍ່ຕາມຫຼັງຈາກມີການຜ່ອນຄາຍມາດຕະການຈຳກັດການແຜ່ລະບາດຂອງພະຍາດໂຄວິດ -19 ຍັງມີສິ່ງທ້າທາຍ ແລະ ຍັງມີຄວາມກັງວົນຂອງຜູ້ປະກອບການຢູ່, ດັ່ງນັ້ນ ຈິ່ງມີຄໍາແນະນໍາດ້ານນະໂຍບາຍ 5 ຈຸດດັ່ງລຸ່ມນີ້:

No photo description available.
ຍົກລະດັບສີມືແຮງງານໂດຍຜ່ານໂຄງການເພີ່ມທະວີຄວາມຮັບຮູ້ກ່ຽວກັບຂໍ້ມູນຂ່າວສານໃຫ້ແກ່ແຮງງານຝຶກອົບຮົມ ໂດຍຄຽງຄູ່ກັບການພິຈາລະນາຄ່າແຮງງານຂັ້ນຕໍ່າ ຫຼື ການພິຈາລະນາດ້ານນະໂຍບາຍສະຫວັດດີການສັງຄົມ ເພື່ອສ້າງແຮງຈູງໃຈໃຫ້ແກ່ຜູ້ອອກແຮງງານ ໃນການແກ້ໄຂການຂາດແຄນແຮງງານ ແລະ ແຮງງານຂ້າມຊາຍແດນໄປເຮັດວຽກຢູ່ບັນດາປະເທດເພື່ອນບ້ານ;
ປັບປຸງການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃນການພັດທະນາພື້ນຖານໂຄງລ່າງ, ຂັ້ນຕອນການນໍາເຂົ້າ ແລະ ສົ່ງອອກທີ່ງ່າຍດາຍກວ່າເກົ່າ, ການຫັນເປັນດິຈິຕອນ, ການນໍາໃຊ້ການບໍລິການປະຕູດຽວໃຫ້ມີປະສິດທິຜົນສູງ ແລະ ຮັບປະກັນຕາໜ່າງການຂົນສົ່ງ ແລະ ການສື່ສານ ພ້ອມທັງການເກັບຄ່າບໍລິການໃນອັດຕາທີ່ເໝາະສົມ, ໂດຍສະເພາະການບໍລິການທາງລົດໄຟ ລາວ-ຈີນ ແລະ ເຂດໂລຊີດຕິກ;

No photo description available.
ປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ແລະ ການຮ່ວມມືລະຫວ່າງບັນດາອົງກອນຂອງລັດໃຫ້ມີປະສິດທິຜົນສູງຂຶ້ນ ຄວນເປັນບຸລິມະສິດເພື່ອອໍານວຍຄວາມສະດວກໃຫ້ແກ່ດຳເນີນທຸລະກິດ;
ເລັ່ງແກ້ໄຂສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ເພື່ອຊ່ວຍຍົກລະດັບຄວາມອາດສາມາດໃນການແຂ່ງຂັນ ແລະ ການຂະຫຍາຍຕົວຂອງທຸລະກິດ ເປັນຕົ້ນແມ່ນ: ອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ອື່ນໆ;
ທົບທວນຄືນນະໂຍບາຍຄ່າສາທາລະນຸປະໂພກ ເພື່ອຊຸກຍູ້ການຂະຫຍາຍຕົວຂອງເຂດເສດຖະກິດພິເສດ ແລະ ດຶງດູດນັກລົງທຶນໃໝ່ ເພາະເປັນປັດໄຈໜຶ່ງທີ່ມີອິດທິພົນຕໍ່ຕົ້ນທຶນການຜະລິດ;

No photo description available.
-ທົບທວນຄືນບັນດາແຮງຈູງໃຈ ແລະ ສິດທິພິເສດຕ່າງໆ ທີ່ໄດ້ສົ່ງເສີມບໍລິສັດຜ່ານມາແມ່ນຖືກຕ້ອງຕາມສະພາບແລະ ຄວາມຕ້ອງການຕົວຈິງແລ້ວບໍ່ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ບໍລິສັດໃນການຮັບມືກັບສະພາບແວດລ້ອມໃນການດໍາເນີນທຸລະກິດທີ່ປ່ຽນແປງໄປແຕ່ລະໄລຍະ.