ເມືອງດາກຈຶງ ເອົາໃຈໃສ່ກວດກາລາຄາສິນຄ້າ ແລະສິ່ງຂອງໝົດອາຍຸ

42

ການກວດກາຕິດຕາມບັນຫາສິນຄ້າເສື່ອມຄຸນ ສິນຄ້າໝົດອາຍຸເປັນໜຶ່ງໜ້າວຽກທີ່ຂະແໜງການຄ້າຕ້ອງເຮັດເປັນປະຈຳ ເພື່ອປົກປ້ອງຜູ້ບໍລິໂພກ ທັງເປັນການເຕືອນສະຕິຊາວຄ້າຂາຍໃຫ້ເປັນເຈົ້າການກວດກາສິນຄ້າຂອງຕົນບໍ່ໃຫ້ຜູ້ບໍຮູ້ຈັກຫຍັງຕ້ອງມາຮັບຜົນຂ້າງຄຽງຈາກສິ່ງເຫຼົ່ານັ້ນ.

ໃນລະຫວ່າງວັນທີ 6-8 ກັນຍາ 2023 ຜ່ານມາ, ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກຳ ແລະ ການຄ້າແຂວງເຊກອງຮ່ວມກັບ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ໄດ້ລົງກວດກາລາຄາ ແລະ ສິນຄ້າຢູ່ທີ່ຕະຫຼາດເທສະບານເມືອງດາກຈຶງ, ນຳໂດຍ ທ່ານ ເຮືອງເພັດ ໄຊພອນເຮືອງ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງດາກຈຶງ ແຂວງເຊກອງ.

May be an image of 6 people
ໃນການລົງເຄື່ອນໄຫວກວດກາຂອງເຈົ້າໜ້າທີ່ໃນຄັ້ງນີ້ ກໍເພື່ອເຮັດໃຫ້ວຽກງານຄຸ້ມຄອງ ແລະ ນໍາເຂົ້າສິນຄ້າຈາກຕ່າງປະເທດໃຫ້ຢູ່ໃນລະບຽບກົດໝາຍທີ່ໄດ້ກຳນົດໄວ້, ເຊິ່ງການລົງກວດກາຂອງເຈົ້າໜ້າທີ່ ໄດ້ກວດພົບປະເພດສິນຄ້າໝົດອາຍຸ ແລະ ເສື່ອມຄຸນນະພາບ, ສິນຄ້ານອກລະບົບ ໃນເທສະບານເມືອງດາກຈຶງ ມີທັງໝົດ 11 ຮ້ານ, ພົບເຫັນສິນຄ້າໝົດອາຍຸ ແລະ ເສື່ອມຄຸນນະພາບມີ 7 ລາຍການເປັນຕົ້ນ: ຢາສູບ, ເຂົ້າໝົມ, ໝີ່, ນໍ້າປາຫວຽດ, ຊ໋ອດ, ຄະນໍປຸງລົດ ແລະ ປາແດກ ລວມມູນຄ່າທັງໝົດ 3.194.000 ກີບ.

May be an image of 5 people
ນອກຈາກນີ້ ຍັງໄດ້ຕິດຕາມ ກວດກາ ລາຄາສິນຄ້າໃນທ້ອງຕະຫຼາດສົດ ເຫັນວ່າການຂາຍປະເພດສິນຄ້າໃນບັນຊີຄວບຄຸມບັນຊີ(ກ)ຄື: ຊີ້ນງົວ, ຄວາຍປະເພດ1 ຂາຍລາຄາ 110.000ກີບ/ກິໂລ; ຊີ້ນງົວ, ຄວາຍປະເພດ2 ລາຄາ 100.000ກີບ/ກິໂລ; ຊີ້ນໝູປະເພດ1 ລາຄາ 75.000ກີບ/ກິໂລ; ຊີ້ນໝູປະເພດ2 ລາຄາ 70.000ກີບ/ກິໂລ; ເຂົ້າໜຽວປະເພດ2 ລາຄາ 16.000ກີບ/ກິໂລ; ເຂົ້າຈ້າວປະເພດ2 ລາຄາ 18.000ກີບ/ກີໂລ; ປາດຸກພັນ ລາຄາ 43.000ກີບ/ກິໂລ, ເຊິ່ງເຫັນວ່າເປັນໄປຕາມກົນໄກຕະຫຼາດ.

May be an image of 4 people

ຈາກນັ້ນ ເຈົ້າໜ້າທີ່ກວດກາການຄ້າ ກໍ່ໄດ້ສ້າງບົດບັນທຶກແນະນໍາຜູ້ດໍາເນີນທຸລະກິດການຄ້າຂາຍຄົນຕ່າງປະເທດທີ່ມາເຄື່ອນໄຫວບໍ່ຖືກຕ້ອງ, ບໍ່ສອດຄ່ອງຕາມລະບຽບກົດໝາຍ ໃຫ້ໄປອອກໃບດຳເນີນກິດຈະການການຄ້າພາຍໃນ ແລະ ໃບຕິດຕາມການຄ້າຂາຍຂອງຄົນຕ່າງປະເທດ ຢູ່ພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ ໃຫ້ຖືກຕ້ອງກ່ອນ ຈຶ່ງສາມາດດຳເນີນກິດຈະການຄ້າຂາຍໄດ້; ສຳລັບສິນຄ້າໝົດອາຍຸທາງເຈົ້າໜ້າທີ່ໄດ້ແຈ້ງໃຫ້ເຈົ້າຂອງຮ້ານຄ້າຮັບຊາບພ້ອມທັງສ້າງບົດບັນທຶກ ແລະ ນຳສິນຄ້າໝົດອາຍຸດັ່ງກ່າວເຂົ້າມາເກັບມ້ຽນໃນສາງຂອງຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງດາກຈຶງ, ລໍຖ້າການຈັດພິທີທຳລາຍຕໍ່ໄປ.