ເອົາລຶກງາມ 9 ຄ່ຳເດືອນ9 ເປັນມື້ລິເລີ່ມສ້າງຫໍຫຼັກເມືອງບໍລິຄຳໄຊ

74

ໃນວັນທີ 9 ກັນຍານີ້, ກົງກັບມື້ 9 ຄ່ຳ ເດືອນ 9 ພສ 2566 ເຊິ່ງເປັນມື້ງາມຍາມດີ ແຂວງບໍລິຄຳໄຊ ໄດ້ຈັດພິທີ ວາງສີລາລຶກ ແລະ ຕັ້ງເສົາເອກ ສ້າງຫໍຫຼັກເມືອງຂອງແຂວງບໍລິຄຳໄຊຂຶ້ນຢ່າງເປັນທາງການ ຢູ່ສວນສາທາລະນະ ທ່ານສີສົມພອນ ລໍວັນໄຊ, ເປັນກຽດເຂົ້າຮ່ວມໂດຍທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ ແລະ ຝ່າຍສົງມີພຣະອາຈານ ຄຳປັນ ອິນທະວົງ ປະທານອົງການພຸດທະສາສະໜາສຳພັນລາວ ປະຈຳແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ, ມີເຈົ້າເມືອງ, ຜູ້ຊົງຄຸນວຸດທິ ແລະ ອຳນາດການປົກຄອງບ້ານໃນເທດສະບານເມືອງປາກຊັນເຂົ້າຮ່ວມ.

May be an image of 8 people
ການຫ້າງຫາກະກຽມ ສ້າງຫໍຫຼັກເມືອງນີ້ ຜ່ານມາແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມປຶກສາຫາລືມາແລ້ວ 4 ຄັ້ງ ໂດຍມີປະທານ ອພສ ແຂວງ, ອພສ ເມືອງ, ເຈົ້າແຂວງ, ຮອງເຈົ້າແຂວງ, ເຈົ້າເມືອງ, ຫົວໜ້າພະແນກການ, ເຖົ້າແກ່ແນວໂຮມ, ຜູ້ຊົງຄຸນວຸດທິ, ອໍານາດການປົກຄອງບ້ານ, ນາຍບ້ານໃນເຂດເທດສະບານເມືອງປາກຊັນ, ຄັ້ງສຸດທ້າຍແມ່ນ ຄັ້ງວັນທີ 4 ກັນຍາ 2023 ໄດ້ກຳນົດເອົາຮູບແບບຂອງຫໍຫຼັກເມືອງ, ສະຖານທີ່ຕັ້ງແມ່ນເຫັນດີເປັນເອກະພາບ ແລະ ໄດ້ກໍານົດເອົາຢູ່ສວນສາທາລະນະທ່ານ ສີສົມພອນ ລໍວັນໄຊ ເຊິ່ງເປັນຈຸດໃຈກາງຂອງຕົວເມືອງປາກຊັນ ແລະ ເປັນບ່ອນທີເຫັນວ່າມີຄວາມເໝາະສົມຫຼາຍຍ້ອນວ່າ: ສະຖານທີດັ່ງກ່າວ ມີຄວາມສັກສິດທາງປະຫວັດສາດ ແລະ ວັດທະນະທໍາ ເພາະວ່າໃນສະຖານທີ່ດຽວກັນ ມີຮູບປັ້ນຫຼໍ່ທ່ານ ສີສົມພອນ ລໍວັນໄຊ, ຫໍຫຼັກເມືອງ, ຫໍສະໝຸດ-ຫໍວາງສະແດງມູນເຊື້ອຂອງແຂວງບໍລິຄຳໄຊ.

May be an image of 10 people, dais and text

ຕໍ່ມາໃນຕອນເຊົ້າຂອງວັນທີ 6 ກັນຍາ 2023 ການນຳຂອງແຂວງ ເຊິ່ງນຳພາໂດຍເຈົ້າແຂວງບໍລິຄຳໄຊ ໄດ້ຈັດພີທີສ່ຽງຊອກເອົາຈຸດທີ່ຕັ້ງຂອງຫໍຫລັກເມືອງ ເຊິ່ງເລືອກເອົາບ່ອນທີ່ສິລິມຸງ, ບ່ອນທີ່ເໝາະສົມທາງດ້ານການທ່ອງທ່ຽວ, ໂດດເດັ່ນ, ສວຍງາມ ແລະ ເປັນເອກະລັກສະເພາະ. ເພື່ອສືບຕໍ່ການປະຕິບັດກິດຈະກຳດັ່ງກ່າວໃຫ້ຕໍ່ເນືອງ ແລະ ເປັນຮູບປະທຳ ມາໃນວັນທີ 9 ກັນຍາ 2023 ໄດ້ມີພິທີວາງສີລາລຶກຢ່າງເປັນທາງການ ເຊິ່ງໄດ້ເລີ່ມຈາກພິທີທາງສາສະໜາ ຕາມຮີດຄອງປະເພນີ ດ້ວຍການສູນໄຊຍັນໂຕພະສົງ 9 ອົງ, ຈາກນັ້ນກໍ່ແມ່ນພິທີຍົກເສົາເອກ ແລະ ພິທີວາງສີລາລຶກສ້າງຫໍຫລັກເມືອງຂອງແຂວງ ແລະ ລັ້ນຄ້ອງ 9 ບາດ ເພື່ອເປັນສັນຍານບົ່ງບອກວ່າການສ້າງຫໍຫລັກເມືອງຂອງແຂວງແມ່ນໄດ້ເລີມລົງມືສ້າງນັບແຕ່ມື້ນີ້ເປັນຕົ້ນໄປ.

May be an image of 11 people and tree

ດ້ານແນວຄິດລີ່ເລີ່ມຂອງການສ້າງຫໍຫຼັກເມືອງຂອງແຂວງ ການນຳຂອງແຂວງໄດ້ເຫັນຄວາມສຳຄັນວ່າ: ນັບແຕ່ມື້ສ້າງຕັ້ງແຂວງບໍລິຄໍາໄຊ ແຕ່ປີ 1984 ເປັນຕົ້ນມາຈົນມາຮອດປະຈຸບັນ ເຫັນວ່າແຂວງບໍລິຄໍາໄຊ ຍັງບໍ່ທັນມີຫໍຫລັກເມືອງ ເພື່ອເປັນການຢັ້ງຢືນໃຫ້ເຫັນເຖິງຫລັກຖານຂອງການສ້າງຕັ້ງບ້ານ-ເມືອງ ໃນໄລຍະຜ່ານມາ, ຍ້ອນແນວນັ້ນຄະນະບໍລິຫານງານພັກແຂວງ ສະໄໝທີ VII ຊຶ່ງນໍາພາໂດຍ ທ່ານເຈົ້າແຂວງ ເຫັນໄດ້ຄວາມໝາຍສໍາຄັນຂອງວຽກງານດັ່ງກ່າວ, ຈຶ່ງໄດ້ມີແນວຄິດລິເລີ້ມ ແລະ ນໍາພາ-ຊີ້ນໍາໂດຍກົງ ຕໍ່ວຽກງານການຫ້າງຫາກະກຽມສ້າງຫໍຫລັກເມືອງຂອງແຂວງບໍລິຄໍາໄຊ ໂດຍເນັ້ນໃສ່ຮູບແບບການກໍ່ສ້າງຖືກຕາມຮິດຄອງປະເພນີ, ທັງໃຫ້ມີຄວາມໂດດເດັ່ນ, ສະຫງ່າງາມ ແລະ ຖືກຕາມເອກກະລັກສະເພາະຂອງແຂວງບໍລິຄໍາໄຊ, ເປັນສະຖາປັດຕະຍະກໍາມີເອກະລັກສະເພາະຂອງແຂວງ.

May be an image of 12 people, tree and text

ຊຶ່ງອອກແບບຈາກກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ,​ ມີຂະໜາດກວ້າງ 6×6 ແມັດ, ສູງ 17,9 ແມັດ ແລະ ຈະໃຊ້ງົບປະມານໃນການກໍ່ສ້າງ ປະມານ 2,500 ລ້ານກວ່າກີບ, ມີການປະດັບຕົບແຕ່ງດ້ວຍລວດລາຍດອກດວງສິລະປະລາວເດີມ ທີມີຄວາມອອນຊ້ອຍປານີດ ແລະ ວິຈິດງົດງາມ, ໃນອານາຄົດຂ້າງໜ້າຈະໃຫ້ກາຍເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາອີກໜຶ່ງແຫ່ງທີ່ມີຊື່ສຽງ ເພື່ອດຶງດູດເອົານັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດ ໃຫ້ມາທ່ຽວຊົມນັບມື້ນັບຫຼາຍຂຶ້ນ ແລະ ທັງເປັນການກະກຽມກິດຈະກໍາຮອງຮັບແກ່ການເປີດປີທ່ອງທ່ຽວລາວ, ທ່ອງທ່ຽວແຂວງບໍລິຄໍາໄຊໃນ ປີ 2024.