ອ້າຍທະຫານ ລວມພະລັງກັບປະຊາຊົນສ້ອມແປງເສັ້ນທາງ

53

ປະເທດເຮົາເມື່ອເຂົ້າລະດູຝົນຍາມໃດ ເກືອບວ່າທຸກເສັ້ນທາງເຂົ້າບ້ານ ໂດຍສະເພາະເຂດຊານເມືອງແມ່ນໄປມາຫຍຸ້ງຍາກພໍສົມຄວນ ປະຊາຊົນທີ່ອາໄສຢູ່ຕາມບ້ານຕ່າງໆຕ້ອງໄດ້ລະດົມເງິນຄອບຄົວລະເລັກລະໜ້ອຍ ພ້ອມດ້ວຍກຳລັງແຮງ ເພື່ອສ້ອມແປງໃຫ້ສາມາດທຽວໄປມາໄດ້ໃນແຕ່ລະວັນ.

May be an image of 5 people, all-terain vehicle, dirt bike and motorcycle

ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ເລີ່ມແຕ່ຕົ້ນເດືອນກັນຍາ 2023 ມານີ້, ກອງພັນໃຫຍ່ 402 ທີ່ຂຶ້ນກັບກອງພົນທະຫານຮາບທີ 4 ສົມທົບກັບອໍານາດການປົກຄອງບ້ານ ໜອງຫອຍ ເມືອງຊົນນະບູລີ ໄດ້ ຮ່ວມໃຈກັນສ້ອມແປງເສັ້ນທາງ ເລີ່ມແຕ່ບ້ານໜອງຫອຍ ຫາສໍານັກກອງພັນໃຫຍ່ 402 ໂດຍມີສະຫາຍ ພັນໂທ ດາວອນ ສຸກປະເສີດ ຫົວໜ້າການທະຫານ ແລະ ພັນໂທ ສຸກັນ ວິໄລທອງ ຫົວໜ້າການເມືອງກອງພັນໃຫຍ່ 402, ມີພະນັກງານ-ນັກຮົບ ຕະຫລອດຮອດອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນຊາວບ້ານໜອງຫອຍ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.

May be an image of 8 people

ເສັ້ນທາງທີ່ໄດ້ຮ່ວມກັນສ້ອມແປງຄັ້ງນີ້, ມີຄວາມຍາວທັງໝົດ 150 ແມັດ, ເຊິ່ງມີກໍາລັງອ້າຍນ້ອງ ເຂົ້າຮ່ວມ 100 ສະຫາຍ, ໃນການສ້ອມແປງ ແມ່ນນໍາໃຊ້ລົດໄຖນາຈໍານວນ 10 ຄັນ ເພື່ອຂົນດິນ,ກ້ອນຫີນ, ທ່ອນໄມ້ ມາຖົມໃສ່ບໍລິເວນເສັ້ນທາງບ່ອນທີ່ເປັນບວກ ເປັນຂຸມ, ບ່ອນທີ່ຕໍ່າ, ພ້ອມທັງຂຸດຄອງລະບາຍນໍ້າທັງ 2 ຂ້າງທາງ ເພື່ອເຮັດໃຫ້ເສັ້ນທາງດັ່ງກ່າວມີຄວາມສະດວກສະບາຍ ໃນການສັນຈອນໄປ-ມາຂອງປະຊາຊົນພາຍໃນບ້ານ ແລະ ບ້ານໃກ້ຄຽງອ້ອມຂ້າງກອງພັນໃຫຍ່.

May be an image of 3 people

ການສ້າງຂະບວນສ້ອມແປງເສັ້ນທາງຄັ້ງນີ້, ຍັງເປັນການ ສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນ ວັນສໍາຄັນຕ່າງໆ ຂອງຊາດ – ຂອງພັກ ແລະ ຂອງກອງທັບ ໃຫ້ມີຄວາມໝາຍສໍາຄັນຢ່າງເລິກເຊີ່ງ.

ຂ່າວ: ໂພຄໍາ ພອນປະເສີດ ນັກຂ່າວກອງພົນທີ 4