ອັດຕາເງິນເຟີ້ ໃນປະເທດທີ່ໃຊ້ສະກຸນເອີໂຣ ຍັງຢູ່ທີ່ 5,3%

21

ເວບໄຊຂ່າວສານ euronews.com ລາຍງານເມື່ອວັນທີ 31 ສິງຫາຜ່ານມາວ່າ: ອັດຕາເງິນເຟີ້ໃນບັນດາປະເທດທີ່ໃຊ້ສະກຸນເງິນເອີໂຣ ຍັງສືບຕໍ່ຢູ່ໃນລະດັບ 5,3% ໃນເດືອນສິງຫາຜ່ານມາ ຊຶ່ງຍັງຫ່າງໄກຈາກເປົ້າໝາຍ 2% ຂອງທະນາຄານກາງເອີຣົບ.
ຂະນະທີ່ ປະເທດເຢຍລະມັນເປັນໜຶ່ງໃນ 20 ປະເທດທີ່ໃຊ້ສະກຸນເງິນເອີໂຣ ຄາດການວ່າ: ເສດຖະກິດຂອງປະເທດທີ່ໃຫຍ່ ທີ່ສຸດໃນເອີຣົບ ຈະຢຸດຊະງັກບໍ່ຫຼາຍກໍໜ້ອຍອີກຄັ້ງໃນໄຕມາດ 3 ຂອງປີນີ້ ອັນສົ່ງຜົນໃຫ້ມີຜົນປະກອບການທີ່ອ່ອນແອຕາມມາ.

ສ່ວນລວມຍອດຜະລິດຕະພັນພາຍໃນປະເທດຂອງເຢຍລະມັນ ແມ່ນຫງຽບເຫງົາໃນໄຕມາດທີ 2 ຫຼັງຈາກຫຼຸດລົງທັງ 2 ໄຕມາດກ່ອນໜ້ານີ້ ເນື່ອງຈາກປະເທດຕ້ອງຕໍ່ສູ້ກັບລາຄາພະລັງງານທີ່ສູງ, ຕົ້ນທຶນການກູ້ຢືມທີ່ສູງຂຶ້ນ ແລະ ຄວາມອ່ອນແອທາງເສດຖະກິດຂອງປະເທດທີ່ເປັນຄູ່ຄ້າທີ່ສຳຄັນ.
ກອງທຶນການເງິນລະຫວ່າງປະເທດ (IMF) ໄດ້ຄາດການເມື່ອເດືອນຜ່ານມາວ່າ: ເຢຍລະມັນ ຈະເປັນປະເທດເສດຖະກິດຫຼັກພຽງແຫ່ງດຽວຂອງໂລກ ທີ່ຈະຫົດຕົວໃນປີນີ້ ເຖິງແມ່ນວ່າການເຕີບໂຕທາງເສດຖະກິດທົ່ວໂລກຈະອ່ອນແອ ທ່າມກາງອັດຕາດອກເບ້ຍທີ່ສູງຂຶ້ນ ແລະ ໄພຄຸກຄາມຈາກອັດຕາເງິນເຟີ້ທີ່ເພີ່ມຂຶ້ນ.