ຫວຽດນາມ ຈັດສົ່ງອ້ອຍສົດ ໄປຍັງອາເມຣິກາ ອີກ 17,3 ໂຕນ

51

ເວັບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ພາຍຫຼັງສຳເລັດການສົ່ງອອກອ້ອຍສົດ ຊຸດທໍາອິດຈໍານວນ 20 ໂຕນ ໄປຍັງອາເມຣິກາ ເມື່ອວັນທີ 19 ມີນາ 2023, ບໍລະສັດ Tien Ngan Trade Investment Co., Ltd ໄດ້ເລີ່ມມີການປະສານງານກັບພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງ ຮົວບິ່ງ ສສ ຫວຽດນາມ ເພື່ອຈັດພິທີສົ່ງອອກອ້ອຍສົດອີກ 17,3 ໂຕນ ໄປຍັງອາເມຣິກາ.

ລາຍງານລະບຸວ່າ: ຫຼັງຈາກການຈັດສົ່ງຄັ້ງນີ້, ບໍລິສັດ ຢືນຢັນຈະເກັບຊື້ຜະລິດຕະພັນທັງໝົດທີ່ມີການຮັບປະກັນທາງດ້ານເຕັກນິກ ພາຍໃຕ້ສັນຍາທີ່ລົງນາມກັບບັນດາການຈັດຕັ້ງ, ສະຫະກອນ ແລະ ກຸ່ມສະຫະກອນ; ລົງທຶນໃສ່ອຸປະກອນການຜະລິດ ແລະ ເກັບຄືນທຶນ ພາຍຫຼັງເກັບຊື້ຜະລິດຕະພັນ; ສ້າງເງື່ອນໄຂພັດທະນາເຂດວັດຖຸດິບອ້ອຍ.

ປີ 2023 ນີ້, ບໍລິສັດ ຄາດວ່າຈະສົ່ງອອກອ້ອຍສົດ ປະມານ 300 – 500 ໂຕນ ໄປຍັງຕະຫຼາດຕ່າງໆ ເຊັ່ນ: ສ.ເກົາຫຼີ, ອັງກິດ, ສະຫະພາບເອີຣົບ…

ການສົ່ງອອກອ້ອຍສົດຊຸດທໍາອິດ ຍັງເປັນການສ້າງພື້ນຖານທີ່ສຳຄັນ ສຳລັບຜະລິດຕະພັນທາງກະສິກຳອື່ນໆອີກຫຼາກຫຼາຍຂອງແຂວງຮົວບິ່ງ ເພື່ອຂະຫຍາຍຕະຫຼາດສູ່ຕ່າງປະເທດ.

ນອກນີ້, ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງຮົວບິ່ງ ກໍໄດ້ເປີດເຜີຍວ່າ: ນັບຕັ້ງແຕ່ປີ 2019 ເປັນຕົ້ນມາ ອ້ອຍຂອງແຂວງ ມີການຈັດສົ່ງໄປຫຼາກຫຼາຍພື້ນທີ່ໃນທົ່ວປະເທດ. ໃນຂະນະດຽວກັນ ກໍໄດ້ຊອກຫາວິທີສົ່ງອອກ ໂດຍເລີ່ມຈາກອ້ອຍສີມ່ວງພຽງ 120 ກິໂລກຣາມ ເປັນຕົວຢ່າງໄປຍັງຍີ່ປຸ່ນ ແລະ ໄດ້ເພີ່ມຂຶ້ນຢ່າງໄວວາໃນແຕ່ລະປີ ເຊິ່ງປີ 2020 ສົ່ງອອກ 5,7 ໂຕນ; ປີ 2021 ສົ່ງອອກ 74 ໂຕນ ແລະ ປີ 2022 ຜ່ານມາ ສົ່ງອອກ 300 ໂຕນ.