ທ່ານຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີວາງສີລາລຶກ ການກໍ່ສ້າງອານຸສອນສະຖານ ຂອງທ່ານ ມາ ໄຂຄຳພິທູນ ທີ່ເມືອງເຊໂປນ

57

ໃນວັນທີ 19 ສິງຫາ 2023 ທີ່ຜ່ານມານີ້, ຢູ່ທີ່ເຂດບ້ານໂພນໄຮ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດພິທີວາງສີລາລຶກ ໂຄງການກໍ່ສ້າງ ອານຸສອນສະຖານ ທ່ານ ມາ ໄຂຄຳພິທູນ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍະລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທ່ານທອງສະຫວັດ ໄຂຄຳພິທູນ ພະນັກງານປະຕິວັດອາວຸໂສນຳນານ ອາດີດຫົວໜ້າການເມືອງກອງພັນທີ 2, ມີການນຳຂັ້ນແຂວງ, ຂັ້ນເມືອງ ແລະ ບ້ານ ພ້ອມດ້ວຍແຂກທີ່ຖືກເຊີນ ຕະຫຼອດຮອດລູກຫຼານ ໄຂຄຳພິທູນເຂົ້າຮ່ວມ.

อาจเป็นรูปภาพของ 14 คน, แท่นบรรยาย และ ข้อความ

ໃນໂອກາດດັ່ງກ່າວ ທ່ານ ທອງໄສ ໄຊຍະວົງຄຳດີ ຫົວໜ້າຫ້ອງວ່າການແຂວງສະຫວັນນະເຂດໄດ້ຕາງໜ້າໃຫ້ຄອບຄົວໄຂຄຳພິທູນ ຂຶ້ນກ່າວຄວາມເປັນມາກ່ຽວກັບໂຄງການດັ່ງກ່າວວ່າ: ທ່ານ ມາ ໄຂຄຳພິທູນແມ່ນລູກຫຼານ ຂອງຊາວເມືອງເຊໂປນ ແຂວງສະຫວັນນະເຂດ ເຊິ່ງຕະຫຼອດຊີວິດ ການເຄື່ອນໄຫວເຮັດໜ້າທີ່ ການປະຕິວັດ ແມ່ນເພິ່ນໄດ້ເຄື່ອນໄຫວຢູ່ສະຖານທີ່ແຫ່ງນີ້ ໂດຍທ່ານແມ່ນຜູ້ໜຶ່ງ ທີ່ມີສ່ວນຮ່ວມຫຼາຍດ້ານທີ່ສຳຄັນຢູ່ໃນຂະບວນການປະຕິວັດຂອງຊາດລາວເຮົາ ເຊິ່ງທ່ານກໍ່ແມ່ນຜູ້ໜຶ່ງໃນຜູ້ນຳ ຈຳນວນ 16 ທ່ານ ທີ່ແຫກຄຸກໂພນເຄັງຢ່າງໜ້າອັດສະຈັນ, ໂດຍຖືວ່າເປັນເຫດການທາງດ້ານປະຫວັດສາດ.

อาจเป็นรูปภาพของ 11 คน, แท่นบรรยาย และ ข้อความ

ດັ່ງນັ້ນ, ບັນດາຄອບຄົວລູກຫຼານຂອງທ່ານ ມາ ໄຂຄຳພິທູນ ຈຶ່ງໄດ້ສ້າງອານຸສອນສະຖານ ແຫ່ງນີ້ຂຶ້ນ ເຊິ່ງມັນໄດ້ສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູ, ຮູ້ບຸນຄຸນ ຕໍ່ທ່ານ, ຜູ້ເປັນພໍ່ ເປັນລຸງ ເປັນພໍ່ເຖົ້າ ແລະ ເປັນປູ່ຂອງຄອບຄົວໄຂຄຳພິທູນ, ທັງນີ້ກໍ່ເພື່ອປູກຈິດສຳນຶກ ແລະ ເປັນບ່ອນຮຽນຮູ້ທາງດ້ານປະຫວັດສາດ ແລະ ສ້າງໃຫ້ກາຍເປັນແຫຼ່ງທ່ອງທ່ຽວທີ່ສຳຄັນຂອງເມືອງເຊໂປນ ກໍ່ຄືແຂວງສະຫວັນນະເຂດ, ເຊິ່ງມີພື້ນທີ່ສະຫງວນ 70 ເຮັກຕາ, ແຕ່ພື້ນທີ່ສ້າງຕົວຈິງ 5 ເຮັກຕາ.

อาจเป็นรูปภาพของ 1 คน และ ดอกไม้

ຈາກນັ້ນ ທ່ານນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດໄດ້ຂຶ້ນລາຍງານຕື່ມອີກວ່າ ໃນການກໍ່ສ້າງ ອານຸສອນສະຖານຂອງທ່ານ ມາ ໄຂຄຳພິທູນ ເປັນໂຄງການໜຶ່ງທີ່ສຳຄັນທາງດ້ານປະຫວັດສາດການເມືອງ, ດ້ານວັດທະນະທຳ ແລະ ທຳມະຊາດຢ່າງເລິກເຊິ່ງ ແລະ ເປັນການຈາລຶກ ຄຸນງາມຄວາມດີຕໍ່ຜູ້ນຳອາວຸໂສຂອງພັກ-ລັດ ໂດຍທ່ານກໍ່ເປັນຜູ້ໜຶ່ງທີ່ໄດ້ອຸທິດເຫື່ອແຮງ ສະຕິປັນຍາ ເຂົ້າໃນຂະບວນການຕໍ່ສູ້ ປົດປ່ອຍຊາດກໍ່ຄືໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ປະເທດຊາດມີຄວາມເປັນເອກະລາດ ອິດສະລະພາບ.

ໂດຍ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ