ຍິນດີດ້ວຍ! Mister International Laos 2023 ຄົນໃໝ່

85

ຂໍສະແດງຄວາມຍິນດີດ້ວຍ ກັບໜຸ່ມ ດອນສະຫວັນ ໄຊມົນຕີ ທີ່ໄດ້ຖືກແຕ່ງຕັ້ງໃຫ້ເປັນ Mister International Laos 2023 ເຊິ່ງຈະເປັນຕົວແທນໜຸ່ມລາວອີກຄົນໜຶ່ງ ທີ່ພ້ອມສົ່ງອອກໄປເຜີຍແຜ່ ຄວາມເປັນລາວໃນເວທີສາກົນ ເຊິ່ງໜຸ່ມຫຼໍ່ຄົນນີ້ທີ່ຜ່ານມາແມ່ນເຄີຍປະກວດໃນເວທີ Mister Global Laos 2021 ແລະ ໄດ້ຮັບລາງວັນພິເສດ Mister Friendship ໄປຄອງ. ຫຼ້າສຸດນີ້ ຍ້ອນຜູ້ໃຫຍ່ທາງກອງປະກວດເຫັນໄດ້ໃນຄວາມສາມາດ ແລະ ຄວາມຕັ້ງໃຈທີ່ມີ ຈຶ່ງໄດ້ຖືກແຕ່ງຕັ້ງເປັນ Mister International Laos 2023 ເພື່ອເປັນຕົວແທນໜຸ່ມລາວປະກວດໃນເວທີ Mister International ຄັ້ງທີ 15 ທີ່ຈັງຫວັດຊົນບູລີ ປະເທດໄທ ເປັນເຈົ້າພາບນັ້ນເອງ.


ການປະກວດແມ່ນເລີ່ມແຕ່ວັນທີ 8 ກັນຍາ 2023 ໄປຈົນເຖິງຮອບຕັດສິນວັນທີ 18 ກັນຍາ ຢ່າລືມເດີແຟນໆຊາວລາວຝາກທຸກຄົນຕິດຕາມການເຄື່ອນໄຫວ ແລະ ເປັນກໍາລັງໃຈໃຫ້ໜຸ່ມ ດອນ ຕົວແທນຂອງໜຸ່ມລາວຮ່ວມໃນເວທີສາກົນຄັ້ງນີ້ດ້ວຍ ຜ່ານທາງເຟສບຸ໊ກ Donesavanh Xaimonty ແລະ ເພຈຫຼັກ Mister International Laos ນັ້ນເອງສາມາດເຂົ້າໄປຕິດຕາມຜົນງານກັນໄດ້ເລີຍ.

ມື້ນີ້ຂ່າວບັນເທີງຈະພາມາແນະນໍາໃຫ້ຮູ້ຈັກໜຸ່ມຄົນນີ້ກັນກ່ອນ ສໍາລັບໜຸ່ມ ດອນສະຫວັນ ໄຊມົນຕີ ຊື່ຫຼິ້ນ ດອນ ປັດຈຸບັນອາຍຸ 27 ປີ ມາຈາກແຂວງຈຳປາສັກ ຮຽນຈົບມາຈາກ ສສ ຫວຽດນາມ ຕອນນີ້ກຳລັງເຮັດວຽກເປັນພະນັກງານບໍລິສັດເອກະຊົນແຫ່ງໜຶ່ງ ແລະ ໜຸ່ມດອນ ແມ່ນໜຸ່ມທີ່ເຂົ້າຮ່ວມເດີນສາຍປະກວດໃນເວທີຊາຍງາມຢູ່ແລ້ວ ຕັ້ງແຕ່ຕອນຮຽນ ເພາະເຄີຍປະກວດເປັນງານໂຮງຮຽນໃນໄລຍະຮຽນມະຫາໄລ ແລະ ສາມາດຍາດໄດ້ທີ 1 ແລະ ຮ່ວມປະກວດເວທີ Mister Global Laos2021 ໄດ້ລາງວັນພິເສດຈາກເວທີດັ່ງກ່າວໄປຄອງ.

ຄະຕິປະຈຳໃຈ “ ເຮັດໃນສິ່ງທີ່ມັກ ຮັກໃນສິ່ງທີ່ເຮັດ ເພາະເຊື່ອວ່າຖ້າເຮົາເຮັດໃນສິ່ງທີ່ມັກ ແລະ ຮັກ ຜົນຈະອອກມາດີແນ່ນອນ ”.
ຄວາມສາມາດນັ້ນກໍຄືການເປັນພິທີກອນໃນງານຕ່າງໆ ແລະ ກິດຈະກຳຍາມວ່າງແມ່ນມັກຟັງເພງ, ອອກກຳລັງກາຍ, ສ່ວນສະຕາຍການແຕ່ງຕົວແມ່ນຢາກວ່າເປັນຄົນຊິວໆ ແຕ່ງຕົວສະບາຍມັກໃສ່ເສື້ອຢືດດຳ, ຂາວ ກັບໂສ້ງຢີນ.
ທ້າຍນີ້ຂ່າວບັນເທີງຂໍຝາກທຸກຄົນຊ່ວຍເປັນກຳລັງແຮງເຊຍແຮງໃຈໃຫ້ກັບບ່າວລາວໃຕ້ມາດເຂັ້ມຄົນນີ້ແດ່ເດີ ເພື່ອໃຫ້ໜຸ່ມຄົນນີ້ມີກໍາລັງໃຈ ແລະ ນໍາໄຊຊະນະ, ນໍາລາງວັນມາຝາກມາຕ້ອນແຟນໆຊາວລາວເຮົາ.