ຊົມເຊີຍບັນດານາງງາມ – ຊາຍງາມລາວ ຮ່ວມໃຈຊ່ວຍໄພນໍ້າຖ້ວມ

23

ເປັນອີກພາບແຫ່ງຄວາມປະທັບໃຈໜຶ່ງ ໃນໃຈຄົນລາວບໍ່ເຄີຍແຫ້ງຫາຍ ເຊິ່ງໃນປັດຈຸບັນນີ້ ດັ່ງທີ່ເຮົາຮູ້ນໍາກັນດີແລ້ວວ່າໃນຫຼາຍແຂວງທົ່ວປະເທດ ກໍາລັງປະສົບພົບພໍ້ກັບໄພນໍ້າຖ້ວມຢ່າງໜັກໜ່ວງ ແລະ ຖະໜົນຫົນທາງກໍມີການເປ່ເພຫຼາຍສາຍ, ດັ່ງນັ້ນເຮົາຈະເຫັນນໍ້າໃຈຄົນລາວຍາມໃດກໍບໍ່ຖິ້ມກັນ ເຊັ່ນດຽວກັບປີນີ້ ທີ່ບັນດາຄົນມີຊື່ສຽງ ແລະ ນາງງາມ – ຊາຍງາມ ເວທີຕ່າງໆໄດ້ອອກມາຮັບບໍລິຈາກ ເພື່ອນໍາສິ່ງຂອງຕ່າງໆບໍ່ວ່າຈະເປັນເຄື່ອງອຸປະໂພກ – ບໍລິໂພກ, ເຄື່ອງນຸ່ງຫົ່ມ ແລະ ເຂົ້າຂອງເຄື່ອງໃຊ້ ເພື່ອນໍາໄປຊ່ວຍເຫຼືອປະຊາຊົນທີ່ກໍາລັງໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຢູ່ໃນປັດຈຸບັນນີ້.

ໜຶ່ງໃນໂຄງການທີ່ໄດ້ມີການຈັດຕັ້ງລະດົມທຶນ ແລະ ຮັບບໍລິຈາກເພື່ອນໍາໄປຊ່ວຍເຫຼືອຜູ້ປະສົບໄພ ນັ້ນກໍຄືເວທີ Miss Universe Laos ເຊິ່ງໂຄງການນີ້ກໍໄດ້ຈັດການຊ່ວຍເຫຼືອສັງຄົມມາໂດຍຕະຫຼອດ ເຊິ່ງໄດ້ໂພສຜ່ານເພຈຫຼັກຂອງກອງປະກວດວ່າ: ຮ່ວມນ້ຳໃຈຕ້ານໄພນ້ຳຖ້ວມ ແຂວງຄຳມ່ວນ Miss Universe Laos ຮ່ວມກັບໜ່ວຍກູ້ໄພ 1624 ພວກເຮົາຄົນລາວບໍ່ຖິ້ມກັນ ຮ່ວມສົມທົບເຄື່ອງອຸປະໂພກ, ບໍລິໂພກ ຫຼື ເງິນສົດ ເພື່ອຊ່ວຍພໍ່ແມ່ພີ່ນ້ອງທີ່ແຂວງຄຳມ່ວນ ສາມາດເຂົ້າຮ່ວມສົມທົບໄດ້ທີ່ ໂຮງແຮມລາວເທວວຽງຈັນ ໃນໂມງລາຊະການ ຫຼື ໂອນເຂົ້າບັນຊີໜ່ວຍງານ: POVERTY TID FOUNDATION,

092120001063188001 ນັ້ນເອງ ແລະ ພ້ອມດຽວກັນນີ້ ທາງເພຈຂອງກອງປະກວດຊາຍງາມ Mister Universe Laos ກໍຈັດຕັ້ງການຮັບບໍລິຈາກ ເພື່ອນໍາໄປຊ່ວຍເຫຼືອປະຊາຊົນຮ່ວມນ້ຳໃຈຕ້ານໄພນ້ຳຖ້ວມ ແຂວງຄຳມ່ວນເຊັ່ນດຽວກັນ.
ນອກຈາກນີ້, ຍັງມີສາວງາມທີ່ກວດລາງວັນຢ່າງລົ້ນມື ຈາກການປະກວດເວທີ Miss Universes Laos2023 ມາໃໝ່ໆໝາດໆນີ້ເອງ ຢ່າງ ສາວໂຢ່ໂຢ້ ວານິພອນ ພູມີໄຊ ພ້ອມດ້ວຍໝູ່ໆກໍໄດ້ມອບເຄື່ອງແກ່ຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້ດ້ວຍ ໂດຍໂຢ່ໂຢ້ ໄດ້ໂພສຜ່ານເຟສບຸ໊ກສ່ວນຕົວຂອງຕົນເອງວ່າ “ ຂໍເປັນສ່ວນເລັກໆນ້ອຍໆ ໃນການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້ ເປັນເຄື່ອງສ່ວນໜຶ່ງທີ່ພວກເຮົາຮວບຮ່ວມມາໄດ້ Topa Phouttha sone Mimie Psb Mouk Mmouk Cian Samattas ribut Poukky Poukky ແຕ່ພວກເຮົາຍັງຈະເປັນຊ່ອງທາງປະສານເພື່ອຈະມອບໄປເລື້ອຍໆຫຼາຍໆຈຸດ ແລະ ໄວໆນີ້ເຮົາຍັງຈະໄດ້ລົງພື້ນທີ່ໃຜຢາກຮ່ວມ ແລະ ຢາກຮູ້ລາຍລະອຽດສາມາດຕິດຕໍ່ໂຢ່ໄດ້ #ລາວກອດລາວ.

ທ້າຍນີ້ ຂ່າວເປັນເທີງຂໍສົ່ງກໍາລັງໃຈໃຫ້ຜູ້ປະສົບໄພທຸກໆຄົນໃນທຸກແຂວງທີ່ກໍາລັງໄດ້ຮັບຜົນກະທົບກັບໄພນໍ້າຖ້ວມໃນຄັ້ງນີ້ດ້ວຍ ແລະ ຂໍຊົມເຊີຍທີ່ຄົນລາວບໍ່ຖິ້ມກັນ ໃຫ້ການຊ່ວຍເຫຼືອກັນໂດຍດີຕະຫຼອດມາ ແລະ ທຸກທ່ານສາມາດຮ່ວມກັນບໍລິຈາກ ຫຼືສົມທົບທຶນໃນການຊ່ວຍເຫຼືອ ພີ່ນ້ອງຊາວລາວເຮົາກັນໄດ້ ເຊິ່ງສາມາດຕິດຕໍ່ໄດ້ທີ່ເພຈຂອງກອງປະກວດໄດ້ເລີຍ.