ໃຫ້ຊີວິດໃໝ່ແກ່ລູກປາ 26.000 ໂຕທີ່ເຂື່ອນດອນສະໂຮງ

74

ອາທິດແລ້ວນິ້ີ້ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໂຂງ ແຂວງຈຳປາສັກ ແລະ ຫ້ອງການອ້ອມຂ້າງເມືອງ ໄດ້ຈັດພິທີປ່ອຍປາລົງສູ່ແຫຼ່ງທຳມະຊາດ ທີ່ບ້ານຫົວສະດຳ (ໜ້າເຂື່ອນໄຟຟ້າດອນສະໂຮງ) ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ຄຳພູ ລິດທິສັກ ເຈົ້າເມືອງໆໂຂງ, ທ່ານ ຄຳ ນີລະວົງ ຮອງຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງ, ທ່ານ ຢອງ ຊີເມັງ ຜູ້ອຳນວຍການໂຄງການເຂື່ອນໄຟຟ້າດອນສະໂຮງ, ມີອຳນາດການປົກຄອງບ້ານ, ຕະຫລອດຮອດພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

อาจเป็นรูปภาพของ 9 คน

ເຊິ່ງປາທີ່ນໍາມາປ່ອຍໃນຄັ້ງນີ້ແມ່ນປະກອບມີ: ປາປາກ ຈຳນວນ 26 ພັນໂຕ ໂດຍໄດ້ຈາກການປະກອບສ່ວນຂອງບໍລິສັດເຂື່ອນໄຟຟ້າດອນສະໂຮງ 20.000 ໂຕ, ໂຄງການ WWF ຈຳນວນ 4.000 ໂຕ ແລະ ບໍລິສັດພອຍໄພລິນ 2.000 ໂຕ.

อาจเป็นรูปภาพของ 9 คน

ໂອກາດນີ້, ທ່ານນາງ ຄຳພູ ລິດທິສັກ ໄດ້ຮຽກຮ້ອງມາຍັງປະຊາຊົນ ບໍ່ໃຫ້ລ່າສັດປ່າທຸກຊະນິດໃນໄລຍະເຂົ້າພັນສາ ຊຶ່ງເປັນລະດູທີ່ສັດນ້ຳ ແລະ ສັດປ່າກຳລັງໄຂ່ ແລະ ຖືພາມານ, ຫ້າມບໍ່ໃຫ້ຊື້-ຂາຍສັດປ່າທີ່ມີຊີວິດຕະຫຼອດເຖິງຊາກ, ຊິ້ນສ່ວນ, ອະໄວຍະວະສັດທຸກຢ່າງຕາມທ້ອງຕະຫລາດ, ຫ້າມບໍ່ໃຫ້ຫາປາໃນລະດູປາຂຶ້ນວາງໄຂ່, ຫ້າມຕັນທາງເດີນຂອງປາທີ່ຈະຂຶ້ນວ່າງໄຂ່ຕາມສາຍຫ້ວຍ ແລະ ແມ່ນ້ຳ ລຳຄອງດ້ວຍວິທີການໃດໆກໍຕາມ, ຫ້າມເດັດຂາດບໍ່ໃຫ້ນຳເຄື່ອງຫາປາທີ່ມີລັກສະນະດັບສູນ ເປັນຕົ້ນ ລະເບີດ, ໄຟຟ້າຊັອດ, ເບືອປາ, ໃຊ້ດາງກວາດ ຫຼື ໃຊ້ມອງທີ່ຖີ່ເກີນໄປ.

อาจเป็นรูปภาพของ 4 คน และ แหล่งน้ำ

ຖ້າຫາກວ່າປະຊາຊົນພົບເຫັນປະກົດການດັ່ງກ່າວ ຕ້ອງໄດ້ລາຍງານໃຫ້ການຈັດຕັ້ງອຳນາດການປົກຄອງປະຕິບັດມາດຕະການຕາມລະບຽບກົດມາຍ. ທັງນີ້, ກໍເພື່ອເປັນການສ້າງຈິດສຳນຶກໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ ແລະ ປະຊາຊົນໃຫ້ມີນ້ຳໃຈຮັກທຳມະຊາດ, ຮັກຫ້ວຍໜອງຄອງບຶງ ແລະ ຫວງແຫນຫ້ວຍນ້ຳ ວັງປາຂອງຕົນເອງ ເພື່ອເປັນການເສີມສ້າງຄວາມຮູ້ຄວາມເຂົ້າໃຈໃນການຂະຫຍາຍພັນສັດນ້ຳ-ສັດປ່າ, ຮູ້ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສະພາບແວດລ້ອມໃຫ້ຍືນຍົງຕະຫລອດໄປ.